About

Filed under: Uncategorized — Wrote by pnomsin on Thursday, October 25th, 2007 @ 5:44 am

ບໍ່ທັນຮູ້ວ່າສິຂຽນຫັຍງລົງນີ້ ມື້ຫນ້າບໍ ຈັ່ງສິກັບມາຂຽນ
ແນະນຳຕົວຈັກຫນ່ອຍສາ
ຊື່ພະນົມສິນ ເປັນຄົນລາວ ບ້ານຢູ່ວຽງຈັນ ເຮັດວຽກຢູ່ນຳບໍລິສັດກໍ່ສ້າງແລະຕິດຕັ້ງໄຟຟ້າ ຂ້າງສະຖານີໄຟຟ້າໂພນຕ້ອງ
ເວລາວ່າງ ແມ່ນມັກເຂົ້າເວັບໄຊ ອ່ານຄຳຄິດເຫັນຂອງແຕ່ລະຄົນ ອ່ານເທັກນິກຕ່າງໆ ແລ້ວນຳມາທົດລອງ ເປັນຕົ້ນແມ່ນການສ້າງເວັບໄຊ ການຂຽນບລັອກ ແລະ ອື່ນໆ (ຕອນນີ້ກະເປັນເຈົ້າຂອງຫລາຍບລັອກ ຫລາຍເວັບສົມຄວນ)
ພາຍຫລັງໄດ້ຮັບປະສົບການແດ່ ແລ້ວ ກໍ່ຈະເອົາລົງມາຂຽນລົງບລັອກນີ້ຫລະ ກະລຸນາຫມັ່ນມາຕິດຕາມອ່ານແດ່ເດີ້
ມາແລ້ວ ຕ້ອງອ່ານ ແລະ ຕ້ອງຂຽນຄຳເຫັນຕໍ່ແຕ່ລະບົດທີ່ອ່ານ ເພື່ອຈະໄດ້ຮູ້ວ່າຜູ້ອ່ານຄິດແນວໃດ
ເອົາເທົ່ານີ້ກ່ອນ ບໍ່ມີພິທີລີຕອງຫຍັງເດີ້ ຈະຂຽນແບບສະບາຍສະບາຍ ແບບດຽວກັບເຮົາຢືນລົມກັນ ແບບເປັນກັນເອງແນວນີ້ຫລະ

2 Comments   -
  • Comment by ວິສະນຸ | March 11, 2008 @ 7:59 pm

    ສະບາຍດີ ທ່ານພະນົມສິນ. ໄດ້ອ່ານເວັບໄຊ ແລະບລັອກຂອງທ່ານແລ້ວ ຮູ້ສຶກວ່າທ່ານເກັ່ງອີ່ຫລີ. ສົມເປັນຊາວໜຸ່ມຍຸກໄຊເບີຂະໜານແທ້. ອ່ານແລ້ວໄດ້ຄວາມຮູ້ຫລາຍຢ່າງຈາກທ່ານ ແຕ່ຍ້ອນຂ້າພະເຈົ້າອ່າວປຶກແລ້ວ ມີບລັອກເປັນຂອງໂຕເອງ ກໍຍັງໃຊ້ຜິດໆຖືກໆ. ກວ່າຈະຮູ້ວ່າອັນໃດເປັນອັນໃດ ກໍຈົນວ່າເຫື່ອຊັດໄປພຸ້ນລະ! ເວົ້າໄປຫລາຍມັນຊິຍາວຊິຍືດ ກໍຂໍລາຄວາມລົມດ້ວຍຄຳວ່າ “ນັບຖືແລະຮັກແພງ”
    ວິສະນຸ

  • Comment by mong | November 25, 2008 @ 1:05 pm

    ສະບາຍດີ ທ່ານ ພະນົມສິນ ຂ້າພະເຈົ້າໄດ້ເບິ່ງໄດ້ຕິດຕາມຜົນງານຂອງທ່ານມາຕະຫລອດ ແລະກະເຫັນວ່າມີແຕ່ແນວດີດີ

Leave your comment

© ປະສົບການຂອງຂ້ອຍ | ບໍລິການຟຣີບລັອກຈາກ LaoBlogger.com