ຍິນດີຕ້ອນຮັບສູ່ Laoblogger.com. ນີ້ຄືໂພສຕ໌ທຳອິດຂອງຂ້ອຍ. ກ່ອນອື່ນກໍ່ຂໍສະແດງຄວາມຍິນດີກັບບລັອກເກີດໃຫມ່ ເຊິ່ງຂ້ອຍຂຽນຂຶ້ນມາເອງ ຫະຫະ.
ຕັ້ງແຕ່ກໍ່ຕັ້ງລາວບລັອກເກີ ກໍ່ໄດ້ຕິດຕາມການເຄື່ອນໄຫວມາຕະຫລອດ ເລີ້ມແຕ່ການສະຫມັກ ເປັນuser ຈົນຮອດມື້ນີ້ ຈຶ່ງມາສ້າງບລັອກ
ບລັອກນີ້, ຕັ້ງໃຈວ່າຈະເປັນບ່ອນສຳລັບ ບັນທຶກປະສົບການຕ່າງໆ ໃນໂລກໄຊເບີ ເຊິ່ງແຕ່ກ່ອນ ຂຽນຢູ່ windows live space
ດຽວນີ້ມັນແປຮູບໄປແລ້ວ ໃຊ້ເປັນບ່ອນຂຽນເລື້ອງລາວຊີວິດສ່ວນຕົວໄປແລ້ວ
ຂໍເລີ້ມເລົ່າປະສົບການມື້ນີ້ກ່ອນ:
ເລີ້ມຈາກຫນ້າທຳອິດຂອງລາວບລັອກເກີ
ລອງກົດປຸ່ມສ້າງບລັອກ ມັນປະຕິເສດເລີຍ ມັນວ່າຊື່ນີ້ມີແລ້ວ ເອ, ຫລືວ່າເຮົາເຄີຍສະຫມັກມາກ່ອນແລ້ວ
ລອງລັອກອິນລອງເບິ່ງ, ໄດ້ເວີ້ຍ, ເອົາແນວໃດຕໍ່? ສະຫມັກບລັອກເລີຍ..ຜ່ານ
ບາດນີ້, ມາເລືອກtheme, ມີຫລາຍອີຫລີ, ໄຄແຕ່ມີຄົນເລືອກມາໃຫ້ແລ້ວ ຜ່ານມາໄປເລືອກເອງ ເລືອກຈົນຕາລາຍ ມັນຫລາຍໂພດ
ລອງປ່ຽນໄປປ່ຽນມາ ປະມານ 2-3 ຮອບ ກໍ່ເລີຍຕົກລົງປົງໃຈກັບ theme ນີ້
ໃນໂອກາດຫນ້າ ກະລຸນາຕິດຕາມອ່ານປະສົບການຂອງຂ້ອຍຕໍ່
ໂຊກດີ