ພະນົມສິນເກັບຮູບ ທີ່ໃຊ້ໃນເວັບບອດ ໄວ້ໃສ
Posted on April 4th, 2009 in talking, web master | 1 Comment »
ເວັບຈຳພວກ social network ມີນຳກັນຫລາຍເຫລືອເກີນ ອັນທີ່ດັ່ງໆ ກໍ່ມີຫລາຍ ເຮົາເຫັນວ່າມັນດັງກໍ່ເລີຍເຂົ້າໄປສະຫມັກຊື່ໆ ທັງທີ່ບໍ່ມີໃຜຮູ້ຈັກ ແລະ ບໍ່ມີໃຜຮູ້ຈັກເຮົາ, ກໍ່ພຽງແຕ່ ສ້າງ profile ປະໄວ້ ພໍຈະໄດ້ comment ຮູບຫລືບລັອກທີ່ເຮົາສົນໃຈ, ສ້າງແລ້ວ ກໍ່ບໍ່ມີການເຄື່ອນໄຫວພໍເທົ່າໃດ ໄດ້ແກ່ myspace, facebook,…ນອກຈາກສະຫມັກເອົາເອງແລ້ວ ກໍ່ຍັງມີການສະຫມັກ ຕາມຄຳເຊີນ ຂອງເພື່ອນໆ ທີ່ສົ່ງມາທາງອີເມລ, ໄດ້ແກ່ hi5, netlog, multiply (ຕອນນັ້ນຍັງບໍ່ທັນມີ punlao)…
ການສະຫມັກເວັບພວກນີ້ ກໍ່ມີຜົນດີ ຄືເປັນການສ້າງເວັບໄຊໂຄສະນາໂຕເອງ ແບບບໍ່ເສຍເງິນ ບໍ່ວ່າຄ່າສະຫມັກ, ຄ່າໂດເມນ, ຄ່າໂຮສຕິ້ງ,.. ບໍ່ເສຍຫຍັງນອກຈາກຄ່າອິນເຕີເນັດ. ນອກຈາກບໍ່ມີຄ່າໃຊ້ຈ່າຍແລ້ວ ເຮົາຍັງສາມາດ ສ້າງເວັບຂອງເຮົາເອງ ໂດຍເພິ່ນໃຫ້ເຮົາ ອັບໂຫລດຮູບໄດ້ຫລາຍ album, ບາງບ່ອນໃຫ້ອັບໂຫລດເພງ, ອັບໂຫລດວີດິໂອ..ໄວ້ແບ່ງປັນກັນກັບເພື່ອນໃນເຄືອຂ່າຍຂອງເຮົາ.
ດ້ວຍຈຸດພິເສດຄືດັ່ງນັ້ນ ຂ້າພະເຈົ້າກໍ່ໄດ້ສະຫມັກຫລາຍອັນ ແລະ ກໍ່ເອົາຮູບທີ່ໃຊ້ໃນເວັບບອດ ຢາຍໄວ້ນຳແຕ່ລະບ່ອນ ຄື:
windows live space ຮູບກ່ຽວຂ້ອງກັບຊີວິດສ່ວນຕົວ,
hi5 ຮູບກ່ຽວກັບການເຄື່ອນໄຫວ ໃນການຈັດຕັ້ງມະຫາຊົນ
multiply ການທ່ອງທ່ຽວໄປບ່ອນຕ່າງໆ
my opera ຮູບຂ່າວສານບ້ານເມືອງ ຈາກເວັບໄຊ ຫລືຈາກຫນັງສືພິມ
esnip ຮູບກ່ຽວກັບວິສະວະກຳໄຟຟ້າ
flickr ໃຊ້ເກັບຮູບກ່ຽວຂ້ອງກັບຄົນໃນວົງການໄຟຟ້າ
ອັນທີ່ໃຊ້ປະຈຳສຳລັບເວັບບອດ ຊຸມຊົນຄົນໃນວົງການໄຟຟ້າ ແມ່ນ imageshack
ສາມອັນລຸ່ມສຸດ ແມ່ນ ເວັບສຳລັບອັບໂຫລດຮູບສະເພາະ, ພວກນີ້ຈະຈຳກັດພື້ນທີ່ບໍ່ໃຫ້ເກີນກຳນົດ ດັ່ງນັ້ນ ເພື່ອບໍ່ໃຫ້ມັນເຕັມງ່າຍໆ ກໍ່ເລີຍຕ້ອງກະຈາຍຮູບໄປທົ່ວ.
ຫລ້າສຸດກໍ່ໃຊ້ laoupload ໃນການເກັບພາບ ທີ່ຖ່າຍຈາກຫນ້າຈໍ ປະເພດການໃຊ້ງານໂປແກມ ຫລື ບັນຫາຄອມພິວເຕີ, ສ່ວນພັນລາວ ກໍ່ໃຊ້ເກັບຮູບຄືກັນ ຮູບກ່ຽວຂ້ອງກັບພັນລາວ ແລະ ຮູບທີ່ຕ້ອງການແບ່ງປັນກັບຄົນພັນລາວ ເຫລົ່ານີ້ເປັນຕົ້ນ
ແລ້ວເມື່ອມີຫລາຍແບບນີ້ ຈະຈື່ຈຳ URL ໄດ້ຫມົດບໍ່ ຂ້າພະເຈົ້າມັກ search ໂດຍ ໃຊ້ຊື່ໂຕເອງ ແລະ ຊື່ເວັບ ເປັນ keyword ເຊັ່ນ pnomsin laoblogger ແບບນີ້. ສຳລັບ user name ກັບ password ແມ່ນ search ໃນ inbox ຂອງ email ໂດຍໃຊ້ຊື່ເວັບ ເປັນ keyword ເພາະເຈົ້າຂອງເວັບຈະສົ່ງຊື່ກັບລະຫັດມາໃຫ້ ຖ້າລືມ ກໍ່ reset password ເຂົາກໍ່ຈະສົ່ງມາໃຫ້ໃຫມ່
One Response
ໂອ້ ດີຫລາຍໆ ມີຫລາຍບ່ອນໃຫ້ຝາກ ຊິລອງໄປຝາກນຳເພີ່ນຄືກັນ