ມື້ນີ້ມາວ່າກັນເລື້ອງການຂຽນເວັບອີກ. ການເປັນເວັບມາສເຕີ ຫລາຍຄົນກໍ່ເຂົ້າໃຈວ່າເຮົາເກັ່ງເລື້ອງ ການຂຽນເວັບ. ເຄີຍພົບກັບທ່ານ duong ເພິ່ນບອກວ່າ ດຽວນີ້ບໍ່ມີໃຜຂຽນເວັບກັນແລ້ວ ເພາະວ່າສູ່ມື້ນີ້ ມີເວັບສຳເລັດຮູບຂ້ອນຂ້າງຫລາຍ ສັບທາງວິຊາການເພິ່ນເອີ້ນວ່າ CMS ບໍ່ວ່າຈະເປັນ wordpress ທີ່ສ້າງບລັອກໃຫ້ເຮົາເອົາໄປໃຊ້ ສ້າງເປັນເວັບ ຫລື ວ່າ smf ທີ່ສ້າງເວັບບອດໃຫ້ໄດ້ແລກປ່ຽນບົດຮຽນ… ພຽງແຕ່ໄປດາວໂຫລດ ເອົາມາຕິດຕັ້ງ ຕົບແຕ່ງເລັກນ້ອຍ ຫລື ປ່ຽນ theme ຕາມໃຈ ກໍ່ເປັນເວັບມາສເຕີກັນໄດ້ແລ້ວ.

ດັ່ງນັ້ນ ນັກວິຊາການໄຟຟ້າຄືທ້າວພະນົມສິນ ກໍ່ເລີຍເປັນເວັບມາສເຕີນຳເພິ່ນ ເພາະອາໄສພີ່ລ້ຽງໃຫຍ່ ຢ່າງ os555 ແລະ au8ust ມາຊ່ວຍຕິດຕັ້ງໃຫ້ ວຽກຍາກໆ ກໍ່ເປັນອັນສຳເລັດ ສ່ວນທີ່ເຫລືອ ກໍ່ພຽງແຕ່ ຂຽນບົດ ຫາເນື້ອໃນດີໆມາປະດັບ ກັບ ໂປໂມດເວັບໃຫ້ຄົນຮູ້ຈັກ. ເລື້ອງໂປໂມດນີ້ ພີ່ລ້ຽງເພິ່ນ ກໍ່ຈັດການໃຫ້ອີກ, ມີແຕ່ສ້າງສັນຜົນງານ ຕາມຄວາມຖະຫນັດເທົ່ານັ້ນ.

ມື້ນີ້ ມີເວລາຫລາຍແດ່ ເພາະເປັນຊ່ວງພັກສົງການ ເລີຍຍາດເວລາ ມາເບິ່ງແຍງເວັບ ໂດຍສະເພາະ ດ້ານເຕັກນິກ ຂອງເວັບ ເພາະວ່າປົກກະຕິ ຈະນັ່ງຄິດວ່າຈະຂຽນຫຍັງກໍ່ເມື່ອຍແລ້ວ ເນັ້ນໃສ່ເນື້ອໃນເປັນໃຫຍ່ ດັ່ງສຸພາສິດເພິ່ນວ່າ content is the king (ຮູ້ສຶກວ່າ ມີເວລາໃຫ້ເວັບຫນ້ອຍລົງ ແລະ ການເຊື່ອມຕໍ່ ປະກົດວ່າ ນັບມື້ນັບຍາກ)

www.pnomsin.com ຖືກປ່ອຍປະມາດົນ ທັງທີ່ມັນມີອາການບໍ່ໄດ້ດັ່ງໃຈ ຕັ້ງແຕ່ມີການອັບເດດຊອບແວ ຈາກ wordpress 2.3 ເປັນຕົ້ນມາ ເຊັ່ນ: ​related post ບໍ່ມີອີກ ແລະ ບໍ່ມີທີທ່າວ່າຈະແກ້ໄດ້, excerpt ບໍ່ເຂົ້າກັນ … ໂອຍ ສະລະພັດບັນຫາ ແນວວ່າ ຄວາມຮູ້ມັນບໍ່ພໍໃຊ້. ແຕ່ກໍ່ຍັງມີບັນດາພີ່ລ້ຽງຢູ່ ທຸກບັນຫາ ມັນກໍ່ຄົງມີທາງອອກ ຖ້າເຮົາຕັ້ງໃຈແກ້.