ມື້ນີ້ຢາກມາຂຽນ ຫລາຍເລື້ອງສົມຄວນຢູ່ ເພາະຫ່າງຫາຍໄປດົນພໍສົມຄວນ. ຈະມາເລົ່າກ່ຽວກັບບັນດາໂຄງການຕ່າງໆທີ່ໄດ້ເຮັດ ໃນແວດວົງຂອງອິນເຕີເນັດ.

www.pnomsin.com ດ້ານເຕັກນິກແລ້ວ ກໍ່ຍັງບໍ່ໄດ້ປັບປຸງຫຍັງ ອັນເນື່ອງຈາກ ມີເວລາຈຳກັດຫລາຍ. ໄລຍະຫລັງໆນີ້ຜູ້ອ່ານຫລາຍຄົນ ທ້ວງມາວ່າ www.pnomsin.com ມີໄວຣັສ. ຫລັງຈາກຮິບໂຮມບັນດາຄວາມເຫັນແລ້ວ ສະຫລຸບໄດ້ວ່າ ຜູ້ທີ່ໃຊ້ avast ເປັນ antivirus ແມ່ນເຫັນວ່າ www.pnomsin.com ມີໄວຣັສ. ຂ້າພະເຈົ້າ ໄດ້ສົ່ງອີເມລ ໄປຫາບ່ອນທີ່ເຂົາ ໃຫ້ບໍລິການເກັບໄຟລຂອງເວັບ ເພື່ອກວດສອບ ກໍ່ໄດ້ຄຳຕອບມາວ່າ ບໍ່ມີຫຍັງ ທຸກຢ່າງປົກກະຕິ. ແລະ ຕອນນີ້ ຜູ້ທີ່ໃຊ້ avast ກໍ່ບອກມາວ່າ ບໍ່ມີໄວຣັສແລ້ວ. ໃຄແດ່. ຕອນນີ້ ຜູ້ອ່ານກໍ່ກັບມາ ຄົບຫນ້າຄົບຕາກັນເຫມືອນເດີມ ຄືປະມານ ມື້ລະ 100 ທ່ານ.

pnomsin.hollosite.com ມີອາຍຸ 3 ປີໄປແລ້ວ ແລະ ເຂົ້າສູ່ປີທີ4 ໄປແລ້ວ2ເດືອນ. ບໍ່ມີເວັບໄຊນີ້ ກໍ່ບໍ່ມີ www.pnomsin.com ເພາະທຸກຢ່າງມັນເລີ້ມຈາກບ່ອນນີ້. ຈາກການກວດສອບສະຖິຕິຜູ້ເຂົ້າຊົມ ແມ່ນມີສະເລ່ຍມື້ລະ 20 ຄົນ. ມີຫນ້ອຍ. ເຖິງວ່າຫລາຍຄົນຫັນໄປຫາ ເວັບໄຊໃຫມ່ www.pnomsin.com ແຕ່ຫລາຍຄົນເຫັນວ່າ ລະບົບໃຫມ່ ມີແນວໃຫມ່ຫລາຍເກີນໄປ ຍັງມັກແບບເກົ່າ ລຶ້ງແບບເກົ່າ(ແບບໃຫມ່ແມ່ນໃຊ້ wordpress blog, ແບບເກົ່າອອກແບບເອງກັບມື). ກໍ່ເລີຍປ່ອຍໃຫ້ມີເວັບນີ້ຕໍ່ໄປ ພຽງແຕ່ຂໍ້ມູນຕ່າງໆທີ່ເອົາມາໂຊໃນນີ້ ແມ່ນມາຈາກເວັບໃຫມ່ທັງຫມົດ ແຕ່ຈັດແຈງໃຫ້ຢູ່ໃນແບບເດີມໆ. ຍັງຈະຕ້ອງກວດຄືນ ພວກ broken link ໃນຫນ້າ links ເພາະບໍ່ໄດ້ກວດກາດົນແລ້ວ. ເຄີຍພະຍາຍາມ ຈັດຫນ້າ articles ໂດຍເອົາ joomla ມາໃຊ້ ແຕ່ໄປບໍ່ລອດ ຍ້ອນທາງເຈົ້າຂອງເວັບເພິ່ນບ້າໂຄສະນາໂພດ ໃສ່ banner ຢູ່ຫົວເວັບຍັງບໍ່ພໍ ໃສ່ໃນ front end ບໍ່ວ່າຫຍັງດອກ ມາໃສ່ໄວ້ backend ເບື້ອງຄົນບໍ່ເຫັນ ກາໄດ້ບໍ່ຂັດຂ້ອງ ແຕ່ເວລາມັນເປີດ dialogue box ເພິ່ນກໍ່ໃສ່ໂຄສະນາ ພາໃຫ້ ປຸ່ມOK ຖືກບຽດ ຈົນຫລຸດອອກໄປ ຫາປຸ່ມອັບເດດບໍ່ໄດ້ ໃຊ້ຄີບອດກົດປຸ່ມແທນ ກໍ່ຍັງບໍ່ໄດ້. ເລີຍໂຈະກ່ອນ.

Laobb.com/pnomsin ເປັນເວັບບອດ ທີ່ເຮົາໃຊ້ເກັບລາຍຊື່ຜະລິດຕະພັນຕ່າງໆ ປະມານ 3-4 ຢ່າງ ຫລາຍເດືອນຕໍ່ມາ ໄປກວດເບິ່ງ ໂອໂຫ ມີຄົນເຂົ້າເວັບບອດຫລາຍແທ້ໆ ມີກະທູ້ເກີດເປັນ1000 ແຕ່ລະກະທູ້ ຄົນອ່ານເປັນ 1000 ເທື່ອ, ທີ່ແທ້ ກໍ່ spam ທັງນັ້ນ. ເຈົ້າຂອງເວັບ ທ່ານ au8ustບອກວ່າ ຈະລ້າງໃຫມ່ຢູ່ ບໍ່ຕ້ອງໄປແກ້ໄຂຫຍັງ ເພາະຈະປ່ຽນລະບົບໃຫມ່ຢູ່ແລ້ວ.

punlao.com/pnomsin ຫລັງຈາກທີ່ punlao.com ເກີດໄດ້ປີດຽວ ແຕ່ກໍ່ກາຍເປັນເວັບໄຊ ຍອດນິຍົມໄດ້ຢ່າງໄວວາ ຖືວ່າທ່ານເຈົ້າຂອງເວັບເພິ່ນທຳການຕະຫລາດມາດີ ເພາະກະແສ social network ກຳລັງມາແຮງ ມີເວັບແບບພັນລາວເລີ້ມກໍ່ຕົວແດ່ແລ້ວ ເຊັ່ນ laobuddy, laos2009 ແລະຍັງຈະມີມາອີກຢ່າງຫລວງຫລາຍ (ມີຄົນທີ່ທຳການຕະຫລາດດ້ານນີ້ກະຊິບບອກ) ເຊິ່ງສາມາດຫາສະມາຊິກທີ່ເປັນຄົນລາວໄດ້ ເປັນພັນໆຄົນ. ອາໄສຄວາມດັງຂອງພັນລາວໃຫ້ເປັນປະໂຫຍດ ຂ້າພະເຈົ້າ ມີຫລາຍໆ campaign ເຊັ່ນ ໂຄສະນາຫາລູກຄ້າ ໃຫ້ກັບທຸລະກິດນ້ອຍໆຂອງໂຕເອງ (ຍັງບໍ່ກ້າເຮັດທຸລະກິດໃຫຍ່) ກໍ່ເຫັນວ່າ ມີຄົນສົນໃຈໃຊ້ບໍລິການຢູ່ ຂອບໃຈເວັບໄຊພັນລາວ.

ເວົ້າເລື້ອງກະແສ ຂ້າພະເຈົ້າກໍ່ລັກໄປສ້າງເວັບແບບ social network ໄວ້ຄືກັນ ພາຍໃນເວລາ 1ເດືອນ ມີສະມາຊິກ ປະມານ 30 ຄົນແລ້ວ ບໍ່ຫວັງຈະສ້າງໃຫ້ເປັນຊຸມຊົນໃຫຍ່ໂຕຫຍັງດອກ ເອົາສະເພາະ “ກຸ່ມເປົ້າຫມາຍ”.