appserv
Posted on October 10th, 2009 in web master | No Comments »
ດົນນານມາແລ້ວ ທີ່ເວັບບອດ pnomsin ທ່ານອາຈານກັນຫາ ໄດ້ຂຽນເລືອງ appserv ເອົາໄວ້
ຫາກໍ່ມີອາການສົນໃຈ ເມື່ອ2ເດືອນກ່ອນ ຕອນກຳລັງວົນກັບລະບົບແລນຂອລບໍລິສັດ ກຳລັງຄຶດຢາກເຮັດເຊີບເວີ ໃຫ້ກັບລະບົບແລນ ຫລືເວັບໄຊ ຜ່ານລະບົບແລນ, ເລີຍເຂົ້າໄປອ່ານໃນເວັບໄຊ ຂອງ appserv ປະກົດວ່າຄົນຂຽນ ເປັນຄົນໄທ ແຕ່ appserv ຖືກເອົາໄປໃຊ້ກັນທົ່ວໂລກ ແປວ່າ ໂປແກມນີ້ ກໍ່ດີຈິງ. ເຈົ້າຂອງລິຂະສິດ ຍັງແຈກໃຫ້ຟຣີ ຄືເກົ່າ ແຕ່ໃນເວັບຂອງເຂົາ ຈະມີບ່ອນໃຫ້ສາມາດບໍລິຈາກເງິນ ເພື່ອຊຸກຍູ້ໂຄງການຂອງຜູ້ຂຽນ
ຫລັງຈາກນັ້ນ ໄດ້ດາວໂຫລດມາຕິດຕັ້້ງຕາມວິທີ ທີ່ຂຽນໄວ້ໃນເວັບ ກໍ່ຮູ້ສຶກວ່າສຳເລັດ ແຕ່ປະກົດວ່າໃຊ້ບໍ່ເປັນ ກໍ່ເລີຍປ່ອຍໄປ ດົນເຕີບ
ມາສົນໃຈອີກຄັ້ງຫນຶ່ງ ຈັກແມ່ນຍ້ອນຫຍັງບຸ ຄືສິແມ່ນເຂົ້າໃຈສັບພະຄຸນຂອງ appserv ດີຂຶ້ນ ວ່າມັນສາມາດເຮັດໃຫ້ ຄົນເຮັດເວັບຈູມລາ ປະຢັດຄ່າອິນເຕີເນັດ ໄປໄດ້ຫລາຍ ເພາະສາມາດ ທົດລອງ component ຕ່າງໆ ໄດ້ໃນຄອມໂຕເອງ ບໍ່ງໍ້ເຊີບເວີ ຂອງຜູ້ບໍລິການ hosting ແລະ ທີ່ສຳຄັນ ບໍ່ຕ້ອງຈ່າຍຄ່າເນັດ ເພື່ອເຊື່ອມຕໍ່ໄປຫາເຊີບເວີ ເພາະມັນຢູ່ໃນຄອມເຮົາເອງ ຍ້ອນ appserv ໄດ້ເນລະມິດຄອມພິວເຕີຂອງເຮົາໃຫ້ກາຍເປັນເຊີບເວີ ເລີຍເອົາມາຕິດຕັ້ງໃສ່ໂນດບຸກ ກໍ່ເປັນແບບເດີມຄືໃຊ້ບໍ່ເປັນ
ໃນໄລຍະ2ເດືອນຜ່ານມາ ເວັບຈູມລາ ລະບາດ ຢ່າງຫນັກ ໃນວົງການເວັບໄຊເມືອງລາວ ຄົນໄຟຟ້າເອງ ກໍ່ສົນໃຈຂຽນເວັບຈູມລາ ກັນແລ້ວ ນັ້ນຄື ທ່ານ ບ່າວປາກເຊ (ນາມປາກກາ ໃນເວັບບອດ ຊຸມຊົນຄົນໃນວົງການໄຟຟ່າ) ກໍ່ເປັນຜູ້ຫນຶ່ງທີ່ຮຽນເຮັດເວັບຈູມລາ ຕາມການແນະນຳຈາກຂ້າພະເຈົ້າ. ໃນໄລຍະທີ່ເພິ່ນຮຽນເຮັດ ເພິ່ນຢູ່ປາກເຊ ສ່ວນຂ້າພະເຈົ້າຢູ່ວຽງຈັນ ເປັນເຫດ ໃຫ້ເພິ່ນຕ້ອງໂທທາງໄກມາ ມື້ລະຫລາຍເວລາ ເພື່ອຖາມບັນຫາ. ຂ້າພະເຈົ້າແກ້ໃຫ້ເພິ່ນໄປຈົນຫມົດພຸງ ແຕ່ບັນຫາຍັງບໍ່ຫມົດ ເດືອຮ້ອນຮອດທ່ານ os555. os555 ເລີ້ມເຂົ້າມາກ່ຽວຂ້ອງ ຕັ້ງແຕ່ ຕອນຂ້າພະເຈົ້າຊວນເພິ່ນໄປກິນເຂົ້າປຽກປາ ແລະ ທ່ານບ່າວປາກເຊ ກໍ່ໂທເຂົ້າມາຕອນ ກຳລັງກິນເຂົ້າປຽກພໍດີ ກໍ່ເລີຍ ໄດ້ອະທິບາຍບົດຮຽນຈູມລາ ກັນ ທາງໂທລະສັບ.
ທ່ານບ່າວປາກເຊ ໄປໄກກວ່ານັ້ນ ເມື່ອເພິ່ນຕ້ອງການຈົດໂດເມນ ແລະ ເຊົ່າໂຮສ. ຂ້າພະເຈົ້າ ເປັນຄົນກາງ ພາທ່ານບ່າວປາກເຊ ທີ່ເດີນທາງມາວຽງຈັນແລ້ວ ພົບກັບທ່ານ os555 ໃນຖານະ ເຈົ້າຂອງເວັບ laowebhosting.com ຜູ້ໃຫ້ບໍລິການຈົດໂດເມນ ແລະ ເຊົ້າພື້ນທີ່ເກັບເວັບໄຊ.
ຂ້າພະເຈົ້ານັດທັງສອງຄົນມາ ທີ່ຮ້ານເຂົ້າປຽກ ຂອງພະນົມສິນ (ຂາຍຕຳຫມີ່ ເຂົ້າປຽກ ເຝີ ແລະ ເຂົ້າຊອຍ ຫລວງພະບາງ ເດີ້ ອຸດຫນູນດ້ວຍ) ຫລັງຈາກເຂົາລົມກັນ ເລື້ອງທຸລະກິດກັນແລ້ວ ທ່ານບ່າວປາກເຊ ກໍ່ຊັກຖາມບັນຫາຈູມລາ ກັບທ່ານ os555 ດົນເປັນຊົ່ວໂມງ. ຫລັງຈາກນັ້ນ ຂ້າພະເຈົ້າກໍ່ຂໍຖາມຄືກັນ ຄືຖາມ ເລື້ອງຂອງ appserv ທ່ານ ໂອສ ກໍ່ເຮັດໃຫ້ເບິ່ງ 2-3 ກະບວນທ່າ
ພໍທ່ານໂອສກັບໄປ ຂ້າພະເຈົ້າກໍ່ມາລອງເອງ ກໍ່… ບໍ່ສຳເລັດ.
ເລີຍຕ້ອງໃຊ້ໂທລະສັບ ໄປຂໍຄວາມເຫັນໃຫມ່ ເລີຍຮູ້ວ່າ ເປັນນຳເວີຊັນ