ພະນົມສິນຕົວປອມ
ທາງບໍລິສັດກຳລັງມີແຜນສ້າງເວັບໄຊ
ຂ້ອຍຮັບຫນ້າທີ່ຫາຂໍ້ມູນທຸກຢ່າງທີ່ຈຳເປັນ: ໂດເມນ, ດີຊາຍ, ໂຮສ..
ເລີຍໄປໂພສທີ່ມະຫາສານ ເປັນການຫາຂໍ້ມູນອີກທາງຫນຶ່ງ
ການຈົດທະບຽນໂດເມນ, ການບໍລິການໂຮສ, ຄ່າອອກແບບເວັບ ໃນລາວ
ສະບາຍດີທຸກທ່ານ ຂ້າພະເຈົ້າມີຄວາມສົນໃຈ ຢາກຮູ້ວ່າໃນສປປລາວ ມີບໍລິສັດໃດແດ່ ທີ່ໃຫ້ການບໍລິການ ຈົດໂດເມນ, ຝາກເວັບໄຊ(web hosting) ແລະ ອອກແບບຫນ້າເວັບໄຊ
ພວກເພິ່ນຄິດໄລ່ຄ່າບໍລິການແນວໃດ
ຂໍຂອບໃຈ
ແທນທີ່ຈະໄດ້ລາຍຊືບໍລິສັດດັ່ງຕັ້ງໃຈເອົາໄວ້ ກາຍເປັນວ່າ ມີພະນົມສິນອີກຄົນຫນຶ່ງເປັນຜູ້ຕອບ
ມັນແມ່ນຫຍັງກັນ ພະນົມສິນຖາມເອງ ພະນົມສິນຕອບເອງ ປານຫລິ້ນຕະຫລົກ
ສຸດທ້າຍບໍ່ໄດ້ຄຳຕອບຫຍັງ ຍ້ອນພະນົມສິນຕົວປອມ
ແບບນີ້ເມືອງໄທເອີ້ນວ່າພວກ “ກຣຽນ” (เกรียน)
ແປວ່າຫົວຫລ້ອນແມ່ນບໍ່
http://th.wikipedia.org/wiki/เกรียน ເດີ້
ກໍ່ແປວ່າຫົວຫລ້ອນ ໃນຄວາມຫມາຍກົງ
ມື້ນີ້ກໍ່ຖືກປອມອີກລະ
ໃນCbox ກັບໃນ ມະຫາສານ ໃຜຈະປອມເປັນໃຜກໍ່ໄດ້
ເວັບບອຣ໌ດມະຫາສານລະບົບບໍ່ດີປານໃດ ໂອ້ດກໍ່ເຈາະມາແລ້ວ ຕ້ອງລະວັງ