joomla template
ວານນີ້ ທ່ານ os ສົ່ງເວັບນີ້ມາໃຫ້ os555.blogspot.com
ເວັບນີ້ ຮູ້ຈັກມາດົນແລ້ວ. ຍັງມີໃຫ້ເຫັນໃນລາຍຊື່ບລັອກ (blogroll)ຂອງ laobeginner.
ເທົ່າທີ່ຮູ້ ເພິ່ນບໍ່ຄ່ອຍອັບເດດ ເລີຍບໍ່ໄດ້ຕິດຕາມ.
ໄລຍະນີ້ ທ່ານ os ກຳລັງເຮັດກ່ຽວກັບ lao open source ໂດຍສະເພາະ joomla ລາຍລາວ.
ມັນເຮັດໃຫ້ຂ້ອຍສົນໃຈ ແລະ ລອງດາວໂຫລດເວີຊັນຫລ້າສຸດມາໃຊ້ ພໍດີມີສອງເວັບທີ່ຈອງພື້ນທີ່ໄວ້ ແຕ່ບໍ່ໄດ້ໃຊ້ງານ.
pnomsin.icspace.net ຈອງໄວ້ແຕ່ເດືອນ 4/2007 ກັບ pnomsin.110mb.com
ຫລັງຈາກອັບໂຫລດ ແລະ ລອງຕິດຕັ້ງ ປະກົດວ່າ ຕິດຕັ້ງບໍ່ສຳເລັດ. ມັນບໍ່ສາມາດຕິດຕໍ່ກັບຖານຂໍ້ມູນ. ສົງໄສບັນຫາທີ່ເຊີບເວີ.
ປຶກສາທ່ານ os ເພິ່ນກໍ່ຮັບປາກຈະເບິ່ງໃຫ້. ເຫັນວ່າ ເວີຊັນທີ່ດາວໂຫລດມາ ຍັງບໍ່ສົມບູນ ເພິ່ນເລືອກໃຫ້ໃຫມ່ Joomla! 1.0.13 Stable ມັນໃຊ້ກັບ utf-8 ໄດ້ສົມບູນແບບທີ່ສຸດ.
ວານນີ້ ທ່ານ os ສົ່ງເວັບນີ້ມາໃຫ້ os555.blogspot.com ກໍ່ເພື່ອຈະບອກວ່າ ໃນເວັບນັ້ນ ມີ free joomla template ໃຫ້ເລືອກ. ເບິ່ງແລ້ວ ມີບົດຄວາມ ໃຫມ່ໆ ພາສາອັງກິດ ຂຽນຕາມສະໄຕມືອາຊີບ ເຊິ່ງແຕກຕ່າງໄປຈາກ ບົດຄວາມກ່ອນຫນ້າ ທີ່ເພິ່ນຂຽນເລື້ອງສະຖານທີ່ ທີ່ເພິ່ນໄປທ່ຽວມາ ເປັນພາສາລາວ.
ເອົາເປັນວ່າ ເອົາ ບລັກ ນັ້ນແຈກ Template . Joomla , Mambo ,PHPNUKE, ແລະ ອື່ນໆ
ເລື່ອງພາສານັ້ນກະມີ ລາວແດ່ ອັງອິກແດ່ປະປົນກັນໄປ
ສ່ວນເລື່ອງສ່ວນຕົວ ແລະ ການບັນທຶກການເຄື່ອນໄຫວອື່ນໆ ກະ ຈະຍ້າຍມາຂຽນທີ່
http://os555.laoblogger.com
ບ່ອນນີ້ ແຕ່ຍັງບໍ່ມີ ວະລາຂຽນເທື່ອ
ອືມ ໆ ຕອນນີ້ສົນໃຈ Drupal ກັບ Joomla! ແຕ່ຍັງຕັດສິນໃຈບໍ່ໄດ້ເທື່ອ
Joomla! ຈະມີດີທີ່ Templates ອັນຫລາກຫລາຍມາກມາຍກ່າຍກອງ ໃຊ້ບໍ່ຫມົດ ສ່ວນ Drupal ມີ community ທີ່ເປັນ Developers ເປັນສ່ວນໃຫຍ່ ສະດວກຫາພວກຂອງຫຼິ້ນແປກ ໆ