Where is my watch list (technorati has changed)
Technorati ເປັນເວັບທີຂ້ອຍມັກເຂົ້າໄປອ່ານ. ເຂົ້າໄປເກືອບທຸກມື້.
ເວລາເຂົ້າໄປ ສ່ວນຫລາຍມັກຈະ ມີກິດຈະກຳປະຈຳວັນດັ່ງນີ້ ຄື:
1 ເຂົ້າໄປເພື່ອເບິ່ງວ່າ ມີໃຜໃນລາຍຊື່ favourite blog ໄດ້ຂຽນເລື້ອງໃຫມ່ແດ່
2 ເຂົ້າໄປເພື່ອ ກວດກາວ່າ ມີໃຜລິ້ງມາຫາບລັອກເຮົາແດ່
3 ກວດກາເບິ່ງວ່າ ຄຳສັບທີ່ເຮົາຕິດຕາມ ມີບລັອກໃດ ຂຽນເຖິງມັນແດ່ (Watch list)
4 ກວດເບິ່ງວ່າ ບົດຄວາມທີ່ເຮົາຂຽນຫາກໍ່ແລ້ວ ເຂົ້າໄປຢູ່ໃນລາຍຊື່ຂອງ technorati ຫລືຍັງ
ຖ້າຍັງ ກໍ່ຕ້ອງທຳການ ping ເພື່ອໃຫ້ມັນມາກວດກາບລັອກເຮົາ ແລະ ເອົາບົດຄວາມໃຫມ່ຂອງເຮົາ ເຂົ້າໄວ້ໃນລາຍຊື່ ໃຫ້ໂລກໄດ້ເຫັນ
ທຸກການເຄື່ອນໄຫວ ເຮົາຈະຮູ້ທັນທີ ແລະ ສາມາດນຳໄປຫາບລັອກນັ້ນໆໄດ້
ຕົວຢ່າງ ຖ້າບລັອກໃດ ໂພສບົດຄວາມປຸບ ເຮົາກໍ່ຮູ້ ແລະ ນຳໄປ ເພື່ອ ຄອມເມ້ນ
ແຕ່ວ່າ watch list ທີ່ຂ້ອຍໃຊ້ຕິດຕາມ ຄຳສັບ ໄຟຟ້າ ເພື່ອຮູ້ໄດ້ວ່າ ເວັບໃດຂຽນເລື້ອງໄຟຟ້າແດ່
(ມີຄຳວ່າໄຟຟ້າ ເປັນຫລາຍພາສາ) ຕອນນີ້ ບໍ່ມີອີກແລ້ວ
technorati ໄດ້ປັບປຸງຫນ້າຕາໃຫມ່ ມີອັນເພີ້ມມີອັນຕັດອອກ ແລະ watch list ຫາຍໄປ
ຄົງຕ້ອງຫາເຄື່ອງມືອື່ນ ເພື່ອໃຊ້ຕິດຕາມຄຳສັບແລ້ວລະ
ມີໃຜຈະໃຫ້ຄຳແນະນຳໄດ້ແດ່ ເຊີນເດີ້ ເຊີນແນະນຳ
ເລື່ອງ Watch list ອາດຈະໃຊ້ວິທີຄົ້ນຫາຄຳທີ່ຕ້ອງການຕິດຕາມກ່ອນ ຈາກນັ້ນ Subscribe RSS ປະໄວ້ອ່ານໃນ Feed reader ມັນຈະມີປຸ່ມກົດ Subscribe ໃນຫນ້າຄົ້ນຫາ
ເຫັນແລ້ວ my watch list
http://technorati.com/watchlist/