ປະສົບການຈາກ seagames 2007
ມາແປກບໍ່ມື້ນີ້, ບໍ່ໄດ້ໄປໂຄລາດນຳເຂົາ ກະຍັງມີປະສົບການ ຈາກຊີເກມ
ກໍ່ໄດ້ເຊຍ ທິມກິລາລາວຢູ່ບ້ານ ແລະ ໄດ້ເຮັດຫນ້າເວັບ ສຳລັບລາຍງານຂ່າວຈາກຊີເກມ
seagames 2007
ແຕ່ບໍ່ໄດ້ໄປໂຄສະນາປະຊາສຳພັນພໍເທົ່າໃດ ເພາະວ່າເຮັດຕາງຫາປະສົບການກັບ wordpress
ແຕ່ກໍ່ໄດ້ໂພສໄວ້ ໃນເວັບອິນລາວ
ເຊິ່ງເປັນກະທູ້ທີ່ບໍ່ຄ່ອຍມີຄົນຕອບກັນ ແຕ່ມີຄົນອ່ານປະມານ 200 ເທື່ອ
ໃນຫນ້າເວັບກໍ່ບໍ່ໄດ້ເຮັດຫຍັງຫລາຍ ພຽງແຕ່ພະຍາຍາມອັບເດດ ຈຳນວນຫລຽນ ກັບ ລາຍຊື່ນັກກິລາລາວທີ່ໄດ້ຫລຽນ ອັບເດດມື້ລະສອງເທື່ອ ແລະ ເຮັດລິ້ງປະໄວ້ ສຳລັບກວດກາການອັບເດດຈາກເວັບທາງການຂອງຊີເກມ
ການອັບເດດ ລາຍຊື່ນັກກິລາ ເປັນເລື້ອງຍາກຄືກັນ ເພາະເຮົາບໍ່ສາມາດ ກອບປີ້ລາຍຊື່ນັກກິລາຈາກຕາຕະລາງ ລົງໃນ WP-blog post ໄດ້ໂດຍກົງ.
ກອບປີມາ paste ໃສ່ໄດ້ ເຫັນຄົບ ແຕ່ເຊບແລ້ວ ກວດເບິ່ງເຫລືອແຕ່ຫົວຕາຕະລາງ ແຖວດຽວ
ກາຍນັ້ນຫາຍຫມົດ.
ຕ້ອງໄດ້ທາສີ ເອົາເທື່ອລະແຖວ ມາpaste ລົງ. ຫນ້າລຳຄານສົມຄວນ
ສຳລັບຈຳນວນຫລຽນ ນັ້ນ ກໍ່ຍາກ ເພາະທຳອິດບໍ່ທັນຮູ້ວິທີ ຕໍ່ມາມັນກໍ່ງ່າຍ
ພຽງແຕ່ໃຊ້ internet explorer 7 ທຸກຢ່າງກໍ່ແກ້ໄຂໄດ້ແລ້ວ (copy and paste)
ເຮົາລະເສຍເວລາໄປໃຊ້ opera, firefox, ie6 ຢູ່ຕັ້ງດົນ
ມີ Anti-spam ແລ້ວເດີ້ທ່ານພະນົມສິນ