www.myname.co.nr ມີບັນຫາ

Filed under: web master — Wrote by pnomsin on Monday, January 14th, 2008 @ 4:41 pm

ການຂໍສະຫມັກພື້ນທີ່ free ສຳລັບເກັບເວັບໄຊ ແມ່ນມັກຈະໄດ້ SUBDOMAIN ມາ free. Subdomain ມັກຈະມາໃນແບບ yourwebsite.myserver.com ເຊັ່ນ : pnomsin.wordpress.com, pnomsin.hollosite.com, pnomsin.blogspot.com ເຫລົ່ານີ້ ເປັນຕົ້ນ.

webmaster ຫລາຍຄົນ ພໍໃຈກັບ subdomain, ແຕ່ອີກຫລາຍຄົນ ຢາກໄດ້ www.myname.com ຫລືຕ້ອງການ domain ເປັນຂອງຕົວເອງ. ມີຫລາຍບໍລິສັດ ຮັບຈົດ domain ໂດຍເກັບຄ່າບໍລິການ, ເຊິ່ງກໍ່ມີຫລາຍລາຄາ. ນອກນັ້ນ, ຍັງມີ ຜູ້ໃຫ້ບໍລິການ Domain ແບບບໍ່ເສຍເງິນອີກ. ເຊິ່ງເຮົາຈະພົບເຫັນ ໄດ້ຈາກ ເວັບຂອງ doorgroup, Duong, …ແລະ ອີກຫລາຍຄົນ ທີ່ໃຊ້ domain ໃນແບບ www.myname.co.nr

ມື້ນີ້ ໄດ້ອ່ານໃນ Cbox ເຫັນວ່າ ມີການແຈ້ງປ່ຽນ Domain ເພາະ www.myname.co.nr ມີບັນຫາ ເລີຍພາກັນປ່ຽນໄປໃຊ້ແບບ ອື່ນແທນກ່ອນ

14 Jan 08, 11:00
Duong: ປ່ຽນໄປໃຊ້ http://www.sabaidee.2it.in ຊົ່ວຄາວ

14 Jan 08, 13:31
Boudy: ຖ້າທ່ານເຂົ້າ website DoorS GrouP ທາງ http://www.doorsgrouplao.co.nr ບໍ່ໄດ້ແມ່ນໃຫ້ເຂົ້າທາງ http://www.doorsgroup.tk ໄປກ່ອນ ເດີ້

3 Comments   -
  • Comment by au8ust | January 15, 2008 @ 8:24 am

    ອາທິດກ່ອນເຂົາມີແຈກ free .com 1 ປີ

  • Comment by pnomsin | January 19, 2008 @ 9:33 pm

    doorgroup ຈົດດອດຄອມໄປແລ້ວ

  • Comment by au8ust | January 20, 2008 @ 4:44 pm

    ຈັກເພິ່ນຈົດດອດຄອມແນວໃດ ກົດໄປລະລິງກ໌ກັບໄປຫາ .tk

Leave your comment

© ປະສົບການຂອງຂ້ອຍ | ບໍລິການຟຣີບລັອກຈາກ LaoBlogger.com