ນາຍສອນໃຫ້
ຕອນທີ່ບໍລິສັດເລີ້ມມີອິນເຕີເນັດໄດ້ໃຫມ່ ໆ ຂ້ອຍຈະຖືກນາຍເອີ້ນໄປສອນ ແລ້ວຕ້ອງຊ່ວຍເພິ່ນຕິດຕັ້ງໃຫ້ແຕ່ລະຄົນ
ບໍ່ວ່າບຸກຄົນສຳຄັນໃນບໍລິສັດ ຫລືຢູ່ຕ່າງແຂວງ.
ສິ່ງທີ່ຕ້ອງໄດ້ເຮັດເພື່ອ ສົງເສີມການໃຊ້ອິນເຕີເນັດແມ່ນ ຄ້າຍໆກັນ
ນາຍຈະໃຫ້ ຊ່ວຍເຮັດຫນ້າວຽກດັ່ງນີ້:
1 ສ້າງ e-mail account ສ້າງໃຫ້ບາງຄົນ ເຊິ່ງເພິ່ນມັກຈະລືມ ທັງຊື່ ແລະ ລະຫັດໃນເວລາຕໍ່ມາ
2 download yahoo messenger ພ້ອມທັງ sign in ໄວ້ພ້ອມ ໃຫ້ເພິ່ນ sign in ແບບອັດຕະໂນມັດ ແລະ add ຊື່ຄົນສຳຄັນໄວ້ພ້ອມ
3 ຕິດຕັ້ງ Dictionaryພ້ອມທັງ ລົງພາສາໄທ ໃສ່ວິນໂດວ ໃຫ້ສາມາດ ອ່ານ ພາສາໄທໃນ Dictionary ໄດ້
4 ຕິດຕັ້ງ saysettha OT ເພື່ອສາມາດ ອ່ານເວັບໄຊບໍລິສັດ
5 download Google earth ພ້ອມທັງ zoom ໄປຫາເມືອງທີ່ເພິ່ນຢູ່..
ມັນກໍ່ເປັນການປູທາງໃຫ້ຮຽນຮູ້ ເລື້ອງ ການໂຄສະນາ ຫລື ໂປຣໂມທ ບໍລິສັດທາງອິນເຕີເນັດ ໄປນຳ ໄດ້ຮູ້ຈັກເຈົ້ານາຍຫລາຍຄົນ
ຕອນນັ້ນ ກຕຟ ເປັນຜູ້ບຸກເບີກ ເລື້ອງອິນເຕີເນັດ ໃນຟຟລ. ດຽວນີ້ ກໍ່ບໍ່ຄ່ອຍໄດ້ເຮັດແລ້ວ
ຟັງເບິ່ງແລ້ວຫຍຸ້ງຍາກພໍສົມຄວນສຳຫລັບຄົນທີ່ບໍ່ pay attention