Google pagerank updated

Filed under: web master — Wrote by pnomsin on Thursday, January 24th, 2008 @ 5:19 pm

ປົກກະຕິ ຂ້ອຍຈະຕິດ ຕົວບອກ PR ໄວ້ໃນເວັບບາງເວັບທີ່ຕ້ອງການຕິດຕາມ ບາງຄັ້ງກໍ່ເອົາອອກ ເພາະມັນບໍ່ໄດ້ມີຫຍັງຫນ້າອວດອ້າງ (PR ຕ່ຳໄປ ບໍ່ຢາກໂຊ)

ອີກເຫດຜົນຫນຶ່ງ ທີ່ບໍ່ເອົາໄປຕິດໄວ້ໃນເວັບ ກໍ່ຍ້ອນວ່າ ເຮົາສາມາດ ເບິ່ງຈາກ browser ໄດ້ເລີຍ, ໂດຍສະເພາະ browser ທີ່ມີ ການຕິດຕັ້ງ google toolbar, ເຮົາເປີດເວັບໃດ ກໍ່ເຫັນ PR ຂອງເວັບນັ້ນທັນທີ ຖືວ່າເຊັກໄປໃນຕົວ
ຖ້າເວັບເຮົາໂຕໃດ PR ສູງແດ່ ຈຶ່ງເອົາຄ່າ PR ມາແປະໃສ່ຫນ້າເວັບ, ເພື່ອອວດ ອິອິ

ມື້ນີ້ ເຫັນວ່າມີອັນແປກ PR ຂອງ pnomsin.hollosite.com = 2/10 ອ້າວ, ຜິດປົກກະຕິລະເດນິ, ປົກກະຕິມັນ ຕ້ອງ =3. ທຸກ 3 ເດືອນ ຈະມີການ ປັບຄ່າ PR ແລະ ກຳນົດການປັບຄັ້ງໃຫມ່ ກໍ່ແມ່ນ ທ້າຍເດືອນ1, ສົງໄສມັນປັບແລ້ວ ເພາະດຽວນີ້ກໍ່ຖືວ່າທ້າຍເດືອນຫນຶ່ງ

ຊັ້ນ, ກໍ່ຕ້ອງເຊັກ ຄ່າ PR ຄືນແລ້ວລະ
www.pnomsin.com ໄດ້ 3 ເທົ່າເດີມ

ແຕ່ມີເວັບທີ່ເຄີຍໄດ້ 3 ແລ້ວຕົກອັບດັບ ມາເປັນ 2 ຫລາຍເວັບເລີຍ
ໄດ້ແກ່ http://pnomsin.hollosite.com,
http://pnomsin.blogspot.com,
http://pnomsin.wordpress.com

ພວກທີ່ໄດ້ PR=2 ແລະ ຍັງໄດ້ 2 ຕໍ່ໄປ ໄດ້ແກ່
http://laobeginner.blogspot.com,
http://pnomsin.spaces.live.com,
http://forum.pnomsin.com,
http://laotraveller.blogspot.com

http://pnomsin.ifastnet.com ຕົກຈາກ 2 ເຫລືອ 0
http://pnomsin.flixya.com ຈາກ 0 ໄດ້ 2

ເວັບອື່ນໆ ທີ່ໄດ້ 1
http://pnomsin.hi5.com,
http://pnomsin.multiply.com,

ເວັບເກີດໃຫມ່ ແລະ ບໍ່ໄດ້ຄະແນນ
http://pnomsin.laoblogger.com
http://360.yahoo.com/pnomsin_eci
http://pnomsin.icspace.net
http://pnomsin.livejournal.com

  -

No comments yet. Be the first to comment this post.

Leave your comment

© ປະສົບການຂອງຂ້ອຍ | ບໍລິການຟຣີບລັອກຈາກ LaoBlogger.com