ລືມລະຫັດຜ່ານເຂົ້າ dail up

ເມື່ອກ່ອນ ເວລາຢາກໃຊ້ອິນເຕີເນັດ ແມ່ນໃຊ້ມືຖື ກັບເບີ etl ມັນ free ໃນຕອນທຳອິດ
ພໍເລີ້ມຕິດອິນເຕີເນັດ ມັນກໍ່ຢຸດບໍລິການຟຣີ ເກັບຄ່າບໍລິການ 1 kB /kip
ເບິ່ງກະຄືວ່າບໍ່ແພງ, ແຕ່ເຮົາເສືອກບໍ່ໄດ້ອ່ານປະກາດ ວ່າຈະເລີ້ມເກັບເງິນ
ມາຮູ້ໂຕ ກໍ່ຄືເງິນໃນມືຖື ຫາຍໄປ 40 ກວ່າພັນ
ເລີຍສົງໄສ ໄປອ່ານໃນເວັບໄຊ ຂອງetl, www.etllao.com ກໍ່ບໍ່ເຫັນວ່າມີປະກາດ
ໃນເວັບໃດໆ ກໍ່ບໍ່ເຫັນໃຜເວົ້າເຖິງ ເຂົາວ່າມີປະກາດ ທາງຫນັງສືພິມ
ຂ້ອຍອ່ານທຸກສະບັບຢູ່ແລ້ວ ແຕ່ອ່ານທາງອິນເຕີເນັດ ມັນຈຶ່ງບໍ່ເຫັນບັນດາແຈ້ງຂ່າວ
ຫລັງຈາກຮູ້ວ່າມັນບໍ່ free ອີກຕໍ່ໄປ ກໍ່ຍັງຕ້ອງໃຊ້ຕໍ່ໄປ ແຕ່ໃຊ້ໃຫ້ປະຢັດ ບໍ່ຕ້ອງໂຫລດຮູບໃນເວັບ
ເສຍໄປມື້ລະປະມານ ສິບພັນ ເດືອນຫນຶ່ງ ມັນກໍ່ກິນໄປສາມແສນ ອ້າວຍັງແພງຕວ່າ
ຫລ້າສຸດຫັນໄປໃຊ້ dail up 56 kbps ຂອງລາວໂທລະຄົມ ມັນຖືກກວ່າ ແຕ່ໂຄດຊ້າ
ໃຊ້ອອນລາຍແລ້ວຕ້ອງງົດສາຍໂທເຂົ້າ ໃຊ້ນຳກັນບໍ່ໄດ້ ດັ່ງນັ້ນຈຶ່ງຕ້ອງໃຊ້ຕອນເດິກ ຍາມເພິນບໍ່ໃຊ້ໂທລະສັບບ້ານ
ມື້ວານນີ້ ກໍ່ເຂົ້າມາອອນລາຍ ເຊັ່ນເຄີຍ ແຕ່ເຂົ້າບໍ່ໄດ້ ລະຫັດບໍ່ຖືກ
ປົກກະຕິ save ລະຫັດຜ່ານໄວ້ເລີຍ ເລີຍບໍ່ສົນໃຈ ທີ່ຈະປ້ອນ
ທີ່ຈົດໄວ້ກະບໍ່ຈັກວ່າຢູ່ໃສແລ້ວ ແນວວ່າຜູ້ໃຫ້ບໍລິການເພິ່ນຕັ້ງໃຫ້ ບໍ່ໄດ້ຕັ້ງເອງ
ລອງຜິດລອງຖືກຕັ້ງດົນກໍ່ເຂົ້າບໍ່ໄດ້
ບ໊າ, ສົງໄສເດັກນ້ອຍມືບອນມາລັກປ່ຽນລະຫັດແລ້ວເຊບໄວ້
ແກ້ແນວໃດ ແລ້ວກໍ່ຄຶດອອກ ຢ້ອນເວລາ ໃຫ້ມັນກັບໄປຕອນມັນຍັງໃຊ້ໄດ້
ແລ້ວກໍ່ລົງມື ເຮັດ system restore ໄປທີ່1ມື້ກ່ອນຫນ້ານັ້ນ
5555 ສຳເລັດ ເຂົ້າໄດ້ແລ້ວ
ວິທີ classic ແຕ່ໃຊ້ໄດ້ຜົນສະເຫມີ