”ປະສົບການຂອງຂ້ອຍ”ເວັບນີ້ PR ຂຶ້ນຈາກ0ແລ້ວ

ບໍ່ເຂົ້າໃຈປານໃດ, ປົກກະຕິ google ປັບ pagerank ທຸກ 3 ເດືອນ, ຫາກໍ່ປັບໄປ ຫວ່າງທ້າຍເດືອນ 1.
ເຫັນທ່ານ au8ust ອອກອາການຫງຸດຫງິດ ເພາະ Pr ເວັບເພິ່ນ ຫລົ່ນກັນເປັນຂະບວນ ກໍ່ເລີຍສົນໃຈ. ປົກກະຕິ ຖ້າໃຊ້ firefox ແລ້ວຕິດຕັ້ງ plugin ເຂົ້າໄປ ກໍ່ສາມາດ ເຫັນ Pr ຂອງເວັບເຫລົ່ານັ້ນໄດ້ໂດຍບໍ່ຕ້ອງ ໃຊ້ເຄື່ອງມືກວດ. ຖ້າ ໃຊ້ internet explorer ກໍ່ສາມາດ ດາວໂຫລດ google toolbar ມາຕິດຕັ້ງ ໂດຍຕິດຕັ້ງ Pagerank tool ເຂົ້າໄປນຳ ກໍ່ສາມາດເຫັນຄ່າ pr ຂອງຫນ້າເວັບທີ່ເຮົາເປີດຄືກັນ
ກໍ່ຮູ້ສຶກແປກໆຄືກັນ ວ່າຄ່າ pr ເວັບເຮົາ ມັນບໍ່ຄືເກົ່າ ກໍ່ຕ້ອງກວດສອບກັນລະນໍ ເວັບເຮົາກໍ່ຄົງຫລົ່ນຢ່າງເປັນຂະບວນຄືກັນ
ຜົນການກວດສອບ ກໍ່ເຮັດໃຫ້ອ່ອນກຳລັງໃຈ pnomsin.com ຕົກອັນດັບ ໂອ່ຍນໍ ແບບນີ້ບໍ່ມີແຮງເຮັດຕໍ່ແລ້ວ
ແຕ່ມີອັນລົງ ກໍມີອັນຂຶ້ນ ມີອັນຢູ່ເກົ່າ ຕາມທີ່ເຫັນໃນຮູບ
pnomsin.com PR ຕົກ
ໄປກວດ backlink ເຫັນວ່າ ຜູ້ສະຫນັບສະຫນູນຫລັກ 2 ລາຍ
ໄດ້ເຊົາສະຫນັບສະຫນູນ ບໍ່ມີເວັບເຮົາໃນຫນ້າຫນຶ່ງຂອງເວັບເຂົາເຈົ້າ
ເອ ຄືວ່າ ໃນ http://au8ust.org/about/mylinks/ ຍັງມີຢູ່ເດ້ລະ
ຕອນນີ້ ມີລິ້ງຢູ່ຫນ້າຫນຶ່ງຂອງ punlao ກັບ laoblogger
ແນວໃດກໍ່ຂໍເຊຍໃຫ້ 2 ເວັບນີ້ ດັງໄວໆ
ໄດ້ PR ສູງໆ
My test message no. 1 http://rolingasss.com
2 test message