mybloglog ເອີຍ

Filed under: web master — Wrote by pnomsin on Sunday, October 28th, 2007 @ 10:32 am

ມື້ນີ້ ກໍ່ປ່ຽນ theme ອີກຕາມເຄີຍ ມັນຄົງຕ້ອງປ່ຽນໄປອີກ ຈົນຮອດຈຸດລົງຕົວພຸ້ນລະ
ຕັ້ງໃຈ ຈະປັບແຕ່ງ pnomsin.laoblogger.com ໂດຍໃສ່ພວກ widget ເຂົ້າໄປຕື່ມ
ວ່າຈະໃສ່ rss feed, code ຕ່າງໆ ເຊັ່ນ mybloglog ເພື່ອໄວ້ໃຫ້ບັນດາທ່ານທີ່ເຂົ້າມາ ໄດ້ປະຫນ້າຕາຫລໍ່ໆ ໄວ້ໃຫ້ເຈົ້າຂອງເວັບໄດ້ເບິ່ງ

ແຕ່ມັນກະບໍ່ງ່າຍປານໃດ ທີ່ຈະເອົາ ໂຄດມາ
ເລີ້ມທີ່ http://www.mybloglog.com/buzz/members/pnomsin/
ແນມຫາບ່ອນທີ່ຈະເອົາໂຄດ ແນມແນວໃດກໍ່ບໍ່ເຫັນ
ຫາວິທີໃຫມ່ດີກວ່າ ເອົາຈາກບລັອກຂອງເຮົາ https://www.blogger.com/start ເພື່ອທີ່ຈະ sign in ເຂົ້າໄປເອົາໂຄດ
ອະນິຈາ, ຄວາມໄວຂອງເນັດເຮົາ ຫລື ຫຍັງກໍ່ບໍ່ຮູ້ ບໍ່ສາມາດ sign in ໄດ້
ເລີ້ມທີ່ opera ມາລອງ firefox ຈົນຮອດ internet explorer
ອັນສຸດທ້າຍ sign in ໄດ້. ໂອໄຄແດ່

ກ່ອນຫນ້ານີ້ mybloglog ຖືກ yahoo ຊື້ໄປ
ການ sign in ຕ້ອງ sign in ຜ່ານ yahoo ID
ກໍ່ເປັນບັນຫາ ພໍສົມຄວນ ແຕ່ກໍ່ຜ່ານໄປໄດ້ແລ້ວ

ໄດ້ໂຄດມາແລ້ວ ຈາກ pnomsin.blogspot.com
ໄປໃສ່ ທີ່ text1 ໃສ່ໄວ້ທີ່ side bar widget2, save
ວິວເບິ່ງ - ບໍ່ມີ
ໃສ່ເຂົ້າໄປອີກ, ກວດຄືນ - ຍັງເຫັນ, save, ກວດອີກ ຫາຍໄປແລ້ວ - ອ້າວ.
ໃສ່ເຂົ້າໄປອີກ ຫາຍອີກ. ຮວ້າຍ, ເຄີຍເອົາໃສ່ຢູ່ຫນາ ບໍ່ແມ່ນບໍ່ມີປະສົບການ
ແຕ່ງເວັບ pnomsin.com ຍັງເຮັດເອົາເອງໄດ້ ແຕ່ບໍ່ເຄີຍເອົາໂຄດນີ້ເຂົ້າ
ລອງໄປເອົາເຂົ້າ ຢູ່ pnomsin.com ກໍ່ເຂົ້າໄດ້ ໂຄດບໍ່ຫາຍ
ແຕ່ຫນ້າຕາຄົນ ແມ່ນອັນດຽວກັບໃນບລັອກ pnomsin.blogspot.com

4 Comments   -
  • Comment by au8ust | October 28, 2007 @ 3:25 pm

    ເວລາໃສ່ Text Widget ໃຫ້ໃສ່ແຕ່ Code ຂອງ MyBlogLog ເທົ່ານັ້ນ ຢ່າໃສ່ແນວອື່ນປົນລອງເບິ່ງ :D

  • Comment by pnomsin | October 28, 2007 @ 3:42 pm

    ເຫັນບ່ອນເອົາໂຄດແລ້ວ ມັນຢູ່ກ້ອງຮູບບລັອກ ຂຽນວ່າ get widget
    ແຕ່ວ່າ, ລາວບລັອກເກີ ບໍ່ເຫັນມີບ່ອນແກ້ໄຂ theme ເພື່ອໃສ່ google analytic ຫລື ໂຄດ mybloglog ທີ່ຕ້ອງ ໃສ່ໄວ້ ກ່ອນ

  • Comment by pnomsin | October 28, 2007 @ 3:47 pm

    ທີ່ຕ້ອງ ໃສ່ໄວ້ ກ່ອນ
    ແມ່ນຫຍັງ ຄອມເມ້ນທ ໄດ້ແຕ່ສາມແຖວຫວາ ?
    ກາຍນັ້ນມັນຕັດອອກ ບໍ

  • Comment by atmuqc fgzw | August 13, 2008 @ 7:33 am

    jrcgh wbzuhft yipxrwg fkzpustd mcokzt jbuv wqjiydc

Leave your comment

© ປະສົບການຂອງຂ້ອຍ | ບໍລິການຟຣີບລັອກຈາກ LaoBlogger.com