ແກ້ໄຂຂະຫນາດຕົວຫນັງສື ໃນເວັບ

Filed under: blogging — Wrote by pnomsin on Tuesday, June 10th, 2008 @ 9:50 am

ຫົວຫນ້າທ່ານຫນຶ່ງໃນຟຟລ
ບອກວ່າໄດ້ອ່ານເວັບ pnomsin.com
ອ່ານແລ້ວມີສາລະດີ ຕິແຕ່ຕົວຫນັງສືມັນນ້ອຍ
ຂ້ອຍໄປເບິ່ງນຳເພິ່ນ
ມັນກໍ່ນ້ອຍອີຫລີ
ລອງປັບຂະຫນາດຕົວອັກສອນເປັນໃຫຍ່ສຸດ view>text size> largest
ແຕ່ກໍ່ຍັງນ້ອຍຢູ່
ເພິ່ນໃຊ້ internet explorer 7 ຫນ້າຈໍ ປັບໃສ່ອັນໃຫຍ່ສຸດ

ເຮົາເອງກໍ່ເຄີຍໄປເປີດເວັບ pnomsin.com ຢູ່ຫລາຍບ່ອນ
ສ່ວນຫລາຍເພິ່ນໃຊ້ internet explorer ແລະ ກໍເຫັນວ່າມັນນ້ອຍອີຫລີ
ຖ້າໃຊ້ opera ຫລື fire fox ແມ່ນອ່ານໄດ້ງ່າຍ ຕົວຫນັງສືບໍ່ນ້ອຍ ແລະ ບໍ່ໃຫຍ່

ຫລັງຈາກທີ່ໄດ້ເອົາບັນຫານີ້ ໂພສລົງໃນເວບບອດ
ທ່ານ au8ust ກໍ່ໄດ້ຂຽນຄຳແນະນຳໃຫ້

ໃຫ້ເປີດໄຟລ໌ http://www.pnomsin.com/wp-content/themes/silver-light-01/style.css ຂຶ້ນມາດ້ວຍໂປຣແກຣມ Text Editor ທີ່ບໍ່ແມ່ນ Notepad ເຊັ່ນ Notepad++ ຫຼື Edit Plus ຫຼື Dreamweaver ແລ້ວຊອກຫາ
Code:
body{font-family:Verdana, Arial, Helvetica, sans-serif;font-size:12px;color:#666;margin:0;padding:0;}

ຈາກນັ້ນປ່ຽນເປັນ
Code:
body {
font-family:Verdana, Arial, Helvetica, sans-serif, DokChampa, Saysettha OT, Phetsarath OT;
font-size:normal 85%/normal;
color:#666;
margin:0;
padding:0;
}

ລອງເບິ່ງເດີ້

ໄດ້ລອງ ເບິ່ງຕາມເພິ່ນແລ້ວ ແຕ່ໂຕຫນັງສືມັນໃຫຍ່ໂພດ ເລີຍປັບຂະຫນາດເປັນ 14 px
ກໍ່ເຫັນວ່າ ໄດ້ແລ້ວ. ງາມກວ່ານີ້ເພິ່ນຍັງເອົາ ຫຸຫຸ

1 Comment   -
  • Comment by au8ust | June 10, 2008 @ 11:31 am

    ຮູ້ສຶກວ່າ ບອກ code ຜິດໄປຫນ້ອຍຫນຶ່ງ ຕ້ອງແກ້ເປັນ


    body {
    font-family:"Saysettha OT", "DokChampa", "Phetsarath OT", Verdana, Arial, Helvetica, sans-serif;
    font-size:normal 85%/normal;
    color:#666;
    margin:0;
    padding:0;
    }

    :D

Leave your comment

© ປະສົບການຂອງຂ້ອຍ | ບໍລິການຟຣີບລັອກຈາກ LaoBlogger.com