ຊ່ວຍໂລກ ເທົ່າທີ່ເຮັດໄດ້
ມື້ນີ້ມາແປກແດ່ຈັກຫນ່ອຍ. ສັງເກດບໍ່ວ່າ ຫນ້າເວັບປ່ຽນຈາກສີຂາວ ເປັນສີດຳ.
ເພິ່ນວ່າ ຖ້າເວັບມາສເຕີທຸກຄົນ ສ້າງເວັບເປັນສີດຳ ຈະເຮັດໃຫ້ ຈໍ monitor ໃຊ້ພະລັງງານໄຟຟ້າຫນ້ອຍລົງກວ່າເກົ່າ.
Google ເອງ ກໍ່ເຄີຍປ່ຽນສີ ໃນວັນທີ່ຫລາຍປະເທດນັດກັນມອດໄຟ, ກາຍເປັນ Google in black

ຢູ່ທີ່ບ້ານ ຍັງໃຊ້ monitor ແບບຈໍສວດ ເຊິ່ງກິນໄຟຫລາຍ ກວ່າຈໍພຽງ. ແຕ່ຈະເຮັດແນວໃດ ໃນເມື່ອງົບທີ່ຈະປ່ຽນເປັນຈໍ LCD ຍັງບໍ່ພໍ. ຫນ້າຈະມີການ ເອົາເຄື່ອງໄຟກິນຫລາຍ ໄປແລກກັບເຄື່ອງໃຊ້ປະຢັດພະລັງງານເນາະ ຄົງຊ່ວຍຊາດໄປໄດ້ຫລາຍ
ແຕ່ແນວໃດກໍ່ຕາມ ຖ້າທຸກຄົນ ຕັ້ງ screen saver ໃຫ້ຫນ້າຈໍມອດໄປເອງ ເມື່ອບໍ່ໃຊ້ວຽກ ກໍ່ຈະປະຢັດໄປໄດ້ອີກທາງຫນຶ່ງ
ການປະຢັດໄຟຟ້າ ກໍ່ເປັນຊ່ວຍໂລກ ດ້ານບັນຫາໂລກຮ້ອນ ແລະ ກໍ່ເປັນການຊ່ວຍປະເທດເຮົາ ໃຫ້ສາມາດໃຊ້ພະລັງງານໄຟຟ້າ ໄດ້ຢ່າງມີປະສິດທິຜົນ
ຖ້າພວກເຮົາ ຟຸມເຟືອຍ ພະລັງງານໄຟຟ້າ ເພິ່ນຕ້ອງສ້າງເຂື່ອນເພີ້ມໄປເລື້ອຍໆ ເພື່ອໃຫ້ພໍກັບຄວາມຕ້ອງການ
ແຕ່ຖ້າພວກເຮົາໃຊ້ໄຟຟ້າຢ່າງປະຢັດ ພະລັງງານ ຈາກເຂື່ອນທີ່ມີຢູ່ ກໍຈະພຽງພໍກັບການຊົມໃຊ້ພາຍໃນ ແລະ ເຫລືອໄວ້ ສຳລັບສົ່ງຂາຍອອກນອກປະເທດ
ເອົາເທົ່ານີ້ພໍເນາະ ບໍ່ມີໃຜມັກຟັງເທດດອກ 55.
ຫລາຍເວັບເລີ້ມປ່ຽນໄປເປັນສີດຳຫລືຍັງ
ຢາກເປັນນໍ່