Where is my watch list (technorati has changed)

Filed under: blogging — Wrote by pnomsin on Thursday, December 13th, 2007 @ 5:28 pm

technoratiTechnorati ເປັນເວັບທີຂ້ອຍມັກເຂົ້າໄປອ່ານ. ເຂົ້າໄປເກືອບທຸກມື້.
ເວລາເຂົ້າໄປ ສ່ວນຫລາຍມັກຈະ ມີກິດຈະກຳປະຈຳວັນດັ່ງນີ້ ຄື:
1 ເຂົ້າໄປເພື່ອເບິ່ງວ່າ ມີໃຜໃນລາຍຊື່ favourite blog ໄດ້ຂຽນເລື້ອງໃຫມ່ແດ່
2 ເຂົ້າໄປເພື່ອ ກວດກາວ່າ ມີໃຜລິ້ງມາຫາບລັອກເຮົາແດ່
3 ກວດກາເບິ່ງວ່າ ຄຳສັບທີ່ເຮົາຕິດຕາມ ມີບລັອກໃດ ຂຽນເຖິງມັນແດ່ (Watch list)
4 ກວດເບິ່ງວ່າ ບົດຄວາມທີ່ເຮົາຂຽນຫາກໍ່ແລ້ວ ເຂົ້າໄປຢູ່ໃນລາຍຊື່ຂອງ technorati ຫລືຍັງ
ຖ້າຍັງ ກໍ່ຕ້ອງທຳການ ping ເພື່ອໃຫ້ມັນມາກວດກາບລັອກເຮົາ ແລະ ເອົາບົດຄວາມໃຫມ່ຂອງເຮົາ ເຂົ້າໄວ້ໃນລາຍຊື່ ໃຫ້ໂລກໄດ້ເຫັນ

ທຸກການເຄື່ອນໄຫວ ເຮົາຈະຮູ້ທັນທີ ແລະ ສາມາດນຳໄປຫາບລັອກນັ້ນໆໄດ້
ຕົວຢ່າງ ຖ້າບລັອກໃດ ໂພສບົດຄວາມປຸບ ເຮົາກໍ່ຮູ້ ແລະ ນຳໄປ ເພື່ອ ຄອມເມ້ນ

ແຕ່ວ່າ watch list ທີ່ຂ້ອຍໃຊ້ຕິດຕາມ ຄຳສັບ ໄຟຟ້າ ເພື່ອຮູ້ໄດ້ວ່າ ເວັບໃດຂຽນເລື້ອງໄຟຟ້າແດ່
(ມີຄຳວ່າໄຟຟ້າ ເປັນຫລາຍພາສາ) ຕອນນີ້ ບໍ່ມີອີກແລ້ວ

technorati ໄດ້ປັບປຸງຫນ້າຕາໃຫມ່ ມີອັນເພີ້ມມີອັນຕັດອອກ ແລະ watch list ຫາຍໄປ
ຄົງຕ້ອງຫາເຄື່ອງມືອື່ນ ເພື່ອໃຊ້ຕິດຕາມຄຳສັບແລ້ວລະ
ມີໃຜຈະໃຫ້ຄຳແນະນຳໄດ້ແດ່ ເຊີນເດີ້ ເຊີນແນະນຳ

ເລື້ອງຜາສ້ວມ ຂຽນໄດ້ດີ ຈົນມີຄົນຢາກໄປ

Filed under: blogging, talking — Wrote by pnomsin on Wednesday, November 28th, 2007 @ 4:39 pm

ສອງມື້ກ່ອນ ໄດ້ຮັບອີເມລ

Hi,
I have seen your blog and I am looking to book some rooms in the Pha Souam resort but I can’t find an address email or a phone number. Do you have some informations to give to me?
Thanks a lot!
Regards,
Emma

ຂ້ອຍກໍ່ຫາບໍ່ໄດ້ຄືກັນ ບໍ່ມີເວັບບໍ່ມີເມລ
ແຕ່ທ່ານບ່າວປາກເຊຈັດການໃຫ້ແລ້ວ
ເມລໄປບອກເຂົາແລ້ວ

© ປະສົບການຂອງຂ້ອຍ | ບໍລິການຟຣີບລັອກຈາກ LaoBlogger.com