ວິທີທີຫນຶ່ງ: ລອງດ້ວຍການອັບໂຫລດ
Unable to create directory /home/punlocom/public_html/laoblogger/wp-content/blogs.dir/84/files//2007/11. Is its parent directory writable by the server?
Back to Image Uploading
ບໍ່ສຳເລັດ
ວິທີທີສອງ: ລອງດ້ວຍການອິນເສີດມາຈາກເວັບອື່ນ

ໂອເຄ-ຜ່ານເນາະ
ບໍ່ຮູ້ວ່າມີຄົນເຂົ້າມາອ່ານ ຫນ້ອຍຫລາຍປານໃດເທື່ອ
ຄົງຍັງບທັນມີໃຜ ນອກຈາກ ເຈົ້າຂອງບລັອກ ກັບ ເຈົ້າຂອງເຊີບເວີ 555
ເຫັນຄອມເມນຂອງທ່ານ sen9y ສະແດງວ່າເຂົ້າມາແລ້ວ ເປັນຜູ້ທີ3
ຖ້າຢາກໃຫ້ຮູ້ວ່າທ່ານກໍ່ເຂົ້າມາ ກໍ່ລອງປະຮ່ອງຮອຍໄວ້ໃຫ້ເຫັນແດ່
ຫນ້າຈະມີ Cbox ໄວ້ເນາະ ສຳລັບຂຽນທັກທາຍສະບາຍດີ
ທຳອິດວ່າຈະໃຫ້ມີ mybloglog ແຕ່ໃສ່ໂຄດເຂົ້າໄປບໍ່ໄດ້ ກະເລີຍເຊົາ
ຄິດວ່າ Cbox ຫລື Guestbook ກໍ່ຄົງໃສ່ເຂົ້າໄປບໍ່ໄດ້ເຊັ່ນກັນ
ແຕ່ວ່າ ທ່ານ au8ust ເພິ່ນກໍ່ບອກວ່າຈະແກ້ໃຫ້ ແຕ່ຕອນນີ້ເພິ່ນຄົງຫຍຸ້ງກັບໂຄງການສະຫລະໂສດຢູ່ ຫລັງຈາກເພິ່ນກັບມາຈາກຕ່າງແຂວງພຸ້ນລະ
ສຸກສັນວັນວິວາເດີ້ທ່ານ au8ust
ສອງມື້ກ່ອນໄດ້ເພີ້ມຫນ້າໃຫ້ກັບບລັອກ ອີກຫນ້າຫນຶ່ງ ໃສ່ຊື່ວ່າ service ບາງທີກໍ່ອາດຈະປ່ຽນຊື່ໄປອີກ
ຕັ້ງໃຈ ວ່າຈະເອົາລິ້ງຕ່າງໆ ທີ່ຄິດວ່າຜູ້ທີ່ສ້າງເວັບໄຊ ຕ້ອງໄດ້ໃຊ້
ເລີ້ມຈາກ ລິ້ງສຳລັບກວດ ຄ່າ Pagerank
ຈາກນັ້ນ ກໍ່ຄ່ອຍໆ ເພີ້ມເຂົ້າໄປ ເທື່ອລະລິ້ງ
ແນວໃດກໍ່ຕາມ ມັນຄົງບໍ່ຄົບຖ້ວນເທື່ອ ຖ້າທ່ານຜູ້ອ່ານ ເຫັນວ່າຄວນເພີ້ມຫຍັງ ຫລື ມີລິ້ງອື່ນທີ່ດີກວ່າ ກໍ່ຂໍໃຫ້ແນະນຳມາໃຫ້ແດ່
ດ້ວຍການຂຽນລົງໃນບ່ອນສຳລັບ ຂຽນຂໍ້ຄິດເຫັນ ຢູ່ດ້ານລຸ່ມຂອງບົດຄວາມນີ້
ກະລຸນາຕິດຕາມອ່ານປະສົບການຂອງຂ້ອຍໃນເລື້ອງອື່ນຕໍ່ ໃນໄວໆນີ້
ຕັ້ງແຕ່ເຊົ້າ ພະຍາຍາມລັອກອິນເຂົ້າມາ ແຕ່ບໍ່ສຳເລັດ ລອງແລ້ວລອງອີກ ປະມານ2-3ເທື່ອໃນໂອເປຣາ
ຕໍ່ມາລອງເຂົ້າຜ່ານ internet explorer ກໍ່ບໍ່ສຳເລັດ
ຂັ້ນຕອນການລັອກອິນ ກໍ່ມີອັນຕ່າງຢູ່ ນອກຈາກຕ້ອງໃສ່ຊື່ແລະລະຫັດຜ່ານແລ້ວ ຍັງຕ້ອງຂຽນເລກສີ່ໂຕ ທີ່ວາງໄວ້ຫລອກໆອີກ
ບາດສິລັອກອິນໄດ້ ແມ່ນຍ້ອນວ່າມີຄອມເມນທ ລໍໃຫ້ອາປຣູບ ເບິ່ງຈາກ junc mail ເລີຍເຂົ້າມາຈາກລິ້ງໃນອີເມລ
ຈຶ່ງສຳເລັດ ແລະໄດ້ມາຂຽນປະສົບການໃນນີ້ແລ
ຍິນດີຕ້ອນຮັບສູ່ Laoblogger.com. ນີ້ຄືໂພສຕ໌ທຳອິດຂອງຂ້ອຍ. ກ່ອນອື່ນກໍ່ຂໍສະແດງຄວາມຍິນດີກັບບລັອກເກີດໃຫມ່ ເຊິ່ງຂ້ອຍຂຽນຂຶ້ນມາເອງ ຫະຫະ.
ຕັ້ງແຕ່ກໍ່ຕັ້ງລາວບລັອກເກີ ກໍ່ໄດ້ຕິດຕາມການເຄື່ອນໄຫວມາຕະຫລອດ ເລີ້ມແຕ່ການສະຫມັກ ເປັນuser ຈົນຮອດມື້ນີ້ ຈຶ່ງມາສ້າງບລັອກ
ບລັອກນີ້, ຕັ້ງໃຈວ່າຈະເປັນບ່ອນສຳລັບ ບັນທຶກປະສົບການຕ່າງໆ ໃນໂລກໄຊເບີ ເຊິ່ງແຕ່ກ່ອນ ຂຽນຢູ່ windows live space
ດຽວນີ້ມັນແປຮູບໄປແລ້ວ ໃຊ້ເປັນບ່ອນຂຽນເລື້ອງລາວຊີວິດສ່ວນຕົວໄປແລ້ວ
ຂໍເລີ້ມເລົ່າປະສົບການມື້ນີ້ກ່ອນ:
ເລີ້ມຈາກຫນ້າທຳອິດຂອງລາວບລັອກເກີ
ລອງກົດປຸ່ມສ້າງບລັອກ ມັນປະຕິເສດເລີຍ ມັນວ່າຊື່ນີ້ມີແລ້ວ ເອ, ຫລືວ່າເຮົາເຄີຍສະຫມັກມາກ່ອນແລ້ວ
ລອງລັອກອິນລອງເບິ່ງ, ໄດ້ເວີ້ຍ, ເອົາແນວໃດຕໍ່? ສະຫມັກບລັອກເລີຍ..ຜ່ານ
ບາດນີ້, ມາເລືອກtheme, ມີຫລາຍອີຫລີ, ໄຄແຕ່ມີຄົນເລືອກມາໃຫ້ແລ້ວ ຜ່ານມາໄປເລືອກເອງ ເລືອກຈົນຕາລາຍ ມັນຫລາຍໂພດ
ລອງປ່ຽນໄປປ່ຽນມາ ປະມານ 2-3 ຮອບ ກໍ່ເລີຍຕົກລົງປົງໃຈກັບ theme ນີ້
ໃນໂອກາດຫນ້າ ກະລຸນາຕິດຕາມອ່ານປະສົບການຂອງຂ້ອຍຕໍ່
ໂຊກດີ