Archive for November, 2007

ຫມາຍຖາມເຕັມໄປຫມົດ ຊ່ວຍແກ້ໃຫ້ແດ່

Posted on November 28th, 2007 in laoblogger | 4 Comments »

qtm.JPG

ທ່ານເດືອນແປດເອີຍ ແກ້ໃຫ້ແດ່

ມີຊື່ແຕ່ຢູ່ທ້າຍອັນດັບ ຍັງດີກວ່າບໍ່ມີ

Posted on November 28th, 2007 in talking | 2 Comments »

ມື້ນີ້ເຂົ້າເບິ່ງເວັບ www.pnomsin.com ໄປສັງເກດທີ່ e-referrer ວ່າມີເວັບໃດລິ້ງມາຫາເວັບເຮົາແດ່
ໄປສະດຸດຕາກັບເວັບພາສາຈີນ ຢູ່ລຸ່ມສຸດ 老挝相关介绍�…ເຊິ່ງລິ້ງໄປຫາ
http://www.goodcau.com/cn/forum/viewthread.php?tid=829
老挝相关介绍网站集合 ໃນນັ້ນມີລາຍຊື່ເວັບໄຊລາວພຽບເລີຍ
ເມື່ອເລື່ອນລົງໄປເລື້ອຍໆ ຈົນຮອດລຸ່ມສຸດຂອງລາຍຊື່ ກໍ່ພົບກັບຊື່ເວັບຕົວເອງເຂົ້າ 555

http://www.laozaa.com

http://www.au8ust.org

http://www.pnomsin.com

http://www.laotec.com

http://www.laoupdate.info

http://www.misslao.net

http://www.missaponelao.com

http://www.missluxlao.com

注意: 老挝语的网站您电脑可能看不见文字,原因是因为您电脑系统没有老挝字体
解决方法: 点击这里下载老挝字体
并另存为您系统的 C:\WINDOWS\Fonts 却可.

ເລື້ອງຜາສ້ວມ ຂຽນໄດ້ດີ ຈົນມີຄົນຢາກໄປ

Posted on November 28th, 2007 in blogging, talking | No Comments »

ສອງມື້ກ່ອນ ໄດ້ຮັບອີເມລ

Hi,
I have seen your blog and I am looking to book some rooms in the Pha Souam resort but I can’t find an address email or a phone number. Do you have some informations to give to me?
Thanks a lot!
Regards,
Emma

ຂ້ອຍກໍ່ຫາບໍ່ໄດ້ຄືກັນ ບໍ່ມີເວັບບໍ່ມີເມລ
ແຕ່ທ່ານບ່າວປາກເຊຈັດການໃຫ້ແລ້ວ
ເມລໄປບອກເຂົາແລ້ວ

ເລື້ອງງ່າຍໆ ທີ່ກາຍເປັນຍາກ

Posted on November 26th, 2007 in talking | 3 Comments »

ນ້ອງຊາຍຄີງໆນີ້ຫລະ ມັນໂທມາຫາ ມັນຢາກມີອິນເຕີເນັດໃຊ້.
ມັນຊື້ຄອມພິວຕີມາແລ້ວ ແລະ ເຊື່ອມຕໍ່ກັບໂທລະສັບວິນໂຟນ.
ແຕ່ມັນບໍ່ພໍໃຈ ທີ່ໃຊ້ໄປບໍ່ພໍເທົ່າໃດ ກໍ່ຫມົດໄປ 50,000 ກີບ.
ມັນຢາກໃຊ້ ມືຖືເຄືອຂ່າຍ etl, ເບີກໍ່ຊື້ມາແລ້ວ.

ຂ້ອຍແນະນຳມັນ ໃຫ້ເປີດບໍລິການ GPRS ກັບສູນບໍລິການ.
ຕໍ່ມາໃຫ້ລອງເຂົ້າອິນເຕີເນັດ ໃນຫນ່ວຍມືຖື ວ່າເຂົ້າໄດ້ບໍ່.
ຖ້າບໍ່ມີບັນຫາຫຍັງ ຈຶ່ງເວົ້າເລື້ອງເຊື່ອມຕໍ່ໃສ່ຄອມພິວເຕີ.
ແລະ ທຸກຢ່າງກໍ່ໄປຕາມທີ່ຕ້ອງການ ມັນສາມາດເຂົ້າອິນເຕີເນັດໃນຫນ່ວຍໄດ້.

ເມື່ອໄປທີ່ເຮືອນມັນ ກໍ່ລອງເຊື່ອມຕໍ່ໂທລະສັບ ກັບຄອມ ປະກົດວ່າບໍ່ເຫັນກັນ.
ມັນຕິດຕັ້ງ nokia pcsuite ຈາກແຜ່ນຊີດີ ທີ່ມາກັບມືຖື.
ບໍ່ແມ່ນເລື້ອງແປກ ຊີດີມາກັບມັນ ເຄີຍປະຕິເສດຫນ່ວຍມືຖື.
ທາງທີ່ເຄີຍແກ້ ແມ່ນເອົາ nokia pcsuite ລຸ້ນຫລ້າສຸດ ຈາກເວັບໄຊ, ມັນຖືກກັບໂທລະສັບທຸກລຸ້ນ.

ລອງຕິດຕັ້ງ nokia pcsuite ທີ່ກຽມໄປ ກໍ່ສາມາດ connect ໂທລະສັບກັບຄອມໄດ້.
ຕັ້ງຄ່າສຳລັບເຂົ້າອິນເຕີເນັດຂອງetl “etlnet” ແລ້ວກໍ່ connect. FAILED.
ບໍ່ວ່າຈະພະຍາຍາມຊ່ຳໃດ ກໍ່ບໍ່ສຳເລັດ.
ລອງຕັ້ງຄ່າຕາມທາງ etl ແນະນຳ ມັນຟ້ອງ error 678.
ຕ້ອງໄດ້ໂທຖາມສູນບໍລິການ ເພິ່ນວ່າ ມັນເປັນນຳ modem.
ຍອມເລີຍ. ຍັງບໍ່ທັນເຊື່ອມຕໍ່ໄດ້ປານນີ້. ເລື້ອງແນວນີ້ ເຄີຍໃຊ້ເວລາ 5-10 ນາທີເທົ່ານັ້ນ

ລະຫັດ 403 Forbidden

Posted on November 22nd, 2007 in web master | 1 Comment »

ພົບຢູ່ໃນລາຍຊື່ບລັອກຂອງເຮົາ laotraveller.blogspot.com
tecnorati.JPG