My Joomla website

Filed under: web master — Wrote by pnomsin on Wednesday, November 21st, 2007 @ 12:43 am

ຫລັງຈາກລອງດາວໂຫລດ joomla ມາຕິດຕັ້ງເອງ ບໍ່ສຳເລັດ
ກໍ່ນັ່ງຄອຍນອນຄອຍທ່ານ os555 ເພິ່ນກະລຸນາຕິດຕັ້ງໃຫ້
ແລ້ວ pnomsin.icspace.netມັນກໍ່ອອກມາສູ່ສາຍຕາ ທຸກທ່ານ
ມີການເອົາໄປອວດທີ່ laoopensource forum ອີກ

ຜ່ານການລອງຫລິ້ນໄປໄດ້ສອງສາມມື້ ເຫັນວ່າ
ມີບາງອັນຍາກ ບາງອັນກໍ່ງ່າຍ ບາງອັນຄືກັບ wordpress ໂດຍສະເພາະ ການ insert image.
ແຕ່ joomla ຈະມີຄຳສັ່ງຕ່າງໆຫລາຍກວ່າ. ເບິ່ງແລ້ວກໍ່ສົມລາຄາຄຸຍຂອງທ່ານຕູ່ຢູ່.

ເຖິງແນວໃດກໍ່ຕາມ ກໍ່ບໍ່ຄິດຍາກດອກ ເພາະທາງທີມງານ laoopensource ຄົງຊ່ວຍໄດ້
ຊົມເຊີຍຜົນງານຂອງທິມງານ ນຳໂດຍທ່ານ ວຽງສາຄອນ ພັນທະນູສີ ແລະ ຂອບໃຈທ່ານໂອສ ທີ່ຊ່ວຍຕິດຕັ້ງໃຫ້

Alexa ພາເຊັງ

Filed under: web master — Wrote by pnomsin on Monday, November 19th, 2007 @ 4:48 pm

pnomsin.com ເປີດຕົວ ທ້າຍເດືອນ 6/2007 ທີ່ອັນດັບ 390.XXX
ຈາກນັ້ນກໍ່ຄ່ອຍໆຕົກລົງເລື້ອຍມາ
ມື້ນີ້ ມັນລົງມາຮອດ 9 ແສນກ່ວາແລ້ວ

http://www.alexa.com/data/details/traffic_details/pnomsin.com

ເຮົາໄດ້ເຂົ້າໄປກວດ traffic ໃນ google analytic ກໍ່ເຫັນວ່າຄົນເຂົ້າຫລາຍຂຶ້ນ
ມື້ທີ່ຄົນເຂົ້າຫລາຍສຸດແມ່ນ ຫົກສິບຄົນ ຖ້າເປັນວັນເສົາ ວັນອາທິດ ຈະມີຫນ້ອຍ

ຍັງໄດ້ເຂົ້າໄປກວດເບິ່ງ ຢູ່ເຊີບເວີ ເຊິ່ງກໍ່ມີສະຖິຕິໃຫ້ເບິ່ງເຊັ່ນກັນ ກໍ່ເຫັນວ່າ ຄົນເຂົ້ານັບມື້ນັບຫລາຍ
ແລ້ວແບບນີ້ ແປວ່າAlexa ບໍ່ຫນ້າເຊື່ອຖື ຫລື ມີເວັບອື່ນແຊງເຮົາອັນດັບຈຶ່ງຕົກລົງເລື້ອຍໆ

ເປີດ laoblogger ດ້ວຍ Firefox 3.01b1

Filed under: laoblogger — Wrote by pnomsin on Sunday, November 18th, 2007 @ 1:50 am

ເວັບໄຊຂອງເຮົາ ຫລາຍຄົນບອກວ່າເບິ່ງບໍ່ໄດ້, ມັນຕົວຫນັງສືແຕກ.
ໄດ້ລາຍງານບັນຫານີ້ ຕໍ່ທ່ານ August.
ເພິ່ນບອກວ່າ ບັນຫານີ້ ແກ້ໄດ້ ດ້ວຍ Firefox 3
http://ftp.mozilla.org/pub/mozilla.org/firefox/nightly/2007-11-07-03-firefox3.0b1/firefox-3.0b1.en-US.win32.installer.exe
ໄດ້ລອງດ້ວຍຕົວເອງແລ້ວ, ພາສາລາວໃຊ້ໄດ້, ພາສາອັງກິດ ແລະ ພາສາໄທກໍ່ໃຊ້ໄດ້.

ນີ້ແມ່ນຮູບທ່ານ au8ust ສົ່ງມາໃຫ້ເບິ່ງ ເບິ່ງຮູບ

Firefox ໃນເມື່ອກ່ອນ ມັກມີບັນຫາຫຼາຍ ໃນການສະແດງຫນ້າເວັບພາສາລາວ ແລະ ພາສາໄທ.
fire fox vs Thai Web

joomla template

Filed under: web master — Wrote by pnomsin on Saturday, November 17th, 2007 @ 7:33 am

ວານນີ້ ທ່ານ os ສົ່ງເວັບນີ້ມາໃຫ້ os555.blogspot.com
ເວັບນີ້ ຮູ້ຈັກມາດົນແລ້ວ. ຍັງມີໃຫ້ເຫັນໃນລາຍຊື່ບລັອກ (blogroll)ຂອງ laobeginner.
ເທົ່າທີ່ຮູ້ ເພິ່ນບໍ່ຄ່ອຍອັບເດດ ເລີຍບໍ່ໄດ້ຕິດຕາມ.

ໄລຍະນີ້ ທ່ານ os ກຳລັງເຮັດກ່ຽວກັບ lao open source ໂດຍສະເພາະ joomla ລາຍລາວ.
ມັນເຮັດໃຫ້ຂ້ອຍສົນໃຈ ແລະ ລອງດາວໂຫລດເວີຊັນຫລ້າສຸດມາໃຊ້ ພໍດີມີສອງເວັບທີ່ຈອງພື້ນທີ່ໄວ້ ແຕ່ບໍ່ໄດ້ໃຊ້ງານ.
pnomsin.icspace.net ຈອງໄວ້ແຕ່ເດືອນ 4/2007 ກັບ pnomsin.110mb.com

ຫລັງຈາກອັບໂຫລດ ແລະ ລອງຕິດຕັ້ງ ປະກົດວ່າ ຕິດຕັ້ງບໍ່ສຳເລັດ. ມັນບໍ່ສາມາດຕິດຕໍ່ກັບຖານຂໍ້ມູນ. ສົງໄສບັນຫາທີ່ເຊີບເວີ.
ປຶກສາທ່ານ os ເພິ່ນກໍ່ຮັບປາກຈະເບິ່ງໃຫ້. ເຫັນວ່າ ເວີຊັນທີ່ດາວໂຫລດມາ ຍັງບໍ່ສົມບູນ ເພິ່ນເລືອກໃຫ້ໃຫມ່ Joomla! 1.0.13 Stable ມັນໃຊ້ກັບ utf-8 ໄດ້ສົມບູນແບບທີ່ສຸດ.

ວານນີ້ ທ່ານ os ສົ່ງເວັບນີ້ມາໃຫ້ os555.blogspot.com ກໍ່ເພື່ອຈະບອກວ່າ ໃນເວັບນັ້ນ ມີ free joomla template ໃຫ້ເລືອກ. ເບິ່ງແລ້ວ ມີບົດຄວາມ ໃຫມ່ໆ ພາສາອັງກິດ ຂຽນຕາມສະໄຕມືອາຊີບ ເຊິ່ງແຕກຕ່າງໄປຈາກ ບົດຄວາມກ່ອນຫນ້າ ທີ່ເພິ່ນຂຽນເລື້ອງສະຖານທີ່ ທີ່ເພິ່ນໄປທ່ຽວມາ ເປັນພາສາລາວ.

ເພິ່ນເອີ້ນພວກນີ້ວ່າ ພວກเกรียน

Filed under: talking — Wrote by pnomsin on Thursday, November 15th, 2007 @ 4:10 pm

ພວກທີ່ມັກໃຊ້ຊື່ຜູ້ອື່ນໄປໂພສມະລຳມະລອຍ ທ່ານAu8ust ບອກວ່າຢູ່ເມືອງໄທເອີ້ນວ່າ เกรียน
บุคคลที่อยู่ในสภาวะเกรียน อาจมีบุคลิกภาพต่อไปนี้มากกว่า 1 ข้อ
*มีความเชื่อมั่นในตัวเองสูง ถึงขั้นที่เชื่อว่าตนเองเป็นฝ่ายถูกเสมอ หรือสร้างความน่าเชื่อถือให้ตัวเอง
*มี EQ ต่ำ เนื่องจากจะแสดงออกตามอารมณ์เป็นที่ตั้ง โดยไม่คำนึงถึงเหตุผล.
*มีความอดทนต่อสิ่งเร้าภายนอกน้อยกว่าบุคคลปกติ
*ใช้การแสดงออกทางวาจา (หรือข้อความที่พิมพ์) มากกว่าทางความคิด และใช้คำหยาบคายบ่อยครั้ง
*ไม่รู้จักมารยาทในสังคม สร้างความรำคาญและไม่คิดถึงความทุกข์ร้อนของคนรอบข้าง
*ชอบเรียกร้องความสนใจ สร้างประเด็นปัญหา ทำให้เกิดข้อขัดแย้งและการทะเลาะวิวาท
*มักจะรวมกลุ่มระหว่างเกรียนกันเอง เนื่องจากผู้อื่นไม่คบหาสมาคม
*ชอบคิดว่าผู้อื่นด้อยกว่าตน มักจะพยายามหาทางดูถูกผู้อื่นทุกด้าน และจะคิดว่าตนนั้นมีทุกอย่างสมบูรณ์เสมอ

คำว่า เกรียน อาจมีที่มาจากทัศนคติของเด็กชายที่ตัดผมสั้นหัวเกรียน
ແປເປັນລາວຫນ້າຈະແປວ່າ ພວກຫ້ຽນ ຫລື ຫົວຫລ້ອນ
ທີ່ມາ: th.wikipedia.org

© ປະສົບການຂອງຂ້ອຍ | ບໍລິການຟຣີບລັອກຈາກ LaoBlogger.com