ເວັບ pnomsin.com ສາມມື້ດີສີ່ມື້ໄຂ້
ເຈົ້າຂອງເວັບກະຍັງເຂົ້າບໍ່ໄດ້ ບໍ່ຮູ້ວ່າຜູ້ອື່ນເຂົ້າໄດ້ແນວໃດ
ເລີຍຖາມໄປທາງ australia ເພິ່ນວ່າເຂົ້າໄດ້ ແຕ່ໂຫລດຊ້າ
ເລີຍຖາມໄປທາງ ເຈົ້າຂອງເຊີບເວີ
อีเมล: pnomsin@hotmail.com
Sent: Tuesday, December 18, 2007 5:17 PM
คำถาม: เว็บไชท์ www.pnomsin.com ที่ใช้โฮสจากที่นี่ ไม่สามารถใช้ได้ ตั้งแต่ตอนสายของวันนี้ กรุณาชี้แจงและแก้ไขโดยเร็วด้วยครับ
ສອງມື້ຕໍ່ມາເຂົາຈຶ່ງຕອບ
Sent: Fri 12/21/07 2:26 AM
To: pnomsin@hotmail.com
From: FactHosting.Com (livehelp@facthosting.com)
สวัสดีครับ เพิ่งได้เช็คเมล์วันนี้ขอแจ้งให้ทราบว่าทุกอย่างปกติดีการไม่สามารถเข้าใช้งานในขณะนั้นน่าจะเกิดจาก dns ของอินเตอร์เน็ตที่ใช้มีปัญหา ขอบคุณครับ
ງົງ ແຕ່ຫລັງຈາກເຂົາຕອບມາກໍ່ສາມາດເຂົ້າໄດ້
ມາແປກບໍ່ມື້ນີ້, ບໍ່ໄດ້ໄປໂຄລາດນຳເຂົາ ກະຍັງມີປະສົບການ ຈາກຊີເກມ
ກໍ່ໄດ້ເຊຍ ທິມກິລາລາວຢູ່ບ້ານ ແລະ ໄດ້ເຮັດຫນ້າເວັບ ສຳລັບລາຍງານຂ່າວຈາກຊີເກມ
seagames 2007
ແຕ່ບໍ່ໄດ້ໄປໂຄສະນາປະຊາສຳພັນພໍເທົ່າໃດ ເພາະວ່າເຮັດຕາງຫາປະສົບການກັບ wordpress
ແຕ່ກໍ່ໄດ້ໂພສໄວ້ ໃນເວັບອິນລາວ
ເຊິ່ງເປັນກະທູ້ທີ່ບໍ່ຄ່ອຍມີຄົນຕອບກັນ ແຕ່ມີຄົນອ່ານປະມານ 200 ເທື່ອ
ໃນຫນ້າເວັບກໍ່ບໍ່ໄດ້ເຮັດຫຍັງຫລາຍ ພຽງແຕ່ພະຍາຍາມອັບເດດ ຈຳນວນຫລຽນ ກັບ ລາຍຊື່ນັກກິລາລາວທີ່ໄດ້ຫລຽນ ອັບເດດມື້ລະສອງເທື່ອ ແລະ ເຮັດລິ້ງປະໄວ້ ສຳລັບກວດກາການອັບເດດຈາກເວັບທາງການຂອງຊີເກມ
ການອັບເດດ ລາຍຊື່ນັກກິລາ ເປັນເລື້ອງຍາກຄືກັນ ເພາະເຮົາບໍ່ສາມາດ ກອບປີ້ລາຍຊື່ນັກກິລາຈາກຕາຕະລາງ ລົງໃນ WP-blog post ໄດ້ໂດຍກົງ.
ກອບປີມາ paste ໃສ່ໄດ້ ເຫັນຄົບ ແຕ່ເຊບແລ້ວ ກວດເບິ່ງເຫລືອແຕ່ຫົວຕາຕະລາງ ແຖວດຽວ
ກາຍນັ້ນຫາຍຫມົດ.
ຕ້ອງໄດ້ທາສີ ເອົາເທື່ອລະແຖວ ມາpaste ລົງ. ຫນ້າລຳຄານສົມຄວນ
ສຳລັບຈຳນວນຫລຽນ ນັ້ນ ກໍ່ຍາກ ເພາະທຳອິດບໍ່ທັນຮູ້ວິທີ ຕໍ່ມາມັນກໍ່ງ່າຍ
ພຽງແຕ່ໃຊ້ internet explorer 7 ທຸກຢ່າງກໍ່ແກ້ໄຂໄດ້ແລ້ວ (copy and paste)
ເຮົາລະເສຍເວລາໄປໃຊ້ opera, firefox, ie6 ຢູ່ຕັ້ງດົນ
Technorati ເປັນເວັບທີຂ້ອຍມັກເຂົ້າໄປອ່ານ. ເຂົ້າໄປເກືອບທຸກມື້.
ເວລາເຂົ້າໄປ ສ່ວນຫລາຍມັກຈະ ມີກິດຈະກຳປະຈຳວັນດັ່ງນີ້ ຄື:
1 ເຂົ້າໄປເພື່ອເບິ່ງວ່າ ມີໃຜໃນລາຍຊື່ favourite blog ໄດ້ຂຽນເລື້ອງໃຫມ່ແດ່
2 ເຂົ້າໄປເພື່ອ ກວດກາວ່າ ມີໃຜລິ້ງມາຫາບລັອກເຮົາແດ່
3 ກວດກາເບິ່ງວ່າ ຄຳສັບທີ່ເຮົາຕິດຕາມ ມີບລັອກໃດ ຂຽນເຖິງມັນແດ່ (Watch list)
4 ກວດເບິ່ງວ່າ ບົດຄວາມທີ່ເຮົາຂຽນຫາກໍ່ແລ້ວ ເຂົ້າໄປຢູ່ໃນລາຍຊື່ຂອງ technorati ຫລືຍັງ
ຖ້າຍັງ ກໍ່ຕ້ອງທຳການ ping ເພື່ອໃຫ້ມັນມາກວດກາບລັອກເຮົາ ແລະ ເອົາບົດຄວາມໃຫມ່ຂອງເຮົາ ເຂົ້າໄວ້ໃນລາຍຊື່ ໃຫ້ໂລກໄດ້ເຫັນ
ທຸກການເຄື່ອນໄຫວ ເຮົາຈະຮູ້ທັນທີ ແລະ ສາມາດນຳໄປຫາບລັອກນັ້ນໆໄດ້
ຕົວຢ່າງ ຖ້າບລັອກໃດ ໂພສບົດຄວາມປຸບ ເຮົາກໍ່ຮູ້ ແລະ ນຳໄປ ເພື່ອ ຄອມເມ້ນ
ແຕ່ວ່າ watch list ທີ່ຂ້ອຍໃຊ້ຕິດຕາມ ຄຳສັບ ໄຟຟ້າ ເພື່ອຮູ້ໄດ້ວ່າ ເວັບໃດຂຽນເລື້ອງໄຟຟ້າແດ່
(ມີຄຳວ່າໄຟຟ້າ ເປັນຫລາຍພາສາ) ຕອນນີ້ ບໍ່ມີອີກແລ້ວ
technorati ໄດ້ປັບປຸງຫນ້າຕາໃຫມ່ ມີອັນເພີ້ມມີອັນຕັດອອກ ແລະ watch list ຫາຍໄປ
ຄົງຕ້ອງຫາເຄື່ອງມືອື່ນ ເພື່ອໃຊ້ຕິດຕາມຄຳສັບແລ້ວລະ
ມີໃຜຈະໃຫ້ຄຳແນະນຳໄດ້ແດ່ ເຊີນເດີ້ ເຊີນແນະນຳ
ຫລັງຈາກທີ່ Google ປັບຄ່າ PR ເທື່ອກ່ອນ. ເວັບ pnomsin.com ກໍ່ເພີ້ມຄ່າ PR ເປັນ 3.
ຈາກເຫດການນັ້ນ ເມື່ອທ່ານ search ຄຳວ່າ”ໄຟຟ້າ” ປະກົດວ່າເວັບທຳອິດ ກາຍເປັນເວັບ pnomsin.com (ສະເພາະມື້ນັ້ນ)
ລອງລົງມາແມ່ນເວັບຂອງ ມຊ ຄະນະວິສະວະກຳໄຟຟ້າ www.nuol.edu.la/temp5.jsp?id=1427&lc=la ເຊິ່ງເຄີຍເປັນທີ່ຫນຶ່ງມາຕະຫລອດ
ດຽວນີ້ ເວລາ search ພາສາລາວ ມັກຈະໄປເຈິກັບເວັບ ສະຖານີວິທະຍຸສາກົນແຫ່ງປະເທດຈີນ http://laos.cri.cn/
ປານກັບວ່າ ເວັບນີ້ ໄດ້ຢຶດ keyword ພາສາລາວໄວ້ຫມົດແລ້ວ
ເມື່ອມັນໂຊຂຶ້ນແຖວທີ່ຫນຶ່ງ ມັນກໍ່ຕ້ອງມີ PR ສູງແນ່ໆ. ລອງກວດເບິ່ງ
www.rfa.org ແລະ www.nuol.edu.la = 6
http://laos.cri.cn/ =5
ພວກນີ້ ມັນສູງໆທັງນັ້ນ ແລ້ວ ເວລາເຊິສຫາຄຳວ່າໄຟຟ້າ ມັນເອົາ pnomsin.com ຂຶ້ນແຖວຫນຶ່ງໄດ້ແນວໃດ
ແຕ່ມື້ນີ້ ມັນຕ່າງແລ້ວ PR=3 ຢ່າງເຮົາ ມັນຢູ່ແຖວທີ່ 4 ຕາມທີ່ມັນຄວນຈະເປັນ
ເຄີຍຂຽນເລື້ອງພວກ เกรียน ໄວ້ບ່ອນນີ້ http://pnomsin.laoblogger.com/archives/19
ແຕ່ອັນນີ້ ໄດ້ມາຈາກເວັບ LAOZAA
