
ຫລັງຈາກຮູ້ວ່າ ເວັບຂອງຫ້ອງການ ໃຊ້ໂປແກມຫຍັງສ້າງ
ຂ້າພະເຈົ້າໄດ້ເຂົ້າໄປທີ່ເວັບ www.yahoo.com ເພື່ອສຶກສາ ໂປແກມ yahoo sitebuilder ກະວ່າຈະລອງສ້າງເວັບສ່ວນຕົວຫລິ້ນໆ ລອງເບິ່ງ
ລາຍລະອຽດຂອງມັນ ອ່ານຈາກ http://elearning.nectec.or.th/courses/69/yahoo.swf
ຖ້າສ້າງເວັບສຳເລັດ ແຕ່ບໍ່ມີບ່ອນ host
ທາງ yahoo ກໍ່ມີ www.geocities.com/yourname ໄວ້ໃຫ້
ມີ file manager, ມີ yahoo pagebuilder ແລະ yahoo site builder
ມີ template ໃຫ້ເລືອກຫລວງຫລາຍ
ກໍ່ເລີຍ ສ້າງໄວ້ http://www.geocities.com/pnomsin_eci/
ມີຫນ້າດຽວ ໃນນັ້ນ ມີຮູບໂຕເອງ ມີຊື່ ແລະ counter ເທົ່ານັ້ນ
ດຽວນີ້ geocities ມັນມີ blog ໃຫ້ອີກ
ເລີຍປ່ຽນ http://www.geocities.com/pnomsin_eci/ ໃຫ້ເປັນ blog
ນັ້ນເປັນເວັບໄຊທຳອິດໃນຊີວິດ ເປັນການປູທາງ ໄປສູ່ເວັບທີ່ມີສາລະກວ່ານີ້
ທ່ານຜູ້ອ່ານຄົນໃດ ຢາກຮຽນສ້າງເວັບໄຊ ຮຽນກັບຢາຮູກໍ່ໄດ້

ເມື່ອກ່ອນ ເວລາຢາກໃຊ້ອິນເຕີເນັດ ແມ່ນໃຊ້ມືຖື ກັບເບີ etl ມັນ free ໃນຕອນທຳອິດ
ພໍເລີ້ມຕິດອິນເຕີເນັດ ມັນກໍ່ຢຸດບໍລິການຟຣີ ເກັບຄ່າບໍລິການ 1 kB /kip
ເບິ່ງກະຄືວ່າບໍ່ແພງ, ແຕ່ເຮົາເສືອກບໍ່ໄດ້ອ່ານປະກາດ ວ່າຈະເລີ້ມເກັບເງິນ
ມາຮູ້ໂຕ ກໍ່ຄືເງິນໃນມືຖື ຫາຍໄປ 40 ກວ່າພັນ
ເລີຍສົງໄສ ໄປອ່ານໃນເວັບໄຊ ຂອງetl, www.etllao.com ກໍ່ບໍ່ເຫັນວ່າມີປະກາດ
ໃນເວັບໃດໆ ກໍ່ບໍ່ເຫັນໃຜເວົ້າເຖິງ ເຂົາວ່າມີປະກາດ ທາງຫນັງສືພິມ
ຂ້ອຍອ່ານທຸກສະບັບຢູ່ແລ້ວ ແຕ່ອ່ານທາງອິນເຕີເນັດ ມັນຈຶ່ງບໍ່ເຫັນບັນດາແຈ້ງຂ່າວ
ຫລັງຈາກຮູ້ວ່າມັນບໍ່ free ອີກຕໍ່ໄປ ກໍ່ຍັງຕ້ອງໃຊ້ຕໍ່ໄປ ແຕ່ໃຊ້ໃຫ້ປະຢັດ ບໍ່ຕ້ອງໂຫລດຮູບໃນເວັບ
ເສຍໄປມື້ລະປະມານ ສິບພັນ ເດືອນຫນຶ່ງ ມັນກໍ່ກິນໄປສາມແສນ ອ້າວຍັງແພງຕວ່າ
ຫລ້າສຸດຫັນໄປໃຊ້ dail up 56 kbps ຂອງລາວໂທລະຄົມ ມັນຖືກກວ່າ ແຕ່ໂຄດຊ້າ
ໃຊ້ອອນລາຍແລ້ວຕ້ອງງົດສາຍໂທເຂົ້າ ໃຊ້ນຳກັນບໍ່ໄດ້ ດັ່ງນັ້ນຈຶ່ງຕ້ອງໃຊ້ຕອນເດິກ ຍາມເພິນບໍ່ໃຊ້ໂທລະສັບບ້ານ
ມື້ວານນີ້ ກໍ່ເຂົ້າມາອອນລາຍ ເຊັ່ນເຄີຍ ແຕ່ເຂົ້າບໍ່ໄດ້ ລະຫັດບໍ່ຖືກ
ປົກກະຕິ save ລະຫັດຜ່ານໄວ້ເລີຍ ເລີຍບໍ່ສົນໃຈ ທີ່ຈະປ້ອນ
ທີ່ຈົດໄວ້ກະບໍ່ຈັກວ່າຢູ່ໃສແລ້ວ ແນວວ່າຜູ້ໃຫ້ບໍລິການເພິ່ນຕັ້ງໃຫ້ ບໍ່ໄດ້ຕັ້ງເອງ
ລອງຜິດລອງຖືກຕັ້ງດົນກໍ່ເຂົ້າບໍ່ໄດ້
ບ໊າ, ສົງໄສເດັກນ້ອຍມືບອນມາລັກປ່ຽນລະຫັດແລ້ວເຊບໄວ້
ແກ້ແນວໃດ ແລ້ວກໍ່ຄຶດອອກ ຢ້ອນເວລາ ໃຫ້ມັນກັບໄປຕອນມັນຍັງໃຊ້ໄດ້
ແລ້ວກໍ່ລົງມື ເຮັດ system restore ໄປທີ່1ມື້ກ່ອນຫນ້ານັ້ນ
5555 ສຳເລັດ ເຂົ້າໄດ້ແລ້ວ
ປະມານປີ 2004-2005, ຫ້ອງການຂ້ອຍສ້າງເວັບໄຊຂຶ້ນມາ ເປັນເວັບທຳອິດຂອງໄຟຟ້າ
ຫນ່ວຍຊາວຫນຸ່ມ ເປັນຜູ້ເຮັດຫນ້າທີ່ອັບເດດ ມີທ້າວຄຳເຝືອ ແລະ ເມກສະຫວັນ ເປັນໂຕຕັ້ງໂຕຕີ
ລະຫວ່າງນັ້ນ ຂ້ອຍຢູ່ສະຫນາມ ລຸຍກັບສາຍສົ່ງພາກໃຕ້ ແລ້ວກໍ່ຖືກສົ່ງໄປແຂວງບໍ່ແກ້ວອີກ
ເວລາຂື້ນມາຫ້ອງການ ເຫັນເຂົາ ກຳລັງອັບເດດຢູ່ ກໍ່ເລີຍຖືໂອກາດສຳພາດ
ເວັບນັ້ນອອກແບບໂດຍ ທ້າວ ສິລິເດດ ນັກຮຽນທີ່ມາຝຶກງານ (ຕອນນີ້ເປັນສະມາຊິກຄົນສຳຄັນຂອງ doorgroup)
ໄດ້ໂດເມນຈາກກົມຄຸ້ມຄອງອິນເຕີເນັດແຫ່ງຊາດ-free www.edl.gov.la
ໃຊ້ເຊີບເວີຂອງຫ້ອງການເອງ ເປີດແລະມອດຕາມໂມງການ (ອັນນີ້ແປກທີ່ສຸດໃນໂລກ)
ໂປແກມທີ່ໃຊ້ອອກແບບ ແມ່ນ yahoo sitebuilder
ພາບເຄື່ອນໄຫວ ແມ່ນໃຊ້ vdo ປ່ຽນໄປເປັນ flash
ມີເວັບບອດພ້ອມ ຫນ້າຈະເປັນ php ຫຍັງນິລະ ບໍ່ຈື່ແລ້ວ
ຕອນນັ້ນຮູ້ສຶກວ່າ ງົງ ບໍ່ຮູ້ເລື້ອງເລີຍ
ແຕ່ອາໄສຄວາມລື້ງເຄີຍກັບຄຳເຝືອ ລາວກໍ່ສາທິດໃຫ້ຫມົດເປືອກ ກ່ຽວກັບວິທີສ້າງຫນ້າເວັບໃຫມ່, ການລິ້ງ, ການຂຽນບົດ (ຕ້ອງຂຽນຢູ່ເວີດກ່ອນຈຶ່ງໂອນມາ)
ກໍ່ໄດ້ໄອເດຍມາສຳລັບສ້າງເວັບໄຊໃຫ້ກັບຕົນເອງ
ຂ້າພະເຈົ້າກໍ່ເຄີຍໃຊ້ບໍລິການ ແຕ່ເບິ່ງແລ້ວ ມັນເປັນວຽກທີ່ເມື່ອຍ ແລະ ບໍ່ໄດ້ຫລາຍເງິນ
ສຸດທ້າຍ ກໍ່ວາງມື.
ເປັນວຽກທີ່ເມື່ອຍ ບໍ່ ທີ່ທ່ານ ນັ່ງເຮັດວຽກ ແລະ ຕ້ອງພະຍາຍາມ ຢ່າໃຫ້ບັກກາຕູນ ທີ່ຍ່າງໄປຍ່າງມາໃນຈໍ monitor ໄດ້ນັ່ງພັກ ຕ້ອງໃຫ້ມັນຍ່າງຕະຫລອດ.
ຕາບໃດທີ່ມັນຍັງຍ່າງ ເລກເງິນກໍ່ໄຫລ ເພີ້ມຂຶ້ນຕະຫລອດ ແຕ່ມັນຫນ້ອຍ ບໍ່ເປັນຕາຈັບໃຈ
ເມື່ອມີຫາງສຽງອອກມາວ່າ ເວັບນີ້ ບໍ່ຈ່າຍເງິນໃຫ້ໃຜ
ລອງມາ ສອງເດືອນ ສຸດທ້າຍ ກໍ່ວາງມື.
