Adding tags all day

Filed under: laoblogger — Wrote by pnomsin on Wednesday, March 12th, 2008 @ 5:19 pm

ບໍ່ຮູ້ວ່າເພິ່ນມີ tag cloud ແຕ່ຫວ່າງໃດ ເພາະຮູ້ສຶກວ່າຫ່າງເຫີນ ຈາກ laoblogger ດົນສົມຄວນ
ເປັນເພາະ ເວລາ, ໄລຍະບຸນວັນແມ່ຍິງ, net speed, ແລະ ເວັບມັນກໍ down ເວັບມາສເຕີ ຫາກໍ່ກູ້ໄດ້

ໄປເຫັນ tag cloud ຢູ່ຫນ້າ laoblogger.com ບໍ່ມີ tag ຈາກ blog ເຮົາເລີຍ
ກໍ່ເລີຍ ມາ add tag cloud witget ໃສ່ side bar
ຈາກນັ້ນ ກໍ່ມານັ່ງ add tag ໃສ່ແຕ່ລະ post
ໃຊ້ເວລາໄປຫລາຍສົມຄວນ ໄດ້ປະມານເຄິ່ງຫນຶ່ງລະ
ພໍກ່ອນ ມື້ຫນ້າຈຶ່ງ add ເພີ້ມ

tag

”ປະສົບການຂອງຂ້ອຍ”ເວັບນີ້ PR ຂຶ້ນຈາກ0ແລ້ວ

Filed under: SEO, web master — Wrote by pnomsin on Tuesday, March 11th, 2008 @ 5:13 pm

pagerank
ບໍ່ເຂົ້າໃຈປານໃດ, ປົກກະຕິ google ປັບ pagerank ທຸກ 3 ເດືອນ, ຫາກໍ່ປັບໄປ ຫວ່າງທ້າຍເດືອນ 1.
ເຫັນທ່ານ au8ust ອອກອາການຫງຸດຫງິດ ເພາະ Pr ເວັບເພິ່ນ ຫລົ່ນກັນເປັນຂະບວນ ກໍ່ເລີຍສົນໃຈ. ປົກກະຕິ ຖ້າໃຊ້ firefox ແລ້ວຕິດຕັ້ງ plugin ເຂົ້າໄປ ກໍ່ສາມາດ ເຫັນ Pr ຂອງເວັບເຫລົ່ານັ້ນໄດ້ໂດຍບໍ່ຕ້ອງ ໃຊ້ເຄື່ອງມືກວດ. ຖ້າ ໃຊ້ internet explorer ກໍ່ສາມາດ ດາວໂຫລດ google toolbar ມາຕິດຕັ້ງ ໂດຍຕິດຕັ້ງ Pagerank tool ເຂົ້າໄປນຳ ກໍ່ສາມາດເຫັນຄ່າ pr ຂອງຫນ້າເວັບທີ່ເຮົາເປີດຄືກັນ

ກໍ່ຮູ້ສຶກແປກໆຄືກັນ ວ່າຄ່າ pr ເວັບເຮົາ ມັນບໍ່ຄືເກົ່າ ກໍ່ຕ້ອງກວດສອບກັນລະນໍ ເວັບເຮົາກໍ່ຄົງຫລົ່ນຢ່າງເປັນຂະບວນຄືກັນ
ຜົນການກວດສອບ ກໍ່ເຮັດໃຫ້ອ່ອນກຳລັງໃຈ pnomsin.com ຕົກອັນດັບ ໂອ່ຍນໍ ແບບນີ້ບໍ່ມີແຮງເຮັດຕໍ່ແລ້ວ
ແຕ່ມີອັນລົງ ກໍມີອັນຂຶ້ນ ມີອັນຢູ່ເກົ່າ ຕາມທີ່ເຫັນໃນຮູບ

© ປະສົບການຂອງຂ້ອຍ | ບໍລິການຟຣີບລັອກຈາກ LaoBlogger.com