ເວັບໂຄງການບໍ່ແກ້ວ ຖືກ hack

Filed under: Uncategorized — Wrote by pnomsin on Monday, September 22nd, 2008 @ 11:45 am

ຂ້າພະເຈົ້າເຄີຍໄປເຮັດໂຄງການຫນຶ່ງ ໃຫ້ກັບໄຟຟ້າລາວບໍ່ແກ້ວ ໃນປີ 2005 ມັນເປັນໂຄງການທີ່ບໍ່ທັນເຄີຍມີມາກ່ອນຢູ່ຟຟລ ຫລັງຈາກຂ້າພະເຈົ້າ ກັບມາແຕ່ບໍ່ແກ້ວ ເລີຍສ້າງເວັບໄຊໃຫ້ໂຄງການນີ້.

ກໍ່ບໍ່ມີຫຍັງຫລາຍດອກ ພຽງແຕ່ສ້າງຈາກບົດລາຍງານ ທີ່ຂ້າພະເຈົ້າຂຽນສົ່ງໃຫ້ຫົວຫນ້າສາຂາ, ທຳການໂອນໄປ microsoft publisher ແລ້ວ save as webpage. ແລ້ວ ກໍ່ upload ໄປໄວ້ທີ່ http://www.edl.gov.la ເວັບຂອງໄຟຟ້າລາວໃນເມື່ອກ່ອນ ແລະ ເມື່ອເຊີບເວີມັນຕາຍ ທຸກຢ່າງໃນຫັ້ນກໍ່ຖືກລຶບ ກໍ່ເລີຍຍ້າຍໄປໄວ້ທີ່ http://pnomsin.ifastnet.com

ໄລຍະຫລັງ ໄດ້ປ່ຽນໄປໃຊ້ joomla ກຳລັງຄ່ອຍດັດຄ່ອຍແກ້ ແບບເດືອນຫນຶ່ງ ເຂົ້າເທື່ອຫນຶ່ງ ປະມານນີ້ລະ
ແລ້ວກໍ່ເຈິ ກັບຂໍ້ຄວາມ YOUR SITE HAS BEEN HACKED BY E FROM INDONESIA

ເວັບຕາຍໆ ແບບນີ້ ມັນກາຍັງຢາກແຮັກ

ມັນບຸກມາຖະຫລົ່ມ laobeginner

Filed under: blogging — Wrote by pnomsin on Monday, September 8th, 2008 @ 5:25 pm

ມື້ນີ້ ໄດ້ກວດອີເມລ ພົບວ່າ ມີມາກວ່າ 40 ສະບັບ, ບໍ່ເຄີຍໄດ້ຫລາຍປານນີ້ຈັກເທື່ອ ໃນມື້ດຽວ
ຫລັງຈາກກວດເບິ່ງແລ້ວ ແມ່ນມາຈາກ comment ໃນເວັບ laobeginner ທັງຫມົດ

ເນື້ອໃນ ການ comment ແມ່ນແບບດຽວກັນຫມົດ ບາງບົດຄວາມ ກໍ່ມີຫລາຍກວ່າ 1 ຄຳເຫັນ

ເລີຍຕ້ອງ ນຳໄປລຶບ ແຕ່ກໍ່ລຶບບໍ່ໄຫວ ດອກ ມັນມາຫລາຍໂພດ

ພາບຈາກ laoupload ທີ່ເວັບມາສເຕີຫລົງໄປລຶບຖານຂໍ້ມູນແລ້ວ ກະລຸນາສະຫມັກໃຫມ່ເດີ້

© ປະສົບການຂອງຂ້ອຍ | ບໍລິການຟຣີບລັອກຈາກ LaoBlogger.com