ເປັນຫຍັງຈຶ່ງຢາກມີເວັບເປັນຂອງຕົວເອງ
ເມື່ອກ່ອນ ກໍ່ບໍ່ຮູ້ດອກວ່າຢາກມີເວັບຫລືບໍ່
ເລື້ອງມັນເກີດຂຶ້ນປະມານປີ 2005, ຕອນນັ້ນ ຂ້າພະເຈົ້າພ້ອມກັບຫົວຫນ້າ ມັກໄດ້ເດີນທາງຮວ່ມກັນ. ພວກເຮົາໄປຮອດບ່ອນໃດ ກໍ່ແນະນຳໃຫ້ຄົນບ່ອນນັ້ນ ໃຊ້ຄອມພິວເຕີໃຫ້ກຸ້ມຄ່າ ແລະ ຮຽນໃຊ້ອິນເຕີເນັດ ສ່ວນຫລາຍແມ່ນບັນດາຫົວຫນ້າ. ຂ້າພະເຈົ້າ ເຮັດຫນ້າທີ່ເປັນຜູ້ຊ່ວຍເພິ່ນ ຊ່ວຍຕິດຕັ້ງ ພາສາໄທ ເພື່ອໃຊ້ກັບ dictionary, ຊ່ວຍຕິດຕັ້ງ dictionary, ຊ່ວຍຕິດຕັ້ງ ພາສາລາວ ສຳລັບອິນເຕີເນັດ, ຕິດຕັ້ງ messenger, google earth, nokia PC suite…
ການຕິດຕັ້ງໂປແກມ ການດາວໂຫລດ ພາໃຫ້ເຂົ້າເວັບຕ່າງໆ ຕະຫລອດ
ເລີຍມີໄອເດຍ ຢາກເກັບລິ້ງທີ່ໃຊ້ເລື້ອຍເຫລົ່ານັ້ນ ໄວ້ໃນ ຫນ້າເວັບດຽວ ເວັບຂອງເຮົາເອງ
ເວລາໄປທາງໃດ ກໍ່ສາມາດຊ່ວຍຄົນໃຊ້ຄອມ ໃຊ້ເນັດໄດ້
ກໍ່ເລີຍຢາກເຮັດເວັບຂຶ້ນມາ ແລະ ມັນກໍ່ເກີດເປັນຈິງຂຶ້ນມາໄດ້ ຍ້ອນການຊ່ວຍເຫລືອຂອງ os555
ເຮັດມາຫລາຍເວັບສົມຄວນ ເພາະວ່າໃຊ້ free host ຂອງໄທ ມັນຫລົ້ມເລື້ອຍໆ
ຫລົ້ມແລ້ວກໍ່ປ່ຽນ host ໄປເລື້ອຍໆ ຈົນມາຢຸດທີ່ 100webspace
ເວັບທຳອິດມີແຕ່ຫນ້າດຽວ ຫນ້າອື່ນໆມີມາຕາມຫລັງ ຫນ້າຕາເບື້ອງຕົ້ນ ມັນກໍ່ບໍ່ຕ່າງຈາກຫນ້າເວັບປະຈຸບັນພໍເທົ່າໃດ
ເບິ່ງໄດ້ທີ່ http://pnomsin.hollosite.com/links
ຖ້າເປັນດຽວນີ້ ກໍ່ຄົງໃຊ້ບໍລິການຂອງ bookmarking ຂອງ del.icio.us ກໍ່ໄດ້ ບໍ່ຈຳເປັນເຮັດເວັບ
