Archive for November, 2008

joomla 1.5.8 ພາສາລາວ ອອກມາແລ້ວ

Posted on November 26th, 2008 in web master | 1 Comment »

joomla
ທີມງານຈູມລາ ລາວລາວ ໄດ້ລີລີດໄຟລືພາສາສຳຫຼັບໃຊ້ງານເທິງຈຸມລາວ 1.5.8 ແລ້ວໃນເພັກເກັດຂອງໄຟລພາສາ
ໄດ້ຖຶກແບ່ງອອກເປັນ 2 ຮູບແບບດັ່ງນີ້

1. lo-LA_Joomla_1.5.8_admin.zip ເປັນໄຟລພາສາ ທີ່ໃຊ້ສຳຫຼັບນຳໄປສະແດງການໃຊ້ງານສະ
ເພາະດ້ານຜູ້ເບິ່ງແຍ່າງລະບົບເທົ່ານັ້ນ

2. lo-LA_Joomla_1.5.8_site_admin.zip ເປັນໄຟລພາສາທີ່ໃຊ້ສະແດງພາສາລາວ ທັ້ງໃນດ້ານຜູ້
ເບິ່ງແຍ່ງແລະ ດ້ານຫນ້າເວັບ ໂດຍດ້ານຫນ້າເວັບຈະສະແດງ ວັນ ເດືອນ ປີແບບປົກກະຕິ

ທີ່ມາ: http://www.joomlalaolao.com/

ຫາເງິນອອນລາຍ ຄົນລາວມີຜູ້ໄດ້ເງິນແລ້ວ

Posted on November 14th, 2008 in money online | No Comments »

ໃນທີ່ສຸດ ກໍ່ເລົ່າມາຮອດຕອນສຳຄັນ ຫລັງຈາກອາລຳພະບົດມາດົນ.
ການຫາເງິນອອນລາຍ ໄດ້ເງິນແທ້ບໍ່ ຫລື ເປັນການຫລອກລວງ? ອັນນີ້ມັນກໍ່ຂຶ້ນກັບ ວ່າທ່ານຫາເງິນກັບໃຜ ກັບເວັບໃດ. ຂ້າພະເຈົ້າ ໄດ້ຮັບການຢືນຢັນແລ້ວວ່າ Google.com ເປັນບໍລິສັດຫລືເວັບໄຊ ທີ່ມີຊື່ສຽງ ມັນບໍ່ຫລອກເຮົາດອກ (ແຕ່ມີບາງຄົນຫລອກມັນ ແຕ່ໄປບໍ່ລອດດອກ ຢ່າສ່ຽງ)

Google.com ໃຫ້ບໍລິການແກ່ຜູ້ຕ້ອງການຫາເງິນ ດ້ວຍຫລາຍຮູບການ ເຊັ່ນ:

Google adsense ໃຫ້ທ່ານເອົາໂຄສະນາມາໃສ່ຫນ້າເວັບທ່ານ ພາຍໃຕ້ຊື່ Ads by Google ເມື່ອຜູ້ອ່ານມາເຫັນໂຄສະນາທີ່ຫນ້າສົນໃຈ ສາມາດ click ເພຶ່ອເຂົ້າໄປອ່ານ. ເຈົ້າຂອງເວັບໄຊ ໄດ້ເງິນ ຕາມຈຳນວນຄັ້ງທີ່ມີຄົນ click, ເພິ່ນເອີນລະບົບນີ້ວ່າ pay per click – PPC. ບາງຄົນກໍ່ຫລອກ Google ດ້ວຍການ click ດ້ວຍຕົວເອງ ຫລື ອາໄສຫມູ່ click ໃຫ້, ແຕ່ ຢ່າປະຫມາດ ເຂົາຮູ້ແນ່ນອນ ຖ້າເຜີໄປຄລິກເຂົ້າ ຕ້ອງຮີບຂຽນອີເມລໄປຂໍໂທດ ທີ່ເຜີໄປກົດເຂົ້າ… ຖ້າຢາກໄດ້ເງິນຫລາຍໆຕ້ອງສ້າງເວັບໃຫ້ມີຄົນເຂົ້າຫລາຍໆ ໂອກາດຈະໄດ້ເງິນຈຶງຈະມີຫລາຍ ແລະ ເຮັດເວັບໃຫ້ມີຄຸນນະພາບອີກ ຈຶງຈະບໍ່ຖືກ deindex.

ຍັງມີ search box ສຳລັບໃຫ້ທ່ານເອົາໄປໃສ່ໃນເວັບໄຊຂອງທ່ານ ຜູ້ອ່ານເວັບສາມາດ search ແລະ ຈະມີໂຄສະນາຂຶ້ນມານຳ ເມື່ອມີຄົນຄລິກ ເຈົ້າຂອງເວັບ ກໍ່ຈະໄດ້ເງິນເຊັ່ນກັນ

ອີກອັນຫນຶ່ງທີ່ Google.com ເຄີຍໃຫ້ບໍລິການ ແຕ່ເຊົາແລ້ວ ແມ່ນ ການໃຫ້ດາວໂຫລດ ເມື່ອມີຄົນມາດາວໂຫລດໃນວັບເຮົາ ເຮົາກໍ່ໄດ້ເງິນ, ມີຄົນດາວໂຫລດຫລາຍ ກໍ່ໄດ້ຫລາຍ

ການໄດ້ເງິນຈາກແຕ່ລະຄລິກ ແມ່ນບໍ່ເທົ່າກັນ ມີຕັ້ງແຕ່ 0.01$ ຫາ 0.10$ ຫລືຫລາຍກວ່າ ຂຶ້ນກັບ ຜູ້ເປັນເຈົ້າຂອງໂຄສະນາ

ຄົນລາວຜູ້ຫນຶ່ງສາມາດປະສົບຜົນສຳເລັດ ຈາກການຫາເງິນກັບ Google.com ແລະ ເຂົາກໍ່ຈ່າຍມາໃຫ້ແທ້ ເບິ່ງທີ່ຮູບກັນເອົາເອງ
Google adsense
http://img.laoupload.com/images/hdy3q9ze6jkp3aefshcs.jpg

ເອົາເທົ່ານີ້ກ່ອນ ແລ້ວໂອກາດຫນ້າ ຈະມາເລົ່າປະສົບການຂອງຂ້າພະເຈົ້າເອງ ວ່າເຮັດໄປແລ້ວເປັນແນວໃດ ໃນໂອກາດຫນ້າ

ທຸລະກິດເຄືອຂ່າຍແມ່ນຫຍັງ

Posted on November 9th, 2008 in money online | No Comments »

ທຸລະກິດເຄືອຂ່າຍແມ່ນຫຍັງ
• ແມ່ນມີຄົນບາງຈຳພວກມາບອກວ່າເຮົາຈະຮັ່ງໂດຍການຊື້ສິນຄ້າເຂົາ ແລ້ວຊວນຫມູ່ມາເປັນພວກໃຫ້ໄດ້ຫລາຍໆ.
• ເຂົາໃຊ້ລະບົບ upline and downline ພວກມາກ່ອນໄດ້ຢູ່ອັນດັບສູງ ພວກມານຳຫລັງໄດ້ອັນດັບປາຍແຖວ, ພວກປາຍແຖວຫາເງິນໄດ້ຕ້ອງປັນເງິນໃຫ້ພວກຢູ່ສູງ
ທຸລະກິດເຄືອຂ່າຍຂາຍຫຍັງແດ່
• ພວກຜະລິດຕະພັນເສີມຄວາມງາມ, ອາຫານເສີມ, ຢາບຳລຸງ…ແຕ່ລະຢ່າງເຂົາໂຄສະນາສັບພະຄຸນ ວ່າດີເລີດ
ເຂົາເອົາເງິນໃສ່ມາຈ່າຍໃຫ້ກັນ ຈົນຮັ່ງ
• ສິນຄ້າທົ່ວໄປຈະຕ້ອງ ເສຍຄ່າຂົນສົ່ງ ເສຍຄ່າໂຄສະນາ ຄ່າພະນັກງານ…ຄ່າໃຊ້ຈ່າຍພວກນີ້ ກວມອັດຕາ 40 ຫາ 60% ຂອງລາຄາສິນຄ້າ.
• ສິນຄ້າຂອງທຸລະກິດເຄືອຂ່າຍ ບໍ່ມີວາງຂາຍຕາມຮ້ານຄ້າທົ່ວໄປ ດັ່ງນັ້ນເຈົ້າຂອງສິນຄ້າ ຈະບໍ່ໄດ້ຈ່າຍໃຫ້ພໍ່ຄ້າຄົນກາງ (ຈາກຜູ້ຜະລິດ ສົ່ງຫາຜູ້ບໍລິໂພກ ໂດຍກົງ)
• ສິນຄ້າຂອງທຸລະກິດເຄືອຂ່າຍ ບໍ່ມີການໂຄສະນາທາງສື່ຕ່າງໆ ຈຶ່ງສາມາດຕັດລາຍຈ່າຍສ່ວນນີ້ອອກໄປ
• ເຂົາເອົາສ່ວນທີ່ບໍ່ໄດ້ຈ່າຍນີ້ລະ ມາຈ່າຍໃຫ້ສະມາຊິກໃນເຄືອຂ່າຍ ໂດຍທີ່ເຈົ້າຂອງບໍລິສັດ ໄດ້ຫລາຍກວ່າ
ທຸລະກິດເຄືອຂ່າຍເຮັດໃຫ້ຮັ່ງແທ້ຫລືວ່າຫລອກລວງ
• ໄດ້ເງິນແທ້, ມີຫລາຍບໍລິສັດໃນລາວ ສ່ວນຫລາຍບໍ່ມີຂາດທຶນ, ຂາຍບໍ່ໄດ້ ກໍ່ບໍ່ຂາຍ ຫາຄົນເຂົ້າມາສະຫມັກ ຜູ້ທີ່ສະຫມັກ ກໍ່ຫາສະມາຊິກໃຫມ່ ຕໍ່ກັນໄປເລື້ອຍໆ, ເຖິງຫາຜູ້ເຂົ້າແກ້ງບໍ່ໄດ້ ຢ່າງນ້ອຍສິນຄ້າທີ່ຊື້ມາກໍ່ເກັບໄວ້ໃຊ້ເອງໄດ້ ຫລື ຂາຍເລອອກໄດ້.
• ການເບີກເຂົາຈະເບີກໃຫ້ ຕາມຍອດຂາຍ ແລະ ຕາມຫົວຄົນທີ່ມາສະຫມັກຕໍ່ແຖວ ອາດຈະເບີກເປັນເດືອນ ຫລື ເບີກໄດ້ຖ້າຫາເງິນໄດ້ຄົບຕາມຈຳນວນທີ່ລະບຸ
• ໄດ້ແທ້ ແຕ່ບໍ່ງ່າຍ ເພາະສິນຄ້າຫລາຍຢ່າງ ມີລາຄາແພງຫາຄົນຊື້ຍາກ, ສິນຄ້າບາງຢ່າງໂຄສະນາເກີນຈິງ ລູກຄ້າໃຊ້ແລ້ວບໍ່ເຫັນຜົນທັນຕາແລະ ເຊົາຊື້ໄປ, ບາງລະບົບມີກະຕິກາຊັບຊ້ອນ ກວ່າຈະສາມາດໂອນຍອດເງິນເຂົ້າບັນຊີ
• ໄດ້ຫລາຍແທ້, ຖ້າທ່ານໄດ້ຢູ່ຫົວແຖວ ເພາະຍັງມີຄົນກາງແຖວແລະຫາງແຖວ ຫາເງິນແລະໂອນມາໃຫ້, ຖ້າຢູ່ທ້າຍແຖວຈະຍາກກວ່າ
ເປັນຫຍັງທຸລະກິດນີ້ ຈຶ່ງຂະຫຍາຍຕົວໄດ
• ເຮັດງ່າຍ ບໍ່ຕ້ອງການວຸດທິການສຶກສາ ຫລື ຄວາມສາມາດທາງວິຊາການ
• ສາມາດເຮັດເປັນວຽກເສີມ ໂດຍບໍ່ລົບກວນວຽກງານອາຊີບ
ເປັນຫຍັງຫລາຍຄົນຈຶ່ງບໍ່ເຂົ້າຮ່ວມ
• ບໍ່ຫມັ້ນໃຈ, ບໍ່ເຊື່ອຫມັ້ນ, ບໍ່ກ້າ,
• ຕ້ອງລົງທຶນສູງ ບາງສິນຄ້າອາດລົງທຶນຮອດຫມື່ນບາດ
• ບໍ່ມີຄວາມຮູ້, ບໍ່ມີເວລາ, ບໍ່ມີຜູ້ແນະນຳທີ່ດີ
ເປັນຫຍັງຫລາຍຄົນເຂົ້າຮ່ວມແລ້ວກໍ່ເຊົາ
• ລອງຊື່ໆ, ບໍ່ຕັ້ງໃຈແທ້
• ຂາຍບໍ່ໄດ້ ຫລື ຫາຜູ້ມາສະຫມັກບໍ່ໄດ້
• ລາຍຮັບຫນ້ອຍເກີນໄປ ບໍ່ຈູງໃຈ