
ໃນ ໂລກອິນເຕີເນັດ ກໍເຫມືອນໃນໂລກຈິງ ມີຊາວບ້ານປາກປາແດກ ຄົນຜູ້ດີມີສີລະປະ ໃນການປາກເວົ້າ ຄົນມັກຄຽດ ຄົນປະສາດ ຄົນເຈົ້າອາຣົມ ຄົນບ້າອຳນາດ ເຈົ້າທິສະດີ ນັກປາດປຣັຊະຍາ ນັກກະວີ ນັກການເມືອງ ນັກຜະເດັດການ ນັກຈອມກວນ ໆລໆ.. ເມື່ອຄົນເຫລົ່ານີ້ ມາພົບພໍ້ແລກປ່ຽນຄວາມເຫັນກັນ ແບບເຜັດໆຮ້ອນ ດ່ວຍເຫດຜົນຂອງໃຜມັນ ຈຶ່ງສັງເກດໄດ້ວ່າ ເຮຮາມີຊິວິດຊີວາ ນີ້ ແລະ ຄວາມຄືຄວາມຮັ່ງມີ ຂອງ ສະພາອີນລາວ !!
ໃນໂລກຈິງພວກເຮົາເຈົ້າຂ້ອຍ ຈະສາມາດເປີດອົກຖົກຖຽງກັນ ແບບນີ້ໄດ້ບໍ່ ??
ຂຽນໂດຍ ຫະນຸມານ
ຢ້ອນເວລາກັນອີກເທື່ອຫນຶ່ງ, ປະມານຫລາຍປີກ່ອນ.
ຂ້ອຍກັບສຸລິນທອນ ພາກັນໄປຮ້ານອິນເຕີເນັດ ເພື່ອ Download printer’s driver.
ມັນເກີດຂຶ້ນເລື້ອຍ ເວລາເຄືອງພິມຕ້ອງການ driver ແຕ່ຊອກຫາມັນບໍ່ເຫັນ, ມັນເສຍ, ລືມບ່ອນມ້ຽນ,…
ຮ້ານທີ່ຂາຍເຄື່ອງພິມ ມັກຈະບໍ່ມີ driver ໃຫ້.
ຕອນນັ້ນ, ພວກເຮົາຍັງເຮັດວຽກຢູ່ຕຶກສີສະເກດ,
ພວກເຮົາເລືອກຮ້ານເນັດ ທີ່ບໍ່ໄກຈາກຫ້ອງການ ສາມາດຍ່າງໄປໄດ້ ທີ່ຢູ່ລະຫວ່າງຕະຫລາດເຊົ້າ ແລະ ຕະຫລາດຂົວດິນ, ກາຍຄິວລົດໄປຫນ້ອຍຫນຶ່ງ.
driver ທີ່ຕ້ອງການ ຂະຫນາດບໍ່ໃຫຍ່ປານໃດ ເຮົາໄດ້ຊື່ເວັບໄຊໂດຍການ ເບິ່ງຈາກຄູ່ມື.
ແຕ່ການດາວໂຫລດນັ້ນໃຊ້ເວລາຫລາຍກວ່າ 1 ຊມ
ເມື່ອດາວໂຫລດສຳເລັດ ພວກເຮົາຈ່າຍເງິນໄປ 17 ພັນກີບ
ເມື່ອລອງເອົາໄປໃຊ້ ກໍ່ໃຊ້ບໍ່ໄດ້ຊ້ຳ
ນັ້ນເປັນປະສົບການທຳອິດ ຂອງຂ້ອຍກັບອິນເຕີເນັດ.
ມາທົບທວນຄືນກ່ອນ ຫວນຄືນຫາຕອນທີ່ໄດ້ສຳຜັດກັບອິນເຕີເນັດ
ມັນກໍ່ບໍ່ໄດ້ດົນຫຍັງດອກ ປະມານສອງປີກ່ອນ
ແຕ່ຊື່ສຽງຂອງອິນເຕີເນັດ, ເວັບໄຊ, ອີເມລ ແມ່ນໄດ້ຍິນມາດົນແລ້ວ ທາງທີວີໄທ
ຮູ້ສຶກວ່າເມືອງໄທ ໃຊ້ກັນມາໄດ້ 10 ປີແລ້ວ
ຫລັງຈາກນັ້ນ ປະມານປີ 2004 ຫົວຫນ້າໄດ້ເອົາອິນເຕີເນັດເຂົ້າມາ ເພິ່ນໃຊ້ຄົນດຽວໃນຫ້ອງການເພິ່ນ ເປັນແບບ dial-up ເວລາຈະໃຊ້ ຈຶ່ງກົດເຊື່ອມຕໍ່ ໃຊ້ແລ້ວກໍ່ didconnect ອອກ
ເຄີຍຄິດຢາກໄປລັກໃຊ້ ເວລາເພິ່ນບໍ່ຢູ່ ແຕ່ບໍ່ຮູ້ລະຫັດ
ດົນໆ ເຫັນເພິ່ນສັ່ງພິມອອກມາ ຫາເຄື່ອງພິມພວກເຮົາ
ກໍ່ເຫັນວ່າ ຫລາຍອັນມີສາລະ
ເຮົາໄປາມເພິ່ນວ່າ ຢາກຮຽນໃຊ້ອິນເຕີເນັດ ຍາກບໍ່
ເພິ່ນບອກວ່າ ໃຊ້ໂລດແຫລ້ວ ບໍ່ຕ້ອງຮຽນ
ຕໍ່ມາໄດ້ມີໂອກາດພົບກັບຄົນໄທ ທີ່ເປັນພະນັກງານ ກຟຜ ມາຝຶກອົບຮົມຫລັກສູດ multimedia ໃຫ້ ຟຟລ
ເລີຍຖາມເຂົາ
ເຂົາແນະນຳວ່າ ເຂົ້າໄປເວັບໃດກໍ່ໄດ້ ຕົວຢ່າງ sanook.com ຈາກນັ້ນມັນຈະມີລິ້ງໄປຫາເວັບອື່ນໆ ກົດໄປໄດ້ເລື້ອຍໆ
ຫົວຫນ້າຜູ້ມາໃຫມ່ ເປັນຄົນໄຮເທກສົມຄວນ ຫລັງຈາກເພິ່ນມາປະຈຳການ
ປະມານປີ 2005 ຢູ່ຫ້ອງການ ເລີ້ມມີອິນເຕີເນັດ ຜ່ານລະບົບແລນໃຫ້ທຸກຄົນໄດ້ໃຊ້
ແລະໃນປີດຽວກັນ ບໍລິສັດກໍ່ເຮັດເວັບໄຊ ເກັບໄວ້ໃນເຊີບເວີຂອງຕົວເອງ www.edl.gov.la
ພວກເຮົາເລີ້ມຮູ້ຈັກອີເມລ ຮູ້ຈັກດາວໂຫລດໂປແກມຈາກອິນເຕີເນັດ
ຮູ້ໃຊ້messenger …
ເວັບໄຊລາວທີ່ຮູ້ຈັກ ໃນຕອນນັ້ນ ກໍ່ມີ ອິນລາວ ຈາກນັ້ນ ກໍ່ເກີດມະຫາສານ ນ້ຳເຕົາຮູ້ (ຂອງທ່ານນິນ) os55.tollfreepage.com (ຂອງທ່ານໂອສ)
ບໍ່ດົນປານໃດເຮົາກໍ່ເຮັດຂອງເຮົາເອງອອກມາ