The Alexa Ranking system has been changed

Filed under: web master — Wrote by pnomsin on Wednesday, April 23rd, 2008 @ 10:47 pm

Alexa traffic rankings ຂອງ pnomsin.com ເຄີຍຢູ່ທີ່ ອັນດັບ 1.6 ລ້ານ ຢູ່ໆ ກໍ່ກັບມາລະດັບ 3ແສນກວ່າ ຄືເກົ່າ.
ລອງຫາສາເຫດເບິ່ງ ເພາະວ່າ ໄລຍະຫລັງໆ ມີເວັບທີ່ມີ traffic ສູງລິ້ງມາຫາ pnomsin.com ບໍ່ວ່າຈະເປັນ punlao.com, samakomlao, …
ແຕ່ຫລັງຈາກທີ່ໄປກວດສອບທີ່ alexa.com ພົບວ່າ ມັນໄດ້ມີວິທີ ຄິດໄລ່ແບບໃຫມ່

The Alexa Ranking system has been changed
The New Alexa Rankings

We’ve been working hard behind the scenes for several months and are excited to announce that our new Alexa Rankings system is available.

ແມ່ນຫຍັງພາໃຫ້ PR ຂຶ້ນຫລືລົງ

Filed under: SEO — Wrote by pnomsin on Saturday, January 26th, 2008 @ 1:20 pm

ທ່ານ Au8ust ເຄີຍບອກວ່າໄວ້ວ່າ

ຖ້າຕ້ອງການອັນດັບດີໆ ຈາກ Alexa ຕ້ອງມີ traficແປວ່າ ມີຄົນເຂົາເວັບມື້ລະຫລາຍຄົນ
ຖ້າຕ້ອງການອັນດັບດີໆ ຈາກ Google pagerank ຕ້ອງມີ pagerank ແປວ່າ ມີຊື່ເວັບໄຊເຮົາ ຕາມເວັບຕ່າງໆ ຫລາຍໆເວັບ

ສຳລັບຂ້ອຍແລ້ວ ໃຫ້ຄວາມສຳຄັນກັບ pagerank ຫລາຍກວ່າ alexa
ຖ້າເວັບເຮົາມີ PR ດີ search engine ກໍ່ຈະພາຄົນມາຫາເວັບເຮົາ ຫລາຍຂຶ້ນ

pnomsin.com

ທີ່ເຫັນຂີດກ້ອງສີແດງ ແມ່ນ search engine ແລະ google ຫາຄົນມາເຂົ້າເວັບເຮົາຫລາຍກວ່າຫມູ່ ຮອງລົງມາ ແມ່ນ yahoo ແລະ MSN

ນອກຈາກ serach engine ແລ້ວ ບັນດາລາຍຊື່ເວັບ ທີ່ເຫັນໃນຮູບ ແມ່ນລ້ວນແຕ່ມີຊື່ເວັບເຮົາຢູ່ໃນນັ້ນ ແລະ ຍິ່ງມີຈຳນວນເວັບຫລາຍ ກໍ່ຍິ່ງມີ back link ຫລາຍ

ຫລັງຈາກທີ່ google pagerank ໄດ້ອັບເດດໃນເດືອນນີ້ ເວັບໄຊຂອງຂ້ອຍຫລາຍອັນ ມີຄ່າ PR ຫລຸດລົງ
ເມື່ອກວດ backlink ແລ້ວ ເຫັນວ່າ ມັນມີຫນ້ອຍຫລາຍ ແປວ່າ ຫລາຍເວັບ ເຂົາເຊົາລິ້ງມາຫາເຮົາແລ້ວ

Alexa ພາເຊັງ

Filed under: web master — Wrote by pnomsin on Monday, November 19th, 2007 @ 4:48 pm

pnomsin.com ເປີດຕົວ ທ້າຍເດືອນ 6/2007 ທີ່ອັນດັບ 390.XXX
ຈາກນັ້ນກໍ່ຄ່ອຍໆຕົກລົງເລື້ອຍມາ
ມື້ນີ້ ມັນລົງມາຮອດ 9 ແສນກ່ວາແລ້ວ

http://www.alexa.com/data/details/traffic_details/pnomsin.com

ເຮົາໄດ້ເຂົ້າໄປກວດ traffic ໃນ google analytic ກໍ່ເຫັນວ່າຄົນເຂົ້າຫລາຍຂຶ້ນ
ມື້ທີ່ຄົນເຂົ້າຫລາຍສຸດແມ່ນ ຫົກສິບຄົນ ຖ້າເປັນວັນເສົາ ວັນອາທິດ ຈະມີຫນ້ອຍ

ຍັງໄດ້ເຂົ້າໄປກວດເບິ່ງ ຢູ່ເຊີບເວີ ເຊິ່ງກໍ່ມີສະຖິຕິໃຫ້ເບິ່ງເຊັ່ນກັນ ກໍ່ເຫັນວ່າ ຄົນເຂົ້ານັບມື້ນັບຫລາຍ
ແລ້ວແບບນີ້ ແປວ່າAlexa ບໍ່ຫນ້າເຊື່ອຖື ຫລື ມີເວັບອື່ນແຊງເຮົາອັນດັບຈຶ່ງຕົກລົງເລື້ອຍໆ

© ປະສົບການຂອງຂ້ອຍ | ບໍລິການຟຣີບລັອກຈາກ LaoBlogger.com