ເພິ່ນຫາເງິນ 10,000 ດອລລາ ໄດ້ໃນ 20 ມື້

Posted on January 15th, 2009 in money online | 1 Comment »

ເອົາຮູບມາໃຫ້ເບິ່ງ ເອົາມາຈາກອີເມລ ຂອງຕຣາວຸດ
ເພິ່ນວ່າ ຄົນຜູ້ນີ້ ເປັນລູກສິດ ກໍ່ຄືຄົນທີ່ໄດ້ເຂົ້າຝຶກອົບຮົມຫລັກສູດຂອງຕຣາວຸດ
ຫລັງຈາກສຶກສາ ມາໄລຍະຫນຶ່ງ ຈຶ່ງເລີ້ມເອົາຈິງ
Amazon
ຈາກວັນທີ ໃນຮູບ ຈະເຫັນວ່າວັນທີ 1 ເດືອນ 12 ປີ 2008 ຫາວັນທີ 20 ເດືອນປີດຽວກັນ

ລາວສາມາດຂາຍສິນຄ້າຂອງ amazon ໄດ້ 2 ພັນລາຍການ ມີມູນຄ່າ 1 ແສນດອລລາ ແລະ ໄດ້ຄ່າຄອມມິຊຊັນ 7 ພັນກວ່າດອລລາ
ນອກນັ້ນຍັງຂາຍສິນຄ່້າອື່ນໆ ທີ່ບໍ່ແມ່ນຂອງ Amazon ໄດ້ອີກ 8 ຮ້ອຍລາຍການ ລວມມູນຄ່າ 50 ພັນດອລລາ ແລະ ໄດ້ຄ່າຄອມມິຊຊັນ 2 ພັນດອລລາ
ລວມຄ່າຄອມມິຊຊັນ 10 ພັນດອລ.

ໂອ້ຍ 20 ມື້ ຫາໄດ້ຫລາຍປານນີ້ ສະອອນເດ
ລາວບອກວ່າລາວເຮັດຕາມຫລັກສູດທີ່ໄດ້ຝຶກມາ ຢ່າງຈິງຈັງ
ເສຍດາຍແຕ່ວ່າ ບໍ່ໄດ້ເລີ້ມເຮັດແຕ່ກີ້
ຮູ້ແບບນີ້ ກໍ່ເຮັດແຕ່ດົນແລ້ວ

ອັນນີ້ ມັນກໍ່ເປັນການໂຄສະນາໃຫ້ຄົນໄປຮຽນນຳທ່ານຕຣາວຸດ ຫລັກສູດລະຫລາຍພັນບາດ
ຄວາມເປັນຈິງ ບໍ່ອາດຮູ້ໄດ້ ສຸດແທ້ແຕ່ວິຈາລະນະຍານເດີ້ທ່ານ

ສະບາຍດີປີໃຫມ່

Posted on January 15th, 2009 in talking, web master | 2 Comments »

ບໍ່ໄດ້ມີໂອກາດມາຂຽນຫຍັງເລີຍ ເວົ້າລວມແລ້ວ ເກືອບທຸກເວັບທີ່ຂ້າພະເຈົ້າເບິ່ງແຍງຢູ່ ແມ່ນບໍ່ໄດ້ຮັບການຫລຽວແລ ມາຕັ້ງແຕ່ທ້າຍປີກາຍ ຈົນມາຮອດກາງເດືອນ1 ປີໃຫມ່ ຍ້ອນຫລາຍສາເຫດ.

ເມື່ອເບິ່ງຄືນສະພາບການຕ່າງໆໃນໂລກໄອທີ ຂອງລາວ ກໍ່ມີຫລາຍເຫດການພົ້ນເດັ່ນ ເຊິ່ງຂ້າພະເຈົ້າກໍ່ບໍ່ໄດ້ຈົດຈຳ ຫລືບັນທຶກໄວ້ ເລີຍສະຫລຸບໃຫ້ຖືກຕ້ອງບໍ່ໄດ້ ແຕ່ກໍ່ພໍເວົ້າໄດ້ຫນ້ອຍຫນຶ່ງ

ເຫດການທີ່ຂ້າພະເຈົ້າວ່າມີການພົ້ນເດັ່ນ ມີດັ່ງນີ້

ເດືອນ 3 ກຳເນີດ ເວັບພັນລາວ
ເດືອນ 6 ເວັບອິນລາວປິດຕົວ
ເດືອນ 8 ເວັບບອດມະຫາສານເກົ່າປິດຕົວ
ຫລ້າສຸດ ເວັບລາວຊ້າ ປ່ຽນຈາກເວັບໄຊ ມາເປັນເວັບບອດລ້ວນໆ

ສ່ວນການເຄື່ອນໄຫວຂອງເວັບຂ້າພະເຈົ້າ ກໍ່ມີອັນປ່ຽນແປງຄືກັນ
pnomsin.com ໄດ້ຮັບຄວາມນິຍົມຫລຸດລົງຢ່າງຕໍ່ເນື່ອງ
ມີການອັບເກຣດຊອບແວ ເລີຍມີບັນຫາຫລາຍອັນທີ່ແກ້ບໍ່ໄດ້ ບໍ່ອາດເຮັດໃຫ້ມັນເປັນແບບເກົ່າ
ຄ່າ technorati Authority ມີຄ່າແຕ່ເກົ່າ 15 ເຫລືອພຽງ 5
ຄ່າ Google pagerank ຫລຸດຈາກ 3 ເຫລືອ 2

ສ່ວຍເວັບບອດ ກໍ່ເປັນໄປຕາມຈັງຫວະເກົ່າ ມີສະແປມເຂົ້າມາຖະຫລົ່ມ ແຕ່ແກ້ໄປໄດ້ ສະມາຊິກ ກໍ່ມີເກົ່າໄປໃຫມ່ມາ ຍັງຮັກສາຈຳນວນຄົນເຂົ້າຊົມເທົ່າເດີມ ແຕ່ຈະເນັ້ນໄປທາງສ້າງເວັບຫລາຍຂຶ້ນ ເພາະມີເວັບນ້ອງໃຫມ່ຫລາຍເວັບ ເຂົ້າມາຂໍຄຳປຶກສາ

ບາງຄັ້ງ Google ມັນກາຫລິ້ນຕະຫລົກ ຄືກັນ, ມັນໃຫ້ເວັບ pnomsin.wordpress.com PR=4 ເທື່ອຫນຶ່ງ ກ່ອນຈະປັບລົງ
pnomsin.blogspot.com ກໍ່ໄດ້ PR=4 1 ເທື່ອ ຄືກັນ

ລາຍໄດ້ຈາກ Google adsense ຕ້ອງມີອັນສະດຸດ ເພາະບໍ່ສາມາດຮັບຈົດຫມາຍຈາກ Google ເນື່ອງຈາກບັນຫາທາງໄປສະນີ ຫລື ຫຍັງກາບໍ່ຮູ້ ພາໃຫ້ Google ງົດສົ່ງໂຄສະນາລົງໃນເວັບເຮົາໄປໄລຍະຫນຶ່ງ

ການຄ້າຂາຍກັບ Amazon ກໍ່ເຫມືອນເດີມ ຄືຂາຍບໍ່ໄດ້ຈັກອັນຕາມເຄີຍ ສົງໄສຍັງບໍ່ທັນລົງເລິກ

ໄດ້ເລີ້ມເຮັດທຸລະກິດເຄືອຂ່າຍອອນໄລ ກັບ coffee2rich ກໍ່ຍັງບໍ່ຖືວ່າປະສົບຜົນສຳເລັດຫລືຫລົ້ມເຫລວ ຍັງມີຄວາມພະຍາຍາມສືບຕໍ່ຢູ່

ຮວ້າຍຂຽນຫລາຍລະເດນິນະ ພັກໄວ້ກ່ອນເທາະ

ເອົາເຄື່ອງຈາກ Amazon ມາ ຂາຍໃນເວັບ

Posted on June 13th, 2008 in money online | 3 Comments »

ຫລັງຈາກສ້າງບລັອກ pnomsin.blogspot.com ເຊິ່ງເປັນບລັອກທຳອິດ ທີ່ຂຽນຢ່າງຈິງຈັງ
ທ່ານ au8ust ທີ່ເປັນພີ່ລ້ຽງ ກໍ່ຕິດຕາມ ແນະນຳຢ່າງໃກ້ຊິດ.
ເພິ່ນແນະນຳໃຫ້ເອົານັ້ນເອົານີ້ມາໃສ່ ໄປsubmit ບ່ອນຕ່າງໆ
ໄດ້ເອົາ google adsense ມາໃສ່ ຈາກນັ້ນ ກໍ່ມີສິນຄ້າຈາກ Amazon.com
ເອົາມາຂາຍໄດ້ປີຫນຶ່ງແລ້ວ ຍັງຂາຍບໍ່ໄດ້ຈັກອັນ

ຫລ້າສຸດ Meomee ໄດ້ແນະນຳໃຫ້ອ່ານປຶ້ມ ກ່ຽວກັບເລື້ອງນີ້
ກໍ່ເລີຍໄປສັ່ງຊື້ປຶ້ມຢູ່ຮ້ານປຶ້ມ 25 ມື້ຕໍ່ມາ ປຶ້ມກໍ່ມາຮອດ
amazon
ນັ່ງອ່ານນອນອ່ານ ກໍ່ບໍ່ໄດ້ໄອເດຍພໍເທົ່າໃດ ສົງໄສປັນຍາເຮົາມີຫນ້ອຍ
ທັງໆທີ່ຫລາຍຄົນ ບອກວ່າ ມັນງ່າຍ
ຖ້າມັນງ່າຍຈິງ ໃຜໆກໍ່ຊື້ມາອ່ານແລ້ວກໍ່ລວຍ ເພິ່ນຄົງບໍ່ຕ້ອງເປິດຫລັກສູດສຳມະນາກັນດອກ