ໂຄງການຕ່າງໆ

Posted on July 23rd, 2009 in web master | 2 Comments »

ມື້ນີ້ຢາກມາຂຽນ ຫລາຍເລື້ອງສົມຄວນຢູ່ ເພາະຫ່າງຫາຍໄປດົນພໍສົມຄວນ. ຈະມາເລົ່າກ່ຽວກັບບັນດາໂຄງການຕ່າງໆທີ່ໄດ້ເຮັດ ໃນແວດວົງຂອງອິນເຕີເນັດ.

www.pnomsin.com ດ້ານເຕັກນິກແລ້ວ ກໍ່ຍັງບໍ່ໄດ້ປັບປຸງຫຍັງ ອັນເນື່ອງຈາກ ມີເວລາຈຳກັດຫລາຍ. ໄລຍະຫລັງໆນີ້ຜູ້ອ່ານຫລາຍຄົນ ທ້ວງມາວ່າ www.pnomsin.com ມີໄວຣັສ. ຫລັງຈາກຮິບໂຮມບັນດາຄວາມເຫັນແລ້ວ ສະຫລຸບໄດ້ວ່າ ຜູ້ທີ່ໃຊ້ avast ເປັນ antivirus ແມ່ນເຫັນວ່າ www.pnomsin.com ມີໄວຣັສ. ຂ້າພະເຈົ້າ ໄດ້ສົ່ງອີເມລ ໄປຫາບ່ອນທີ່ເຂົາ ໃຫ້ບໍລິການເກັບໄຟລຂອງເວັບ ເພື່ອກວດສອບ ກໍ່ໄດ້ຄຳຕອບມາວ່າ ບໍ່ມີຫຍັງ ທຸກຢ່າງປົກກະຕິ. ແລະ ຕອນນີ້ ຜູ້ທີ່ໃຊ້ avast ກໍ່ບອກມາວ່າ ບໍ່ມີໄວຣັສແລ້ວ. ໃຄແດ່. ຕອນນີ້ ຜູ້ອ່ານກໍ່ກັບມາ ຄົບຫນ້າຄົບຕາກັນເຫມືອນເດີມ ຄືປະມານ ມື້ລະ 100 ທ່ານ.

pnomsin.hollosite.com ມີອາຍຸ 3 ປີໄປແລ້ວ ແລະ ເຂົ້າສູ່ປີທີ4 ໄປແລ້ວ2ເດືອນ. ບໍ່ມີເວັບໄຊນີ້ ກໍ່ບໍ່ມີ www.pnomsin.com ເພາະທຸກຢ່າງມັນເລີ້ມຈາກບ່ອນນີ້. ຈາກການກວດສອບສະຖິຕິຜູ້ເຂົ້າຊົມ ແມ່ນມີສະເລ່ຍມື້ລະ 20 ຄົນ. ມີຫນ້ອຍ. ເຖິງວ່າຫລາຍຄົນຫັນໄປຫາ ເວັບໄຊໃຫມ່ www.pnomsin.com ແຕ່ຫລາຍຄົນເຫັນວ່າ ລະບົບໃຫມ່ ມີແນວໃຫມ່ຫລາຍເກີນໄປ ຍັງມັກແບບເກົ່າ ລຶ້ງແບບເກົ່າ(ແບບໃຫມ່ແມ່ນໃຊ້ wordpress blog, ແບບເກົ່າອອກແບບເອງກັບມື). ກໍ່ເລີຍປ່ອຍໃຫ້ມີເວັບນີ້ຕໍ່ໄປ ພຽງແຕ່ຂໍ້ມູນຕ່າງໆທີ່ເອົາມາໂຊໃນນີ້ ແມ່ນມາຈາກເວັບໃຫມ່ທັງຫມົດ ແຕ່ຈັດແຈງໃຫ້ຢູ່ໃນແບບເດີມໆ. ຍັງຈະຕ້ອງກວດຄືນ ພວກ broken link ໃນຫນ້າ links ເພາະບໍ່ໄດ້ກວດກາດົນແລ້ວ. ເຄີຍພະຍາຍາມ ຈັດຫນ້າ articles ໂດຍເອົາ joomla ມາໃຊ້ ແຕ່ໄປບໍ່ລອດ ຍ້ອນທາງເຈົ້າຂອງເວັບເພິ່ນບ້າໂຄສະນາໂພດ ໃສ່ banner ຢູ່ຫົວເວັບຍັງບໍ່ພໍ ໃສ່ໃນ front end ບໍ່ວ່າຫຍັງດອກ ມາໃສ່ໄວ້ backend ເບື້ອງຄົນບໍ່ເຫັນ ກາໄດ້ບໍ່ຂັດຂ້ອງ ແຕ່ເວລາມັນເປີດ dialogue box ເພິ່ນກໍ່ໃສ່ໂຄສະນາ ພາໃຫ້ ປຸ່ມOK ຖືກບຽດ ຈົນຫລຸດອອກໄປ ຫາປຸ່ມອັບເດດບໍ່ໄດ້ ໃຊ້ຄີບອດກົດປຸ່ມແທນ ກໍ່ຍັງບໍ່ໄດ້. ເລີຍໂຈະກ່ອນ.

Laobb.com/pnomsin ເປັນເວັບບອດ ທີ່ເຮົາໃຊ້ເກັບລາຍຊື່ຜະລິດຕະພັນຕ່າງໆ ປະມານ 3-4 ຢ່າງ ຫລາຍເດືອນຕໍ່ມາ ໄປກວດເບິ່ງ ໂອໂຫ ມີຄົນເຂົ້າເວັບບອດຫລາຍແທ້ໆ ມີກະທູ້ເກີດເປັນ1000 ແຕ່ລະກະທູ້ ຄົນອ່ານເປັນ 1000 ເທື່ອ, ທີ່ແທ້ ກໍ່ spam ທັງນັ້ນ. ເຈົ້າຂອງເວັບ ທ່ານ au8ustບອກວ່າ ຈະລ້າງໃຫມ່ຢູ່ ບໍ່ຕ້ອງໄປແກ້ໄຂຫຍັງ ເພາະຈະປ່ຽນລະບົບໃຫມ່ຢູ່ແລ້ວ.

punlao.com/pnomsin ຫລັງຈາກທີ່ punlao.com ເກີດໄດ້ປີດຽວ ແຕ່ກໍ່ກາຍເປັນເວັບໄຊ ຍອດນິຍົມໄດ້ຢ່າງໄວວາ ຖືວ່າທ່ານເຈົ້າຂອງເວັບເພິ່ນທຳການຕະຫລາດມາດີ ເພາະກະແສ social network ກຳລັງມາແຮງ ມີເວັບແບບພັນລາວເລີ້ມກໍ່ຕົວແດ່ແລ້ວ ເຊັ່ນ laobuddy, laos2009 ແລະຍັງຈະມີມາອີກຢ່າງຫລວງຫລາຍ (ມີຄົນທີ່ທຳການຕະຫລາດດ້ານນີ້ກະຊິບບອກ) ເຊິ່ງສາມາດຫາສະມາຊິກທີ່ເປັນຄົນລາວໄດ້ ເປັນພັນໆຄົນ. ອາໄສຄວາມດັງຂອງພັນລາວໃຫ້ເປັນປະໂຫຍດ ຂ້າພະເຈົ້າ ມີຫລາຍໆ campaign ເຊັ່ນ ໂຄສະນາຫາລູກຄ້າ ໃຫ້ກັບທຸລະກິດນ້ອຍໆຂອງໂຕເອງ (ຍັງບໍ່ກ້າເຮັດທຸລະກິດໃຫຍ່) ກໍ່ເຫັນວ່າ ມີຄົນສົນໃຈໃຊ້ບໍລິການຢູ່ ຂອບໃຈເວັບໄຊພັນລາວ.

ເວົ້າເລື້ອງກະແສ ຂ້າພະເຈົ້າກໍ່ລັກໄປສ້າງເວັບແບບ social network ໄວ້ຄືກັນ ພາຍໃນເວລາ 1ເດືອນ ມີສະມາຊິກ ປະມານ 30 ຄົນແລ້ວ ບໍ່ຫວັງຈະສ້າງໃຫ້ເປັນຊຸມຊົນໃຫຍ່ໂຕຫຍັງດອກ ເອົາສະເພາະ “ກຸ່ມເປົ້າຫມາຍ”.

ເປັນເວັບມາສເຕີ ຕ້ອງຂຽນເວັບເກັ່ງຫລືບໍ່

Posted on April 18th, 2009 in web master | No Comments »

ມື້ນີ້ມາວ່າກັນເລື້ອງການຂຽນເວັບອີກ. ການເປັນເວັບມາສເຕີ ຫລາຍຄົນກໍ່ເຂົ້າໃຈວ່າເຮົາເກັ່ງເລື້ອງ ການຂຽນເວັບ. ເຄີຍພົບກັບທ່ານ duong ເພິ່ນບອກວ່າ ດຽວນີ້ບໍ່ມີໃຜຂຽນເວັບກັນແລ້ວ ເພາະວ່າສູ່ມື້ນີ້ ມີເວັບສຳເລັດຮູບຂ້ອນຂ້າງຫລາຍ ສັບທາງວິຊາການເພິ່ນເອີ້ນວ່າ CMS ບໍ່ວ່າຈະເປັນ wordpress ທີ່ສ້າງບລັອກໃຫ້ເຮົາເອົາໄປໃຊ້ ສ້າງເປັນເວັບ ຫລື ວ່າ smf ທີ່ສ້າງເວັບບອດໃຫ້ໄດ້ແລກປ່ຽນບົດຮຽນ… ພຽງແຕ່ໄປດາວໂຫລດ ເອົາມາຕິດຕັ້ງ ຕົບແຕ່ງເລັກນ້ອຍ ຫລື ປ່ຽນ theme ຕາມໃຈ ກໍ່ເປັນເວັບມາສເຕີກັນໄດ້ແລ້ວ.

ດັ່ງນັ້ນ ນັກວິຊາການໄຟຟ້າຄືທ້າວພະນົມສິນ ກໍ່ເລີຍເປັນເວັບມາສເຕີນຳເພິ່ນ ເພາະອາໄສພີ່ລ້ຽງໃຫຍ່ ຢ່າງ os555 ແລະ au8ust ມາຊ່ວຍຕິດຕັ້ງໃຫ້ ວຽກຍາກໆ ກໍ່ເປັນອັນສຳເລັດ ສ່ວນທີ່ເຫລືອ ກໍ່ພຽງແຕ່ ຂຽນບົດ ຫາເນື້ອໃນດີໆມາປະດັບ ກັບ ໂປໂມດເວັບໃຫ້ຄົນຮູ້ຈັກ. ເລື້ອງໂປໂມດນີ້ ພີ່ລ້ຽງເພິ່ນ ກໍ່ຈັດການໃຫ້ອີກ, ມີແຕ່ສ້າງສັນຜົນງານ ຕາມຄວາມຖະຫນັດເທົ່ານັ້ນ.

ມື້ນີ້ ມີເວລາຫລາຍແດ່ ເພາະເປັນຊ່ວງພັກສົງການ ເລີຍຍາດເວລາ ມາເບິ່ງແຍງເວັບ ໂດຍສະເພາະ ດ້ານເຕັກນິກ ຂອງເວັບ ເພາະວ່າປົກກະຕິ ຈະນັ່ງຄິດວ່າຈະຂຽນຫຍັງກໍ່ເມື່ອຍແລ້ວ ເນັ້ນໃສ່ເນື້ອໃນເປັນໃຫຍ່ ດັ່ງສຸພາສິດເພິ່ນວ່າ content is the king (ຮູ້ສຶກວ່າ ມີເວລາໃຫ້ເວັບຫນ້ອຍລົງ ແລະ ການເຊື່ອມຕໍ່ ປະກົດວ່າ ນັບມື້ນັບຍາກ)

www.pnomsin.com ຖືກປ່ອຍປະມາດົນ ທັງທີ່ມັນມີອາການບໍ່ໄດ້ດັ່ງໃຈ ຕັ້ງແຕ່ມີການອັບເດດຊອບແວ ຈາກ wordpress 2.3 ເປັນຕົ້ນມາ ເຊັ່ນ: ​related post ບໍ່ມີອີກ ແລະ ບໍ່ມີທີທ່າວ່າຈະແກ້ໄດ້, excerpt ບໍ່ເຂົ້າກັນ … ໂອຍ ສະລະພັດບັນຫາ ແນວວ່າ ຄວາມຮູ້ມັນບໍ່ພໍໃຊ້. ແຕ່ກໍ່ຍັງມີບັນດາພີ່ລ້ຽງຢູ່ ທຸກບັນຫາ ມັນກໍ່ຄົງມີທາງອອກ ຖ້າເຮົາຕັ້ງໃຈແກ້.

pnomsin.com upgraded to wordpress 2.6

Posted on July 23rd, 2008 in blogging, web master | 3 Comments »

Wordpess 2.6 ໄດ້ຖືກຕິດຕັ້ງໃຫ້ກັບເວັບໄຊ pnomsin.com ແທນທີ່ software ເກົ່າທີ່ໃຊ້ wordpress 2.3 ເມື່ອກີ້ນີ້ເອງ ຫລັງຈາກອັບໂຫລດ ເກືອບ2ຊົ່ວໂມງ.

ເປັນຫຍັງຈຶ່ງຕ້ອງຕິດຕັ້ງອັນໃຫມ່ ກໍ່ຄົງເປັນເພາະວ່າມັນມີ ມາໃຫມ່ ແຕ່ທີ່ຈິງອັນເກົ່າກໍ່ຍັງໃຊ້ດີ ບໍ່ມີບັນຫາຫຍັງ. ເຫດຜົນທີ່ແທ້ຈິງ ແມ່ນອັນອື່ນ.

ເນື່ອງຈາກ pnomsin.com ມີອາຍຸຄົບ 1ປີ ໄປແລ້ວ ຢ່າງງຽບໆ ເຈົ້າຂອງເວັບຢາກປ່ຽນແປງບາງຢ່າງ ໂດຍສະເພາະຫນ້າຕາເວັບໄຊ. ຈຶ່ງໄດ້ມີການລອງ theme ແບບຕ່າງໆ ໂດຍສະເພາະ ແມ່ນ search ເອົາ free wordpress 2.5 theme

ຈາກການລອງໄປເທື່ອລະ theme ກໍ່ເຫັນວ່າມີບັນຫາ ແລະ ກໍ່ສັງເກດວ່າ ຍັງໃຊ້ wordpress 2.3 ຢູ່ ແລ້ວມັນຈະໄປເຂົ້າກັນກັບ wordpress 2.5 theme ໄດ້ແນວໃດ ແລະ Au8ust ກໍ່ເລີຍ ແນະນຳໃຫ້ປ່ຽນໄປໃຊ້ອັນໃຫມ່

ກະລຸນາຕິດຕາມ pnomsin.com ປີ2 ວ່າຈະມີຫຍັງມາຮັບໃຊ້ສັງຄົມຕໍ່ໄປ ຈະເຮັດໄດ້ດີກວ່າທີ່ຜ່ານມາຫລືບໍ່

Spam ບຸກມາແລ້ວ ມັນມາທີ່ faifa.activeboard.com ແລ້ວ

Posted on July 6th, 2008 in web master | 5 Comments »

ລະຫວ່າງເວັບບອດລະດັບຊາດ ຢ່າງອິນລາວ ແລະ ມະຫາສານ ມັນກາມີອັນຄືກັນແລະຕ່າງກັນ. ອັນຄືກັນ ແມ່ນເພິ່ນສົນທະນາກັນໃນບັນຫາລະດັບຊາດ ເຊັ່ນ ການເມືອງ ການປົກຄອງ ການສຶກສາ ການພັດທະນາ…
ອັນທີ່ແຕກຕ່າງກັນ ກໍ່ມີຢູ່ ເຊັ່ນ
ເວັບມະຫາສານ ຈະມີເນື້ອໃນດ້ານໄອທີຫລາຍກວ່າ
ມະຫາສານ ບໍ່ຈຳເປັນຕ້ອງເປັນສະມາຊິກ ກໍ່ສາມາດໂພສໄດ້

ຈາກການສົມທຽບດັ່ງກ່າວ ເຫັນວ່າ ການທີ່ຂາສັນຈອນ ສາມາດໂພສໄດ້ ມັນມີດີຫລາຍຢ່າງເຊັ່ນ
ດີສຳລັບຜູ້ທີ່ບໍ່ຕ້ອງການເປີດເຜີຍຕົວເອງ
ດີສຳລັບຜູ້ທີ່ບໍ່ຕ້ອງການກັບມາອີກເປັນຄັ້ງທີ2
ສາມາດຂ້າມຂັ້ນຕອນການສະຫມັກ ທີ່ມີຫລາຍຂັ້ນຕອນ ລວມເຖິງການໃຊ້ເວລາໃນການໄປຕົບແຕ່ງ profile ກວ່າຈະໄດ້ໂພສ

ເວັບບອດພະນົມສິນ ເປັນເວັບບອດສຳເລັດຮູບ smf ເຊິ່ງສາມາດ ບໍລິຫານໃຫ້ ຂາສັນຈອນໂພສໄດ້ເຊັ່ນກັນ
ແຕ່, ເປີດສິດໃຫ້ຂາສັນຈອນເທື່ອໃດ ພວກ spam ຫລັ່ງມາຢ່າງລົ້ນເຫລືອ ເກັບອອກນຳກໍ່ບໍ່ທັນ ຈົນຕ້ອງປິດສິດໃນການໂພສ.
spam

ດັ່ງນັ້ນ ຈຶ່ງແນມຫາເວັບບອດອື່ນ ທີ່ບໍ່ແມ່ນ smf ເລີຍໄປເຫັນໃນເວັບ samakomlao ມັນເປັນແບບ free webboard ຂອງ activeboard.com, ຕອນລອງໃຊ້ມັນກະມີບັນຫາຢູ່ ໃນເລື້ອງພາສາລາວ ເລີຍຂໍຄຳປຶກສານຳ au8ust ເພິ່ນບອກວ່າ ຈະເຮັດ free webboard ອອກມາໃຫ້ໃຊ້. ແຕ່ samakomlao ກໍ່ຊ່ວຍແກ້ບັນຫາໃຫ້ໄດ້ ແລະ ລອງໃຊ້ມາໄລຍະຫນຶ່ງ

ມາມື້ນີ້, free webboard ຂອງ activeboard.com ເລີ້ມມີ spam ເຂົ້າມາແລ້ວ. ມັນມາແລ້ວ. ມັນມາທີ່ faifa.activeboard.com ແລ້ວ.

Ads by Google in Lao Language

Posted on April 28th, 2008 in blogging, money online, web master | 3 Comments »

I have a travell blog . I also have google adsense ads in that blog. I write about travelling in Laos so the Ads by google show ads about Laos but in English.

punlao

Today I noticed that one ad is in Lao language. It is the ad linking to a social network called Punlao. This site belongs to our friend Au8ust.

Before Au8ust is using Google Adsense only. Now he goes for Adword.