joomla ລາຍລາວ

Filed under: web master — Wrote by pnomsin on Tuesday, November 13th, 2007 @ 3:37 pm

ໄດ້ທົດລອງສ້າງຫນ້າເວັບໄຊໃຫ້ກັບບໍລິສັດ
forum.pnomsin.com/index.php?topic=792
ແລະລອງ ໃຫ້ຫລາຍຄົນປະກອບຄຳເຫັນ
ທ່ານໂອສກະບອກວ່າເຮົາເຮັດໄດ້ເອງເທົ່ານັ້ນ ບໍ່ໄດ້ແນະນຳຫຍັງ
ແຕ່ໄດ້ໄປລົມກັບອີກຜູ້ຫນຶ່ງ ຢູ່ກະຊວງດຽວກັບທ່ານໂອສຫັ້ນລະ
ເພິ່ນວ່າ ເລື້ອງຊ່ຳນີ້ ປ່ອຍ joomla ຜູ້ດຽວກໍ່ໄດ້

ແຕ່ກ່ອນກໍ່ເຄີຍເອົາ joomla ມາລອງໃຊ້ແລ້ວ ຕາມການແນະນຳຂອງທ່ານ Au8ust
ແຕ່ຫົມດຄວາມອົດທົນກ່ອນ
ຕອນນີ້ ກຳລັງມີໂຄງການ joomla ລາຍລາວ ເຊິ່ງກ່ອນຫນ້ານີ້ ມີ joomla ລາຍໄທອອກມາກ່ອນແລ້ວ
ພ້ອມກັນນ້ນ ເພິ່ນຜູ້ນັ້ນກໍ່ໃຫ້ເບິ່ງເວັບໄຊກະຊວງເພິ່ນ
ມັນກໍ່ແມ່ນ joomla ອ້ອຍຕ້ອຍ ແຖມເປັນພາສາລາວອີກ
ເພິ່ນກຳລັງເຮັດເວີຊັນໃຫມ່ອອກມາ

ຍັງບໍ່ທັນໃສ່ໂຄດຫຍັງເທື່ອ

Filed under: laoblogger — Wrote by pnomsin on Sunday, November 4th, 2007 @ 4:05 pm

ບໍ່ຮູ້ວ່າມີຄົນເຂົ້າມາອ່ານ ຫນ້ອຍຫລາຍປານໃດເທື່ອ
ຄົງຍັງບທັນມີໃຜ ນອກຈາກ ເຈົ້າຂອງບລັອກ ກັບ ເຈົ້າຂອງເຊີບເວີ 555
ເຫັນຄອມເມນຂອງທ່ານ sen9y ສະແດງວ່າເຂົ້າມາແລ້ວ ເປັນຜູ້ທີ3
ຖ້າຢາກໃຫ້ຮູ້ວ່າທ່ານກໍ່ເຂົ້າມາ ກໍ່ລອງປະຮ່ອງຮອຍໄວ້ໃຫ້ເຫັນແດ່
ຫນ້າຈະມີ Cbox ໄວ້ເນາະ ສຳລັບຂຽນທັກທາຍສະບາຍດີ
ທຳອິດວ່າຈະໃຫ້ມີ mybloglog ແຕ່ໃສ່ໂຄດເຂົ້າໄປບໍ່ໄດ້ ກະເລີຍເຊົາ
ຄິດວ່າ Cbox ຫລື Guestbook ກໍ່ຄົງໃສ່ເຂົ້າໄປບໍ່ໄດ້ເຊັ່ນກັນ
ແຕ່ວ່າ ທ່ານ au8ust ເພິ່ນກໍ່ບອກວ່າຈະແກ້ໃຫ້ ແຕ່ຕອນນີ້ເພິ່ນຄົງຫຍຸ້ງກັບໂຄງການສະຫລະໂສດຢູ່ ຫລັງຈາກເພິ່ນກັບມາຈາກຕ່າງແຂວງພຸ້ນລະ
ສຸກສັນວັນວິວາເດີ້ທ່ານ au8ust

© ປະສົບການຂອງຂ້ອຍ | ບໍລິການຟຣີບລັອກຈາກ LaoBlogger.com