ເປັນເວັບມາສເຕີ ຕ້ອງຂຽນເວັບເກັ່ງຫລືບໍ່

Posted on April 18th, 2009 in web master | No Comments »

ມື້ນີ້ມາວ່າກັນເລື້ອງການຂຽນເວັບອີກ. ການເປັນເວັບມາສເຕີ ຫລາຍຄົນກໍ່ເຂົ້າໃຈວ່າເຮົາເກັ່ງເລື້ອງ ການຂຽນເວັບ. ເຄີຍພົບກັບທ່ານ duong ເພິ່ນບອກວ່າ ດຽວນີ້ບໍ່ມີໃຜຂຽນເວັບກັນແລ້ວ ເພາະວ່າສູ່ມື້ນີ້ ມີເວັບສຳເລັດຮູບຂ້ອນຂ້າງຫລາຍ ສັບທາງວິຊາການເພິ່ນເອີ້ນວ່າ CMS ບໍ່ວ່າຈະເປັນ wordpress ທີ່ສ້າງບລັອກໃຫ້ເຮົາເອົາໄປໃຊ້ ສ້າງເປັນເວັບ ຫລື ວ່າ smf ທີ່ສ້າງເວັບບອດໃຫ້ໄດ້ແລກປ່ຽນບົດຮຽນ… ພຽງແຕ່ໄປດາວໂຫລດ ເອົາມາຕິດຕັ້ງ ຕົບແຕ່ງເລັກນ້ອຍ ຫລື ປ່ຽນ theme ຕາມໃຈ ກໍ່ເປັນເວັບມາສເຕີກັນໄດ້ແລ້ວ.

ດັ່ງນັ້ນ ນັກວິຊາການໄຟຟ້າຄືທ້າວພະນົມສິນ ກໍ່ເລີຍເປັນເວັບມາສເຕີນຳເພິ່ນ ເພາະອາໄສພີ່ລ້ຽງໃຫຍ່ ຢ່າງ os555 ແລະ au8ust ມາຊ່ວຍຕິດຕັ້ງໃຫ້ ວຽກຍາກໆ ກໍ່ເປັນອັນສຳເລັດ ສ່ວນທີ່ເຫລືອ ກໍ່ພຽງແຕ່ ຂຽນບົດ ຫາເນື້ອໃນດີໆມາປະດັບ ກັບ ໂປໂມດເວັບໃຫ້ຄົນຮູ້ຈັກ. ເລື້ອງໂປໂມດນີ້ ພີ່ລ້ຽງເພິ່ນ ກໍ່ຈັດການໃຫ້ອີກ, ມີແຕ່ສ້າງສັນຜົນງານ ຕາມຄວາມຖະຫນັດເທົ່ານັ້ນ.

ມື້ນີ້ ມີເວລາຫລາຍແດ່ ເພາະເປັນຊ່ວງພັກສົງການ ເລີຍຍາດເວລາ ມາເບິ່ງແຍງເວັບ ໂດຍສະເພາະ ດ້ານເຕັກນິກ ຂອງເວັບ ເພາະວ່າປົກກະຕິ ຈະນັ່ງຄິດວ່າຈະຂຽນຫຍັງກໍ່ເມື່ອຍແລ້ວ ເນັ້ນໃສ່ເນື້ອໃນເປັນໃຫຍ່ ດັ່ງສຸພາສິດເພິ່ນວ່າ content is the king (ຮູ້ສຶກວ່າ ມີເວລາໃຫ້ເວັບຫນ້ອຍລົງ ແລະ ການເຊື່ອມຕໍ່ ປະກົດວ່າ ນັບມື້ນັບຍາກ)

www.pnomsin.com ຖືກປ່ອຍປະມາດົນ ທັງທີ່ມັນມີອາການບໍ່ໄດ້ດັ່ງໃຈ ຕັ້ງແຕ່ມີການອັບເດດຊອບແວ ຈາກ wordpress 2.3 ເປັນຕົ້ນມາ ເຊັ່ນ: ​related post ບໍ່ມີອີກ ແລະ ບໍ່ມີທີທ່າວ່າຈະແກ້ໄດ້, excerpt ບໍ່ເຂົ້າກັນ … ໂອຍ ສະລະພັດບັນຫາ ແນວວ່າ ຄວາມຮູ້ມັນບໍ່ພໍໃຊ້. ແຕ່ກໍ່ຍັງມີບັນດາພີ່ລ້ຽງຢູ່ ທຸກບັນຫາ ມັນກໍ່ຄົງມີທາງອອກ ຖ້າເຮົາຕັ້ງໃຈແກ້.

ບລັອກກັບທຸລະກິດ

Posted on January 27th, 2009 in blogging | No Comments »

Blogs are no longer just online personal journals – they are now key business tools. If you’ve launched a business blog or are thinking about it you’re probably wondering how to promote your blog to increase subscribers? Or, what to write about and how to brainstorm new blog post ideas?
Tips for Advanced Blogging
Turn your blog into a powerful tool for your business, helping you engage customers in a conversation while also improving your search engine rankings. Use your blog to generate leads and sales for your business, strengthen your blog’s community of readers and learn how to measure the performance of your blog.

ໄດ້ສ້າງບລັອກ ເປັນພາສາອັງກິດ http://pnomsin.blogspot.com ຂຽນກ່ຽວກັບ ການສ້າງເຂື່ອນໃນລາວ, ແລະ ຖືໂອກາດແນະະນຳຕົວເອງ ແລະ ບໍລິສັດໄປພ້ອມ

ຈາກນັ້ນ ບລັອກດັ່ງກ່າວ ກໍພາຄົນມາໃຫ້ໄດ້ຮູ້ຈັກຢ່າງຕໍ່ເນື່ອງ ສ່ວນຫລາຍເປັນຄົນຕ່າງປະເທດ ທີ່ມາ ຂໍສຳພາດກໍ່ມີ ທີ່ມາ ແນະນຳຕົວກໍ່ມີ ມາຕິດຕໍ່ຂໍເຮັດທຸລະກິດນຳກໍ່ມີ ຫລ້າສຸດແມ່ນບໍລິສັດປະກັນໄພ

ລາຍລະອຽດ:

1 ຄົນອາເມລິກາ ມາຂໍສຳພາດ ເພື່ອຂຽນບົດສຳຫລວດ ຄວາມຄິດເຫັນຄົນລາວ ຕໍ່ກັບເຂື່ອນ

2 ຄົນໄທ ມາຕິດຕໍ່ຂາຍອຸປະກອນກໍ່ສ້າງ ສຳລັບເຂື່ອນ

3 ຄົນຫວຽດນາມ ຂໍມາດຕະຖານເຕັກນິກໄຟຟ້າ

4 ຄົນຫວຽດນາມ ຕິດຕໍ່ເຮັດປະກັນໄພໂຄງການເຂື່ອນໄຟຟ້າ

ຮຽນສ້າງເວັບໄຊກັບຢາຮູ

Posted on February 21st, 2008 in web master | 1 Comment »

website builder

ຫລັງຈາກຮູ້ວ່າ ເວັບຂອງຫ້ອງການ ໃຊ້ໂປແກມຫຍັງສ້າງ
ຂ້າພະເຈົ້າໄດ້ເຂົ້າໄປທີ່ເວັບ www.yahoo.com ເພື່ອສຶກສາ ໂປແກມ yahoo sitebuilder ກະວ່າຈະລອງສ້າງເວັບສ່ວນຕົວຫລິ້ນໆ ລອງເບິ່ງ
ລາຍລະອຽດຂອງມັນ ອ່ານຈາກ http://elearning.nectec.or.th/courses/69/yahoo.swf

ຖ້າສ້າງເວັບສຳເລັດ ແຕ່ບໍ່ມີບ່ອນ host
ທາງ yahoo ກໍ່ມີ www.geocities.com/yourname ໄວ້ໃຫ້
ມີ file manager, ມີ yahoo pagebuilder ແລະ yahoo site builder
ມີ template ໃຫ້ເລືອກຫລວງຫລາຍ

ກໍ່ເລີຍ ສ້າງໄວ້ http://www.geocities.com/pnomsin_eci/
ມີຫນ້າດຽວ ໃນນັ້ນ ມີຮູບໂຕເອງ ມີຊື່ ແລະ counter ເທົ່ານັ້ນ
ດຽວນີ້ geocities ມັນມີ blog ໃຫ້ອີກ
ເລີຍປ່ຽນ http://www.geocities.com/pnomsin_eci/ ໃຫ້ເປັນ blog

ນັ້ນເປັນເວັບໄຊທຳອິດໃນຊີວິດ ເປັນການປູທາງ ໄປສູ່ເວັບທີ່ມີສາລະກວ່ານີ້
ທ່ານຜູ້ອ່ານຄົນໃດ ຢາກຮຽນສ້າງເວັບໄຊ ຮຽນກັບຢາຮູກໍ່ໄດ້

joomla template

Posted on November 17th, 2007 in web master | 2 Comments »

ວານນີ້ ທ່ານ os ສົ່ງເວັບນີ້ມາໃຫ້ os555.blogspot.com
ເວັບນີ້ ຮູ້ຈັກມາດົນແລ້ວ. ຍັງມີໃຫ້ເຫັນໃນລາຍຊື່ບລັອກ (blogroll)ຂອງ laobeginner.
ເທົ່າທີ່ຮູ້ ເພິ່ນບໍ່ຄ່ອຍອັບເດດ ເລີຍບໍ່ໄດ້ຕິດຕາມ.

ໄລຍະນີ້ ທ່ານ os ກຳລັງເຮັດກ່ຽວກັບ lao open source ໂດຍສະເພາະ joomla ລາຍລາວ.
ມັນເຮັດໃຫ້ຂ້ອຍສົນໃຈ ແລະ ລອງດາວໂຫລດເວີຊັນຫລ້າສຸດມາໃຊ້ ພໍດີມີສອງເວັບທີ່ຈອງພື້ນທີ່ໄວ້ ແຕ່ບໍ່ໄດ້ໃຊ້ງານ.
pnomsin.icspace.net ຈອງໄວ້ແຕ່ເດືອນ 4/2007 ກັບ pnomsin.110mb.com

ຫລັງຈາກອັບໂຫລດ ແລະ ລອງຕິດຕັ້ງ ປະກົດວ່າ ຕິດຕັ້ງບໍ່ສຳເລັດ. ມັນບໍ່ສາມາດຕິດຕໍ່ກັບຖານຂໍ້ມູນ. ສົງໄສບັນຫາທີ່ເຊີບເວີ.
ປຶກສາທ່ານ os ເພິ່ນກໍ່ຮັບປາກຈະເບິ່ງໃຫ້. ເຫັນວ່າ ເວີຊັນທີ່ດາວໂຫລດມາ ຍັງບໍ່ສົມບູນ ເພິ່ນເລືອກໃຫ້ໃຫມ່ Joomla! 1.0.13 Stable ມັນໃຊ້ກັບ utf-8 ໄດ້ສົມບູນແບບທີ່ສຸດ.

ວານນີ້ ທ່ານ os ສົ່ງເວັບນີ້ມາໃຫ້ os555.blogspot.com ກໍ່ເພື່ອຈະບອກວ່າ ໃນເວັບນັ້ນ ມີ free joomla template ໃຫ້ເລືອກ. ເບິ່ງແລ້ວ ມີບົດຄວາມ ໃຫມ່ໆ ພາສາອັງກິດ ຂຽນຕາມສະໄຕມືອາຊີບ ເຊິ່ງແຕກຕ່າງໄປຈາກ ບົດຄວາມກ່ອນຫນ້າ ທີ່ເພິ່ນຂຽນເລື້ອງສະຖານທີ່ ທີ່ເພິ່ນໄປທ່ຽວມາ ເປັນພາສາລາວ.