www.myname.co.nr ມີບັນຫາ

Posted on January 14th, 2008 in web master | 3 Comments »

ການຂໍສະຫມັກພື້ນທີ່ free ສຳລັບເກັບເວັບໄຊ ແມ່ນມັກຈະໄດ້ SUBDOMAIN ມາ free. Subdomain ມັກຈະມາໃນແບບ yourwebsite.myserver.com ເຊັ່ນ : pnomsin.wordpress.com, pnomsin.hollosite.com, pnomsin.blogspot.com ເຫລົ່ານີ້ ເປັນຕົ້ນ.

webmaster ຫລາຍຄົນ ພໍໃຈກັບ subdomain, ແຕ່ອີກຫລາຍຄົນ ຢາກໄດ້ www.myname.com ຫລືຕ້ອງການ domain ເປັນຂອງຕົວເອງ. ມີຫລາຍບໍລິສັດ ຮັບຈົດ domain ໂດຍເກັບຄ່າບໍລິການ, ເຊິ່ງກໍ່ມີຫລາຍລາຄາ. ນອກນັ້ນ, ຍັງມີ ຜູ້ໃຫ້ບໍລິການ Domain ແບບບໍ່ເສຍເງິນອີກ. ເຊິ່ງເຮົາຈະພົບເຫັນ ໄດ້ຈາກ ເວັບຂອງ doorgroup, Duong, …ແລະ ອີກຫລາຍຄົນ ທີ່ໃຊ້ domain ໃນແບບ www.myname.co.nr

ມື້ນີ້ ໄດ້ອ່ານໃນ Cbox ເຫັນວ່າ ມີການແຈ້ງປ່ຽນ Domain ເພາະ www.myname.co.nr ມີບັນຫາ ເລີຍພາກັນປ່ຽນໄປໃຊ້ແບບ ອື່ນແທນກ່ອນ

14 Jan 08, 11:00
Duong: ປ່ຽນໄປໃຊ້ http://www.sabaidee.2it.in ຊົ່ວຄາວ

14 Jan 08, 13:31
Boudy: ຖ້າທ່ານເຂົ້າ website DoorS GrouP ທາງ http://www.doorsgrouplao.co.nr ບໍ່ໄດ້ແມ່ນໃຫ້ເຂົ້າທາງ http://www.doorsgroup.tk ໄປກ່ອນ ເດີ້

ວຸ້ນຢູ່ກັບ door group

Posted on November 11th, 2007 in web master | 2 Comments »

ທ່ານ boudy ເຄີຍມາຝຶກງານນຳຂ້ອຍ ເມື່ອຫລາຍປີກ່ອນ.
ຕໍ່ມາເພິ່ນກໍ່ຮັບອອກແບບເວັບໄຊໃຫ້ກັບ ໄຟຟ້າລາວ ໂດຍໃຊ້ຊື່ໂດເມນ www.edl.gov.la.
ຕອນເພິ່ນໄປປາກເຊ ຍັງພາເພິ່ນໄປດື່ມທີ່ຫນອງປາ.
ຕອນຫລັງເພິ່ນເປີດເວັບໄຊ ເປັນເວັບບອດ ທີ່ໃຊ້ simple machine forum (smf)
ໃຊ້ຊື່ວ່າ http://www.doorsgrouplao.co.nr/
ແລ້ວກໍ່ມາຊວນເຮົາໄປເຂົ້າສະມາຊິກ.

ແຕ່ເບິ່ງແລ້ວ ໃນກຸ່ມຂອງພວກເພິ່ນຄົງມີຄົນບໍ່ມັກຫນ້າເຮົາ. ເພາະໂພສໄປເທື່ອໃດ ກໍ່ຖືກລຶບ. ຖືກໄປສອງເທື່ອ.
ມື້ນີ້ ໄປໂພສອີກ ມື້ດຽວ 10 ກະທູ້. ຄົງບໍ່ຖືກລຶບແລ້ວລະ.

http://202.62.111.155/index.php?topic=813.0

ເພິ່ນກໍ່ມາໂພສໃນເວັບບອດເຮົາຄືນ ຮູບສາວໆທັງນັ້ນ
ກໍ່ຖືກລຶບກະທູ້ເປັນການຕອບແທນ ເພາະເພິ່ນໂພສຮູບສາວ ໂຊວ່າງຂາ ສ່ອງຜ່ານ ກກນ ເຫັນເຕົ່າຫລັງຂົນ