Twitter

Filed under: web master — Wrote by pnomsin on Saturday, March 15th, 2008 @ 11:21 pm

ຕອນທີ່ໃຊ້ງານ technorati ໃຫມ່ໆ ມັນມີ fuction ຊື່ວ່າ watch list ເຊິ່ງເຮັດຫນ້າທີ່ອັບເດດຂໍ້ມູນຈາກບລັອກຕ່າງ ທີ່ໃຊ້ keyword ທີ່ເຮົາບັນທຶກໄວ້ໃນ watch list. ຫມາຍຄວາມວ່າ ຖ້າໃຜຂຽນຄຳທີ່ເຮົາເຝົ້າຕິດຕາມຢູ່ ມັນຈະເອົາມາໄວ້ໃນ watch list ຂອງເຮົາ

keyword ທີ່ຂ້ອຍຕິດຕາມວ່າໃຜຂຽນເຖິງແດ່ ມີຄື : ລາວ ແລະ ໄຟຟ້າ ໃນພາສາຕ່າງໆ ໃນນັ້ນມີພາສາລັດເຊຍນຳ
ປາກົດວ່າ ຄຳວ່າລາວ ທີ່ຄົນລັດເຊຍຂຽນເຖິງ ສ່ວນຫລາຍໃຊ້ ບລັອກທີ່ມາຈາກເວັບ livejournal.com
ກໍ່ເລີຍໄປສະຫມັກ ເພື່ອທີ່ຈະສາມາດ comment blog ພວກນັ້ນໄດ້
ສະຫມັກແລ້ວກໍ່ລືມ ໄປກວດເບິ່ງ ເຫັນສະຫມັກແຕ່ວັນທີ Feb. 21st, 2007 ປີຫນຶ່ງແລ້ວ

ແຕ່ເມື່ອເຮົາມີ account ແລ້ວ ມັນອັບເດດລະບົບ ຫລື ມີແນວໃຫມ່ໆ ມັນກໍ່ສົ່ງເມລມາຫາ
ກໍ່ເລີຍ ຂຽນບລັອກນຳເຂົາເສຍເລີຍ, ແລ້ວກໍ່ໄປສະດຸດກັບຄຳວ່າ Twitter
ຄຳນີ້ເຄີຍເຫັນ ຫນ້າຈະເຄີຍເຫັນຈາກ mybloglog

ໄປຫາຄວາມຫມາຍມັນຈາກ wikipedia ເລີຍພໍເຂົ້າໃຈ
ຄິດວ່າໃນ hi5 ແລະ punlao ກໍ່ມີ

from PUNLAO in junk mail

Filed under: talking — Wrote by pnomsin on Thursday, March 13th, 2008 @ 6:14 pm
PUNLAO ເປັນເວັບ social network ແບບ hi5
ມີຂໍ້ແຕກຕ່າງຫລາຍອັນຢູ່

ມີຫນ້າຕາເປັນພາສາລາວ ສາມາດ ຂຽນເລົ່າເລື້ອງລາວ ສ້າງ album ຮູບໄວ້ອວດເພື່ອນໆ ແລະ ພົບກັບເພື່ອນຄົນລາວຫລວງຫລາຍ
ເພິ່ນເປີດລອງໃຊ້ໄປເມື່ອວັນທີ 1/3/08 ທີ່ຜ່ານມາ
ພາຍໃນ 3 ວັນ ມີສະມາຊິກໄປແລ້ວ 40 ຄົນ
ຂ້າພະເຈົ້າ ໄດ້ສະຫມັກແລ້ວ ເຊີນຊົມໄດ້
http://www.punlao.com/pnomsin/


http://forum.pnomsin.com/index.php?topic=968.0

ຫລັງຈາກທີ່ໃຊ້ໄປໄລຍະຫນຶ່ງ ກໍ່ບໍ່ເຫັນວ່າມີຈົດຫມາຍເຕືອນ ແບບວ່າ ມີຄົນສົ່ງຂໍ້ຄວາມມາ, ມີຄົນຢາກເປັນຫມູ່ກັບເຮົາ, ມີຄົນຂຽນຄຳເຫັນໃນ PROFILE ຫລື BLOG ຫລື PHOTO ຂອງເຮົາ

ມື້ນີ້ ໄດ້ກວດເມລ ເຫັນວ່າ ໃນ JUNK MAIL ມີຈົດຫມາຍ 20 ສະບັບ
ໄຂເບິ່ງ ອ້າວ ມາຈາກພັນລາວ ເກືອບຫມົດເລີຍ ຫຸຫຸ

By pnomsin

ຖືກຫາວ່າໄປໂພສວິດິໂອ ລົງhi5ຄົນອື່ນ

Filed under: talking — Wrote by pnomsin on Wednesday, November 7th, 2007 @ 4:12 pm

ມີນ້ອງສາວຄົນຫນຶ່ງ ສ້າງ ຫນ້່າ hi5 ຂຶ້ນມາແລ້ວ
ເວລາເຮົາໄປອ່ານເບິ່ງ ເຫັນມີວິດີໂອ
ໃນຄລິບເຫັນຜູ້ຊາຍຈູບປາກກັນ ສົງໄສວ່າແມ່ນເກ
ບອກໃຫ້ເຈົ້າຂອງເພິ່ນເອງເບິ່ງ ເພິ່ນຊ້ຳຫາວ່າເຮົາເປັນຄົນເອົາໃສ່
ໄລ່ໃຫ້ເຮົາເອົາອອກ ຄລິບອີ່ຫຍັງບຸ ຂີ້ດຽດ

ເຮົາພຽງແຕ່ສົ່ງອີເມລໄປເຊີນຮ່ວມວົງຄະນາຍາດ hi5 ເທົ່ານັ້ນ
ກະບໍ່ໄດ້ຕັ້ງສົ່ງດອກ hi5ມັນຈັດການໃຫ້ເອງ
ການສ້າງໂປຣໄຟລ ບໍ່ກ່ຽວກັບຜູ້ເຊີນເລີຍ
ຖ້ານ້ອງບໍ່ໄດ້ເອົາໃສ່ ແລ້ວມັນມາໄດ້ແນວໃດ

© ປະສົບການຂອງຂ້ອຍ | ບໍລິການຟຣີບລັອກຈາກ LaoBlogger.com