Spam ບຸກມາແລ້ວ ມັນມາທີ່ faifa.activeboard.com ແລ້ວ
ລະຫວ່າງເວັບບອດລະດັບຊາດ ຢ່າງອິນລາວ ແລະ ມະຫາສານ ມັນກາມີອັນຄືກັນແລະຕ່າງກັນ. ອັນຄືກັນ ແມ່ນເພິ່ນສົນທະນາກັນໃນບັນຫາລະດັບຊາດ ເຊັ່ນ ການເມືອງ ການປົກຄອງ ການສຶກສາ ການພັດທະນາ…
ອັນທີ່ແຕກຕ່າງກັນ ກໍ່ມີຢູ່ ເຊັ່ນ
ເວັບມະຫາສານ ຈະມີເນື້ອໃນດ້ານໄອທີຫລາຍກວ່າ
ມະຫາສານ ບໍ່ຈຳເປັນຕ້ອງເປັນສະມາຊິກ ກໍ່ສາມາດໂພສໄດ້
ຈາກການສົມທຽບດັ່ງກ່າວ ເຫັນວ່າ ການທີ່ຂາສັນຈອນ ສາມາດໂພສໄດ້ ມັນມີດີຫລາຍຢ່າງເຊັ່ນ
ດີສຳລັບຜູ້ທີ່ບໍ່ຕ້ອງການເປີດເຜີຍຕົວເອງ
ດີສຳລັບຜູ້ທີ່ບໍ່ຕ້ອງການກັບມາອີກເປັນຄັ້ງທີ2
ສາມາດຂ້າມຂັ້ນຕອນການສະຫມັກ ທີ່ມີຫລາຍຂັ້ນຕອນ ລວມເຖິງການໃຊ້ເວລາໃນການໄປຕົບແຕ່ງ profile ກວ່າຈະໄດ້ໂພສ
ເວັບບອດພະນົມສິນ ເປັນເວັບບອດສຳເລັດຮູບ smf ເຊິ່ງສາມາດ ບໍລິຫານໃຫ້ ຂາສັນຈອນໂພສໄດ້ເຊັ່ນກັນ
ແຕ່, ເປີດສິດໃຫ້ຂາສັນຈອນເທື່ອໃດ ພວກ spam ຫລັ່ງມາຢ່າງລົ້ນເຫລືອ ເກັບອອກນຳກໍ່ບໍ່ທັນ ຈົນຕ້ອງປິດສິດໃນການໂພສ.

ດັ່ງນັ້ນ ຈຶ່ງແນມຫາເວັບບອດອື່ນ ທີ່ບໍ່ແມ່ນ smf ເລີຍໄປເຫັນໃນເວັບ samakomlao ມັນເປັນແບບ free webboard ຂອງ activeboard.com, ຕອນລອງໃຊ້ມັນກະມີບັນຫາຢູ່ ໃນເລື້ອງພາສາລາວ ເລີຍຂໍຄຳປຶກສານຳ au8ust ເພິ່ນບອກວ່າ ຈະເຮັດ free webboard ອອກມາໃຫ້ໃຊ້. ແຕ່ samakomlao ກໍ່ຊ່ວຍແກ້ບັນຫາໃຫ້ໄດ້ ແລະ ລອງໃຊ້ມາໄລຍະຫນຶ່ງ
ມາມື້ນີ້, free webboard ຂອງ activeboard.com ເລີ້ມມີ spam ເຂົ້າມາແລ້ວ. ມັນມາແລ້ວ. ມັນມາທີ່ faifa.activeboard.com ແລ້ວ.
