ມື້ນີ້ ໄດ້ກວດອີເມລ ພົບວ່າ ມີມາກວ່າ 40 ສະບັບ, ບໍ່ເຄີຍໄດ້ຫລາຍປານນີ້ຈັກເທື່ອ ໃນມື້ດຽວ
ຫລັງຈາກກວດເບິ່ງແລ້ວ ແມ່ນມາຈາກ comment ໃນເວັບ laobeginner ທັງຫມົດ

ເນື້ອໃນ ການ comment ແມ່ນແບບດຽວກັນຫມົດ ບາງບົດຄວາມ ກໍ່ມີຫລາຍກວ່າ 1 ຄຳເຫັນ

ເລີຍຕ້ອງ ນຳໄປລຶບ ແຕ່ກໍ່ລຶບບໍ່ໄຫວ ດອກ ມັນມາຫລາຍໂພດ
ພາບຈາກ laoupload ທີ່ເວັບມາສເຕີຫລົງໄປລຶບຖານຂໍ້ມູນແລ້ວ ກະລຸນາສະຫມັກໃຫມ່ເດີ້
ນ້ອງຊາຍຄີງໆນີ້ຫລະ ມັນໂທມາຫາ ມັນຢາກມີອິນເຕີເນັດໃຊ້.
ມັນຊື້ຄອມພິວຕີມາແລ້ວ ແລະ ເຊື່ອມຕໍ່ກັບໂທລະສັບວິນໂຟນ.
ແຕ່ມັນບໍ່ພໍໃຈ ທີ່ໃຊ້ໄປບໍ່ພໍເທົ່າໃດ ກໍ່ຫມົດໄປ 50,000 ກີບ.
ມັນຢາກໃຊ້ ມືຖືເຄືອຂ່າຍ etl, ເບີກໍ່ຊື້ມາແລ້ວ.
ຂ້ອຍແນະນຳມັນ ໃຫ້ເປີດບໍລິການ GPRS ກັບສູນບໍລິການ.
ຕໍ່ມາໃຫ້ລອງເຂົ້າອິນເຕີເນັດ ໃນຫນ່ວຍມືຖື ວ່າເຂົ້າໄດ້ບໍ່.
ຖ້າບໍ່ມີບັນຫາຫຍັງ ຈຶ່ງເວົ້າເລື້ອງເຊື່ອມຕໍ່ໃສ່ຄອມພິວເຕີ.
ແລະ ທຸກຢ່າງກໍ່ໄປຕາມທີ່ຕ້ອງການ ມັນສາມາດເຂົ້າອິນເຕີເນັດໃນຫນ່ວຍໄດ້.
ເມື່ອໄປທີ່ເຮືອນມັນ ກໍ່ລອງເຊື່ອມຕໍ່ໂທລະສັບ ກັບຄອມ ປະກົດວ່າບໍ່ເຫັນກັນ.
ມັນຕິດຕັ້ງ nokia pcsuite ຈາກແຜ່ນຊີດີ ທີ່ມາກັບມືຖື.
ບໍ່ແມ່ນເລື້ອງແປກ ຊີດີມາກັບມັນ ເຄີຍປະຕິເສດຫນ່ວຍມືຖື.
ທາງທີ່ເຄີຍແກ້ ແມ່ນເອົາ nokia pcsuite ລຸ້ນຫລ້າສຸດ ຈາກເວັບໄຊ, ມັນຖືກກັບໂທລະສັບທຸກລຸ້ນ.
ລອງຕິດຕັ້ງ nokia pcsuite ທີ່ກຽມໄປ ກໍ່ສາມາດ connect ໂທລະສັບກັບຄອມໄດ້.
ຕັ້ງຄ່າສຳລັບເຂົ້າອິນເຕີເນັດຂອງetl “etlnet” ແລ້ວກໍ່ connect. FAILED.
ບໍ່ວ່າຈະພະຍາຍາມຊ່ຳໃດ ກໍ່ບໍ່ສຳເລັດ.
ລອງຕັ້ງຄ່າຕາມທາງ etl ແນະນຳ ມັນຟ້ອງ error 678.
ຕ້ອງໄດ້ໂທຖາມສູນບໍລິການ ເພິ່ນວ່າ ມັນເປັນນຳ modem.
ຍອມເລີຍ. ຍັງບໍ່ທັນເຊື່ອມຕໍ່ໄດ້ປານນີ້. ເລື້ອງແນວນີ້ ເຄີຍໃຊ້ເວລາ 5-10 ນາທີເທົ່ານັ້ນ