ມື້ນີ້ ນັ່ງແກ້ Theme ໂດຍເລືອກໄປເທື່ອລະອັນ
ທີ່ຈິງກໍ່ວ່າ ຈະເຮັດລາຍງານໄວ້ ວ່າໃຊ້ໄປແຕ່ລະຕົວ ມີຕຳຫນິຫຍັງແດ່
ແຕ່ໂດຍລວມ ແລ້ວ ພວກມັນ ເຮັດໃຫ້ side bar widget ຕົກໄປຢູ່ລຸ່ມ ແທນການປະກົດຕົວຢູ່ ທາງຂ້າງ
Theme ບາງອັນ ບໍ່ຕົກລົງລຸ່ມ ແຕ່ບໍ່ມີ navigation bar
ແລະອື່ນໆ
ຕັ້ງແຕ່ເຊົ້າ ພະຍາຍາມລັອກອິນເຂົ້າມາ ແຕ່ບໍ່ສຳເລັດ ລອງແລ້ວລອງອີກ ປະມານ2-3ເທື່ອໃນໂອເປຣາ
ຕໍ່ມາລອງເຂົ້າຜ່ານ internet explorer ກໍ່ບໍ່ສຳເລັດ
ຂັ້ນຕອນການລັອກອິນ ກໍ່ມີອັນຕ່າງຢູ່ ນອກຈາກຕ້ອງໃສ່ຊື່ແລະລະຫັດຜ່ານແລ້ວ ຍັງຕ້ອງຂຽນເລກສີ່ໂຕ ທີ່ວາງໄວ້ຫລອກໆອີກ
ບາດສິລັອກອິນໄດ້ ແມ່ນຍ້ອນວ່າມີຄອມເມນທ ລໍໃຫ້ອາປຣູບ ເບິ່ງຈາກ junc mail ເລີຍເຂົ້າມາຈາກລິ້ງໃນອີເມລ
ຈຶ່ງສຳເລັດ ແລະໄດ້ມາຂຽນປະສົບການໃນນີ້ແລ