joomla 1.5.8 ພາສາລາວ ອອກມາແລ້ວ

Posted on November 26th, 2008 in web master | 1 Comment »

joomla
ທີມງານຈູມລາ ລາວລາວ ໄດ້ລີລີດໄຟລືພາສາສຳຫຼັບໃຊ້ງານເທິງຈຸມລາວ 1.5.8 ແລ້ວໃນເພັກເກັດຂອງໄຟລພາສາ
ໄດ້ຖຶກແບ່ງອອກເປັນ 2 ຮູບແບບດັ່ງນີ້

1. lo-LA_Joomla_1.5.8_admin.zip ເປັນໄຟລພາສາ ທີ່ໃຊ້ສຳຫຼັບນຳໄປສະແດງການໃຊ້ງານສະ
ເພາະດ້ານຜູ້ເບິ່ງແຍ່າງລະບົບເທົ່ານັ້ນ

2. lo-LA_Joomla_1.5.8_site_admin.zip ເປັນໄຟລພາສາທີ່ໃຊ້ສະແດງພາສາລາວ ທັ້ງໃນດ້ານຜູ້
ເບິ່ງແຍ່ງແລະ ດ້ານຫນ້າເວັບ ໂດຍດ້ານຫນ້າເວັບຈະສະແດງ ວັນ ເດືອນ ປີແບບປົກກະຕິ

ທີ່ມາ: http://www.joomlalaolao.com/

ເວັບໂຄງການບໍ່ແກ້ວ ຖືກ hacked 2

Posted on October 2nd, 2008 in talking | 2 Comments »

ຫລັງຈາກຖືກແຮັກໄປແລ້້ວ ກໍ່ບໍ່ທັນມີເວລາໄປປັບປຸງຫຍັງເທື່ອ ປ່ອຍໄວ້ຊື່ໆ.
ບາດກັບໄປອີກ ພັດເຫັນແນວໃຫມ່ອີກ, ເທື່ອນີ້ ມັນຖິ້ມອີເມລ ໄວ້ພ້ອມ ແຕ່ບໍ່ຮູ້ວ່າແມ່ນຄົນດຽວກັນຫລືບໍ່

ຫລາຍຄົນວ່າ ເປັນນຳເຮົາໃຊ້ ່Joomla version ເກົ່າທີ່ມີຊ່ອງວ່າງໃຫ້ເຂົາໂຈມຕີ
ທາງ laoopensource ກໍ່ອອກມາເຕືອນແລ້ວ ວ່າ ພົບBUG ໃນ Joomla 1.5.x ໃຜທີ່ໃຊ້ Joomla update 1.5.6 ດ່ວນ

LaoZaa ປ່ຽນໄປໃຊ້ joomla

Posted on January 7th, 2008 in web master | 7 Comments »

Laozaaຫາຍຫນ້າຫາຍຕາໄປ ບໍ່ໄດ້ອັບເດດບລັອກ ແຕ່ປີກາຍ. ຈົນປີໃຫມ່ກາຍມາເປັນອາທິດ ຈຶ່ງສາມາດຂຽນບລັອກ ໄດ້. ເວັບມັນຂັດຂ້ອງ ແຕ່ຈັກມັນໃຊ້ໄດ້ຍາມໃດ ກໍ່ບໍ່ຮູ້ ບໍ່ມີໃຜບອກ, ເຫັນວ່າມັນໃຊ້ໄດ້ກໍ່ເລີຍ ຍາດໂອກາດຂຽນເລີຍ, ອົດມາດົນແລ້ວ.

ທ່ານ os555 ຫນຶ່ງໃນທິມງານ LaoZaa’s web master ແລະ ຫນຶ່ງໃນທິມງານ laoopensource ໃນເມື່ອກ່ອນ ສ້າງຫນ້າເວັບດ້ວຍ php ດຽວນີ້ ຫັນມາໃຊ້ Joomla. ເຮົາເອງກໍ່ເລັງໄວ້ຢູ່ ວ່າຈະນຳເອົາມາໃຊ້ໃຫ້ກັບເວັບບໍລິສັດ ແລະ ກຳລັງຮຽນເຮັດຢູ່.

ຫນ້າຕາທີ່ປ່ຽນໄປ ຍັງປ່ຽນຫລາຍຢ່າງ ຕອນນີ້ເພິ່ນມີບົດຄວາມຢູ່ຫນ້າຫນຶ່ງ ຄ້າຍໆ pnomsin.com ຫລາຍຢ່າງຫາຍໄປ ເຊັ່ນ ຂໍ້ມູນຈາກເວັບບອດ ກະທູ້ຫລ້າສຸດ (ນັບທັງລິ້ງຫາເວັບ pnomsin.com) ແຕ່ຄົງກັບມາຄົບຕາມເດີມ ໃນໄວໆນີ້

My Joomla website

Posted on November 21st, 2007 in web master | 1 Comment »

ຫລັງຈາກລອງດາວໂຫລດ joomla ມາຕິດຕັ້ງເອງ ບໍ່ສຳເລັດ
ກໍ່ນັ່ງຄອຍນອນຄອຍທ່ານ os555 ເພິ່ນກະລຸນາຕິດຕັ້ງໃຫ້
ແລ້ວ pnomsin.icspace.netມັນກໍ່ອອກມາສູ່ສາຍຕາ ທຸກທ່ານ
ມີການເອົາໄປອວດທີ່ laoopensource forum ອີກ

ຜ່ານການລອງຫລິ້ນໄປໄດ້ສອງສາມມື້ ເຫັນວ່າ
ມີບາງອັນຍາກ ບາງອັນກໍ່ງ່າຍ ບາງອັນຄືກັບ wordpress ໂດຍສະເພາະ ການ insert image.
ແຕ່ joomla ຈະມີຄຳສັ່ງຕ່າງໆຫລາຍກວ່າ. ເບິ່ງແລ້ວກໍ່ສົມລາຄາຄຸຍຂອງທ່ານຕູ່ຢູ່.

ເຖິງແນວໃດກໍ່ຕາມ ກໍ່ບໍ່ຄິດຍາກດອກ ເພາະທາງທີມງານ laoopensource ຄົງຊ່ວຍໄດ້
ຊົມເຊີຍຜົນງານຂອງທິມງານ ນຳໂດຍທ່ານ ວຽງສາຄອນ ພັນທະນູສີ ແລະ ຂອບໃຈທ່ານໂອສ ທີ່ຊ່ວຍຕິດຕັ້ງໃຫ້