Spam ບຸກມາແລ້ວ ມັນມາທີ່ faifa.activeboard.com ແລ້ວ

Posted on July 6th, 2008 in web master | 5 Comments »

ລະຫວ່າງເວັບບອດລະດັບຊາດ ຢ່າງອິນລາວ ແລະ ມະຫາສານ ມັນກາມີອັນຄືກັນແລະຕ່າງກັນ. ອັນຄືກັນ ແມ່ນເພິ່ນສົນທະນາກັນໃນບັນຫາລະດັບຊາດ ເຊັ່ນ ການເມືອງ ການປົກຄອງ ການສຶກສາ ການພັດທະນາ…
ອັນທີ່ແຕກຕ່າງກັນ ກໍ່ມີຢູ່ ເຊັ່ນ
ເວັບມະຫາສານ ຈະມີເນື້ອໃນດ້ານໄອທີຫລາຍກວ່າ
ມະຫາສານ ບໍ່ຈຳເປັນຕ້ອງເປັນສະມາຊິກ ກໍ່ສາມາດໂພສໄດ້

ຈາກການສົມທຽບດັ່ງກ່າວ ເຫັນວ່າ ການທີ່ຂາສັນຈອນ ສາມາດໂພສໄດ້ ມັນມີດີຫລາຍຢ່າງເຊັ່ນ
ດີສຳລັບຜູ້ທີ່ບໍ່ຕ້ອງການເປີດເຜີຍຕົວເອງ
ດີສຳລັບຜູ້ທີ່ບໍ່ຕ້ອງການກັບມາອີກເປັນຄັ້ງທີ2
ສາມາດຂ້າມຂັ້ນຕອນການສະຫມັກ ທີ່ມີຫລາຍຂັ້ນຕອນ ລວມເຖິງການໃຊ້ເວລາໃນການໄປຕົບແຕ່ງ profile ກວ່າຈະໄດ້ໂພສ

ເວັບບອດພະນົມສິນ ເປັນເວັບບອດສຳເລັດຮູບ smf ເຊິ່ງສາມາດ ບໍລິຫານໃຫ້ ຂາສັນຈອນໂພສໄດ້ເຊັ່ນກັນ
ແຕ່, ເປີດສິດໃຫ້ຂາສັນຈອນເທື່ອໃດ ພວກ spam ຫລັ່ງມາຢ່າງລົ້ນເຫລືອ ເກັບອອກນຳກໍ່ບໍ່ທັນ ຈົນຕ້ອງປິດສິດໃນການໂພສ.
spam

ດັ່ງນັ້ນ ຈຶ່ງແນມຫາເວັບບອດອື່ນ ທີ່ບໍ່ແມ່ນ smf ເລີຍໄປເຫັນໃນເວັບ samakomlao ມັນເປັນແບບ free webboard ຂອງ activeboard.com, ຕອນລອງໃຊ້ມັນກະມີບັນຫາຢູ່ ໃນເລື້ອງພາສາລາວ ເລີຍຂໍຄຳປຶກສານຳ au8ust ເພິ່ນບອກວ່າ ຈະເຮັດ free webboard ອອກມາໃຫ້ໃຊ້. ແຕ່ samakomlao ກໍ່ຊ່ວຍແກ້ບັນຫາໃຫ້ໄດ້ ແລະ ລອງໃຊ້ມາໄລຍະຫນຶ່ງ

ມາມື້ນີ້, free webboard ຂອງ activeboard.com ເລີ້ມມີ spam ເຂົ້າມາແລ້ວ. ມັນມາແລ້ວ. ມັນມາທີ່ faifa.activeboard.com ແລ້ວ.

login ຍາກແທ້ໆ

Posted on October 26th, 2007 in laoblogger | 3 Comments »

ຕັ້ງແຕ່ເຊົ້າ ພະຍາຍາມລັອກອິນເຂົ້າມາ ແຕ່ບໍ່ສຳເລັດ ລອງແລ້ວລອງອີກ ປະມານ2-3ເທື່ອໃນໂອເປຣາ
ຕໍ່ມາລອງເຂົ້າຜ່ານ internet explorer ກໍ່ບໍ່ສຳເລັດ
ຂັ້ນຕອນການລັອກອິນ ກໍ່ມີອັນຕ່າງຢູ່ ນອກຈາກຕ້ອງໃສ່ຊື່ແລະລະຫັດຜ່ານແລ້ວ ຍັງຕ້ອງຂຽນເລກສີ່ໂຕ ທີ່ວາງໄວ້ຫລອກໆອີກ

ບາດສິລັອກອິນໄດ້ ແມ່ນຍ້ອນວ່າມີຄອມເມນທ ລໍໃຫ້ອາປຣູບ ເບິ່ງຈາກ junc mail ເລີຍເຂົ້າມາຈາກລິ້ງໃນອີເມລ
ຈຶ່ງສຳເລັດ ແລະໄດ້ມາຂຽນປະສົບການໃນນີ້ແລ