ກັບມາຂຽນ ປະສົບການອີກຄັ້ງ

Posted on April 3rd, 2009 in talking | 2 Comments »

ຂຽນໄປກ່ອນ ແລ້ວຈະຕັ້ງຊື່ໂພສນຳຫລັງ. ບໍ່ໄດ້ມາຂຽນດົນສົມຄວນ ຈັກມັນເປັນນຳຫຍັງ, ສົງໄສມີເຈດຕະນາວາງມື ຈາກວົງການເວັບ ຫລືບໍ່ ກໍ່ບໍ່ຮູ້. ຄຶດວ່າມາຂຽນແດ່ກາດີ ເປັນການບັນທຶກປະສົບການ ໄວ້ອ່ານເອງກໍ່ໄດ້ ຖ້າບໍ່ມີຄົນອ່ານ ປະສົບການມັນແມ່ນຂອງເຮົາເອງຢູ່ແລ້ວ.

ມື້ນີ້ກໍ່ຄືທຸກມື້ ເວລາເຂົ້າເວັບ pnomsin.com ກໍ່ມັກໄປກວດເບິ່ງ ວ່າມີເວັບໃດ ທີ່ພາຄົນມາເວັບເຮົາແດ່. ມື້ນີ້ ກໍ່ຄືທຸກໆມື້ ເວັບທີ່ພາຄົນເຂົ້າມາ pnomsin.com ຫລາຍກວ່າຫມູ່ ກໍ່ຍັງແມ່ນ Google, ວ່າແລ້ວກໍ່ເຂົ້າໄປເບິ່ງອີກ ວ່າ Google ພາຄົນມາເວັບ ດ້ວຍ keyword ໃດ
ປະກົດວ່າ ເຂົາ search ຄຳວ່າ laoseagames2009 ແລະ pnomsin.com ຢືນຢູ່ອັນດັບ1 ແລະ 2 ໃນ 5 ລາຍການທີ່ຄົ້ນເຫັນ ອັນດັບທີ 5 ກໍ່ຍັງແມ່ນ pnomsin on technorati ອັນດັນ 4 ແມ່ນເວັບມະຫາສານ ສ່ວນອັນດັບ 3 ຫນ້າສົນໃຈ ເປັນເວັບຂອງ CIT’s Website ຫນ້າສົນໃຈເພາະວ່າ ບໍ່ເຄີຍເຫັນ ກໍ່ເລີຍເຂົ້າເບິ່ງໂດຍລະອຽດ ເປັນເວັບສຳລັບສອນຄອມ

ສະຫງວນລິຂະສິດ (2008 -2009) ໂດຍ ຈັນທະວິໄລ ບຸນທະລາ – ສູນ CIT
ສູນບຳລຸງວິຊາກ່ຽວກັບ Computer – ຮັບສ້ອມແປງ – ຕິດຕັ້ງໂປຣແກຣມ – ຮັບອອກແບບ Website –
ຮັບສ້າງຫ້ອງເຄືອຂ່າຍ (LAN,WAN,INTERNET)……
ໂທ (+856) 20 2542161

ບັນທຶກປະສົບການຊ່ຳນີ້ກ່ອນ ໃນມື້ນີ້

Spam ບຸກມາແລ້ວ ມັນມາທີ່ faifa.activeboard.com ແລ້ວ

Posted on July 6th, 2008 in web master | 5 Comments »

ລະຫວ່າງເວັບບອດລະດັບຊາດ ຢ່າງອິນລາວ ແລະ ມະຫາສານ ມັນກາມີອັນຄືກັນແລະຕ່າງກັນ. ອັນຄືກັນ ແມ່ນເພິ່ນສົນທະນາກັນໃນບັນຫາລະດັບຊາດ ເຊັ່ນ ການເມືອງ ການປົກຄອງ ການສຶກສາ ການພັດທະນາ…
ອັນທີ່ແຕກຕ່າງກັນ ກໍ່ມີຢູ່ ເຊັ່ນ
ເວັບມະຫາສານ ຈະມີເນື້ອໃນດ້ານໄອທີຫລາຍກວ່າ
ມະຫາສານ ບໍ່ຈຳເປັນຕ້ອງເປັນສະມາຊິກ ກໍ່ສາມາດໂພສໄດ້

ຈາກການສົມທຽບດັ່ງກ່າວ ເຫັນວ່າ ການທີ່ຂາສັນຈອນ ສາມາດໂພສໄດ້ ມັນມີດີຫລາຍຢ່າງເຊັ່ນ
ດີສຳລັບຜູ້ທີ່ບໍ່ຕ້ອງການເປີດເຜີຍຕົວເອງ
ດີສຳລັບຜູ້ທີ່ບໍ່ຕ້ອງການກັບມາອີກເປັນຄັ້ງທີ2
ສາມາດຂ້າມຂັ້ນຕອນການສະຫມັກ ທີ່ມີຫລາຍຂັ້ນຕອນ ລວມເຖິງການໃຊ້ເວລາໃນການໄປຕົບແຕ່ງ profile ກວ່າຈະໄດ້ໂພສ

ເວັບບອດພະນົມສິນ ເປັນເວັບບອດສຳເລັດຮູບ smf ເຊິ່ງສາມາດ ບໍລິຫານໃຫ້ ຂາສັນຈອນໂພສໄດ້ເຊັ່ນກັນ
ແຕ່, ເປີດສິດໃຫ້ຂາສັນຈອນເທື່ອໃດ ພວກ spam ຫລັ່ງມາຢ່າງລົ້ນເຫລືອ ເກັບອອກນຳກໍ່ບໍ່ທັນ ຈົນຕ້ອງປິດສິດໃນການໂພສ.
spam

ດັ່ງນັ້ນ ຈຶ່ງແນມຫາເວັບບອດອື່ນ ທີ່ບໍ່ແມ່ນ smf ເລີຍໄປເຫັນໃນເວັບ samakomlao ມັນເປັນແບບ free webboard ຂອງ activeboard.com, ຕອນລອງໃຊ້ມັນກະມີບັນຫາຢູ່ ໃນເລື້ອງພາສາລາວ ເລີຍຂໍຄຳປຶກສານຳ au8ust ເພິ່ນບອກວ່າ ຈະເຮັດ free webboard ອອກມາໃຫ້ໃຊ້. ແຕ່ samakomlao ກໍ່ຊ່ວຍແກ້ບັນຫາໃຫ້ໄດ້ ແລະ ລອງໃຊ້ມາໄລຍະຫນຶ່ງ

ມາມື້ນີ້, free webboard ຂອງ activeboard.com ເລີ້ມມີ spam ເຂົ້າມາແລ້ວ. ມັນມາແລ້ວ. ມັນມາທີ່ faifa.activeboard.com ແລ້ວ.

ພະນົມສິນຕົວປອມ

Posted on November 11th, 2007 in talking | 5 Comments »

ທາງບໍລິສັດກຳລັງມີແຜນສ້າງເວັບໄຊ
ຂ້ອຍຮັບຫນ້າທີ່ຫາຂໍ້ມູນທຸກຢ່າງທີ່ຈຳເປັນ: ໂດເມນ, ດີຊາຍ, ໂຮສ..
ເລີຍໄປໂພສທີ່ມະຫາສານ ເປັນການຫາຂໍ້ມູນອີກທາງຫນຶ່ງ
ການຈົດທະບຽນໂດເມນ, ການບໍລິການໂຮສ, ຄ່າອອກແບບເວັບ ໃນລາວ

ສະບາຍດີທຸກທ່ານ ຂ້າພະເຈົ້າມີຄວາມສົນໃຈ ຢາກຮູ້ວ່າໃນສປປລາວ ມີບໍລິສັດໃດແດ່ ທີ່ໃຫ້ການບໍລິການ ຈົດໂດເມນ, ຝາກເວັບໄຊ(web hosting) ແລະ ອອກແບບຫນ້າເວັບໄຊ
ພວກເພິ່ນຄິດໄລ່ຄ່າບໍລິການແນວໃດ
ຂໍຂອບໃຈ

ແທນທີ່ຈະໄດ້ລາຍຊືບໍລິສັດດັ່ງຕັ້ງໃຈເອົາໄວ້ ກາຍເປັນວ່າ ມີພະນົມສິນອີກຄົນຫນຶ່ງເປັນຜູ້ຕອບ
ມັນແມ່ນຫຍັງກັນ ພະນົມສິນຖາມເອງ ພະນົມສິນຕອບເອງ ປານຫລິ້ນຕະຫລົກ
ສຸດທ້າຍບໍ່ໄດ້ຄຳຕອບຫຍັງ ຍ້ອນພະນົມສິນຕົວປອມ