ຕອນທີ່ໃຊ້ງານ technorati ໃຫມ່ໆ ມັນມີ fuction ຊື່ວ່າ watch list ເຊິ່ງເຮັດຫນ້າທີ່ອັບເດດຂໍ້ມູນຈາກບລັອກຕ່າງ ທີ່ໃຊ້ keyword ທີ່ເຮົາບັນທຶກໄວ້ໃນ watch list. ຫມາຍຄວາມວ່າ ຖ້າໃຜຂຽນຄຳທີ່ເຮົາເຝົ້າຕິດຕາມຢູ່ ມັນຈະເອົາມາໄວ້ໃນ watch list ຂອງເຮົາ
keyword ທີ່ຂ້ອຍຕິດຕາມວ່າໃຜຂຽນເຖິງແດ່ ມີຄື : ລາວ ແລະ ໄຟຟ້າ ໃນພາສາຕ່າງໆ ໃນນັ້ນມີພາສາລັດເຊຍນຳ
ປາກົດວ່າ ຄຳວ່າລາວ ທີ່ຄົນລັດເຊຍຂຽນເຖິງ ສ່ວນຫລາຍໃຊ້ ບລັອກທີ່ມາຈາກເວັບ livejournal.com
ກໍ່ເລີຍໄປສະຫມັກ ເພື່ອທີ່ຈະສາມາດ comment blog ພວກນັ້ນໄດ້
ສະຫມັກແລ້ວກໍ່ລືມ ໄປກວດເບິ່ງ ເຫັນສະຫມັກແຕ່ວັນທີ Feb. 21st, 2007 ປີຫນຶ່ງແລ້ວ
ແຕ່ເມື່ອເຮົາມີ account ແລ້ວ ມັນອັບເດດລະບົບ ຫລື ມີແນວໃຫມ່ໆ ມັນກໍ່ສົ່ງເມລມາຫາ
ກໍ່ເລີຍ ຂຽນບລັອກນຳເຂົາເສຍເລີຍ, ແລ້ວກໍ່ໄປສະດຸດກັບຄຳວ່າ Twitter
ຄຳນີ້ເຄີຍເຫັນ ຫນ້າຈະເຄີຍເຫັນຈາກ mybloglog
ໄປຫາຄວາມຫມາຍມັນຈາກ wikipedia ເລີຍພໍເຂົ້າໃຈ
ຄິດວ່າໃນ hi5 ແລະ punlao ກໍ່ມີ
ມື້ນີ້ ກໍ່ປ່ຽນ theme ອີກຕາມເຄີຍ ມັນຄົງຕ້ອງປ່ຽນໄປອີກ ຈົນຮອດຈຸດລົງຕົວພຸ້ນລະ
ຕັ້ງໃຈ ຈະປັບແຕ່ງ pnomsin.laoblogger.com ໂດຍໃສ່ພວກ widget ເຂົ້າໄປຕື່ມ
ວ່າຈະໃສ່ rss feed, code ຕ່າງໆ ເຊັ່ນ mybloglog ເພື່ອໄວ້ໃຫ້ບັນດາທ່ານທີ່ເຂົ້າມາ ໄດ້ປະຫນ້າຕາຫລໍ່ໆ ໄວ້ໃຫ້ເຈົ້າຂອງເວັບໄດ້ເບິ່ງ
ແຕ່ມັນກະບໍ່ງ່າຍປານໃດ ທີ່ຈະເອົາ ໂຄດມາ
ເລີ້ມທີ່ http://www.mybloglog.com/buzz/members/pnomsin/
ແນມຫາບ່ອນທີ່ຈະເອົາໂຄດ ແນມແນວໃດກໍ່ບໍ່ເຫັນ
ຫາວິທີໃຫມ່ດີກວ່າ ເອົາຈາກບລັອກຂອງເຮົາ https://www.blogger.com/start ເພື່ອທີ່ຈະ sign in ເຂົ້າໄປເອົາໂຄດ
ອະນິຈາ, ຄວາມໄວຂອງເນັດເຮົາ ຫລື ຫຍັງກໍ່ບໍ່ຮູ້ ບໍ່ສາມາດ sign in ໄດ້
ເລີ້ມທີ່ opera ມາລອງ firefox ຈົນຮອດ internet explorer
ອັນສຸດທ້າຍ sign in ໄດ້. ໂອໄຄແດ່
ກ່ອນຫນ້ານີ້ mybloglog ຖືກ yahoo ຊື້ໄປ
ການ sign in ຕ້ອງ sign in ຜ່ານ yahoo ID
ກໍ່ເປັນບັນຫາ ພໍສົມຄວນ ແຕ່ກໍ່ຜ່ານໄປໄດ້ແລ້ວ
ໄດ້ໂຄດມາແລ້ວ ຈາກ pnomsin.blogspot.com
ໄປໃສ່ ທີ່ text1 ໃສ່ໄວ້ທີ່ side bar widget2, save
ວິວເບິ່ງ - ບໍ່ມີ
ໃສ່ເຂົ້າໄປອີກ, ກວດຄືນ - ຍັງເຫັນ, save, ກວດອີກ ຫາຍໄປແລ້ວ - ອ້າວ.
ໃສ່ເຂົ້າໄປອີກ ຫາຍອີກ. ຮວ້າຍ, ເຄີຍເອົາໃສ່ຢູ່ຫນາ ບໍ່ແມ່ນບໍ່ມີປະສົບການ
ແຕ່ງເວັບ pnomsin.com ຍັງເຮັດເອົາເອງໄດ້ ແຕ່ບໍ່ເຄີຍເອົາໂຄດນີ້ເຂົ້າ
ລອງໄປເອົາເຂົ້າ ຢູ່ pnomsin.com ກໍ່ເຂົ້າໄດ້ ໂຄດບໍ່ຫາຍ
ແຕ່ຫນ້າຕາຄົນ ແມ່ນອັນດຽວກັບໃນບລັອກ pnomsin.blogspot.com