ເລີ້ມຮູ້ຈັກອິນເຕີເນັດທຳອິດ

Filed under: talking — Wrote by pnomsin on Monday, October 29th, 2007 @ 1:39 pm

ມາທົບທວນຄືນກ່ອນ ຫວນຄືນຫາຕອນທີ່ໄດ້ສຳຜັດກັບອິນເຕີເນັດ
ມັນກໍ່ບໍ່ໄດ້ດົນຫຍັງດອກ ປະມານສອງປີກ່ອນ
ແຕ່ຊື່ສຽງຂອງອິນເຕີເນັດ, ເວັບໄຊ, ອີເມລ ແມ່ນໄດ້ຍິນມາດົນແລ້ວ ທາງທີວີໄທ
ຮູ້ສຶກວ່າເມືອງໄທ ໃຊ້ກັນມາໄດ້ 10 ປີແລ້ວ
ຫລັງຈາກນັ້ນ ປະມານປີ 2004 ຫົວຫນ້າໄດ້ເອົາອິນເຕີເນັດເຂົ້າມາ ເພິ່ນໃຊ້ຄົນດຽວໃນຫ້ອງການເພິ່ນ ເປັນແບບ dial-up ເວລາຈະໃຊ້ ຈຶ່ງກົດເຊື່ອມຕໍ່ ໃຊ້ແລ້ວກໍ່ didconnect ອອກ
ເຄີຍຄິດຢາກໄປລັກໃຊ້ ເວລາເພິ່ນບໍ່ຢູ່ ແຕ່ບໍ່ຮູ້ລະຫັດ
ດົນໆ ເຫັນເພິ່ນສັ່ງພິມອອກມາ ຫາເຄື່ອງພິມພວກເຮົາ
ກໍ່ເຫັນວ່າ ຫລາຍອັນມີສາລະ
ເຮົາໄປາມເພິ່ນວ່າ ຢາກຮຽນໃຊ້ອິນເຕີເນັດ ຍາກບໍ່
ເພິ່ນບອກວ່າ ໃຊ້ໂລດແຫລ້ວ ບໍ່ຕ້ອງຮຽນ
ຕໍ່ມາໄດ້ມີໂອກາດພົບກັບຄົນໄທ ທີ່ເປັນພະນັກງານ ກຟຜ ມາຝຶກອົບຮົມຫລັກສູດ multimedia ໃຫ້ ຟຟລ
ເລີຍຖາມເຂົາ
ເຂົາແນະນຳວ່າ ເຂົ້າໄປເວັບໃດກໍ່ໄດ້ ຕົວຢ່າງ sanook.com ຈາກນັ້ນມັນຈະມີລິ້ງໄປຫາເວັບອື່ນໆ ກົດໄປໄດ້ເລື້ອຍໆ

ຫົວຫນ້າຜູ້ມາໃຫມ່ ເປັນຄົນໄຮເທກສົມຄວນ ຫລັງຈາກເພິ່ນມາປະຈຳການ
ປະມານປີ 2005 ຢູ່ຫ້ອງການ ເລີ້ມມີອິນເຕີເນັດ ຜ່ານລະບົບແລນໃຫ້ທຸກຄົນໄດ້ໃຊ້
ແລະໃນປີດຽວກັນ ບໍລິສັດກໍ່ເຮັດເວັບໄຊ ເກັບໄວ້ໃນເຊີບເວີຂອງຕົວເອງ www.edl.gov.la
ພວກເຮົາເລີ້ມຮູ້ຈັກອີເມລ ຮູ້ຈັກດາວໂຫລດໂປແກມຈາກອິນເຕີເນັດ
ຮູ້ໃຊ້messenger …

ເວັບໄຊລາວທີ່ຮູ້ຈັກ ໃນຕອນນັ້ນ ກໍ່ມີ ອິນລາວ ຈາກນັ້ນ ກໍ່ເກີດມະຫາສານ ນ້ຳເຕົາຮູ້ (ຂອງທ່ານນິນ) os55.tollfreepage.com (ຂອງທ່ານໂອສ)
ບໍ່ດົນປານໃດເຮົາກໍ່ເຮັດຂອງເຮົາເອງອອກມາ

© ປະສົບການຂອງຂ້ອຍ | ບໍລິການຟຣີບລັອກຈາກ LaoBlogger.com