Wordpess 2.6 ໄດ້ຖືກຕິດຕັ້ງໃຫ້ກັບເວັບໄຊ pnomsin.com ແທນທີ່ software ເກົ່າທີ່ໃຊ້ wordpress 2.3 ເມື່ອກີ້ນີ້ເອງ ຫລັງຈາກອັບໂຫລດ ເກືອບ2ຊົ່ວໂມງ.
ເປັນຫຍັງຈຶ່ງຕ້ອງຕິດຕັ້ງອັນໃຫມ່ ກໍ່ຄົງເປັນເພາະວ່າມັນມີ ມາໃຫມ່ ແຕ່ທີ່ຈິງອັນເກົ່າກໍ່ຍັງໃຊ້ດີ ບໍ່ມີບັນຫາຫຍັງ. ເຫດຜົນທີ່ແທ້ຈິງ ແມ່ນອັນອື່ນ.
ເນື່ອງຈາກ pnomsin.com ມີອາຍຸຄົບ 1ປີ ໄປແລ້ວ ຢ່າງງຽບໆ ເຈົ້າຂອງເວັບຢາກປ່ຽນແປງບາງຢ່າງ ໂດຍສະເພາະຫນ້າຕາເວັບໄຊ. ຈຶ່ງໄດ້ມີການລອງ theme ແບບຕ່າງໆ ໂດຍສະເພາະ ແມ່ນ search ເອົາ free wordpress 2.5 theme
ຈາກການລອງໄປເທື່ອລະ theme ກໍ່ເຫັນວ່າມີບັນຫາ ແລະ ກໍ່ສັງເກດວ່າ ຍັງໃຊ້ wordpress 2.3 ຢູ່ ແລ້ວມັນຈະໄປເຂົ້າກັນກັບ wordpress 2.5 theme ໄດ້ແນວໃດ ແລະ Au8ust ກໍ່ເລີຍ ແນະນຳໃຫ້ປ່ຽນໄປໃຊ້ອັນໃຫມ່
ກະລຸນາຕິດຕາມ pnomsin.com ປີ2 ວ່າຈະມີຫຍັງມາຮັບໃຊ້ສັງຄົມຕໍ່ໄປ ຈະເຮັດໄດ້ດີກວ່າທີ່ຜ່ານມາຫລືບໍ່
ຫົວຫນ້າທ່ານຫນຶ່ງໃນຟຟລ
ບອກວ່າໄດ້ອ່ານເວັບ pnomsin.com
ອ່ານແລ້ວມີສາລະດີ ຕິແຕ່ຕົວຫນັງສືມັນນ້ອຍ
ຂ້ອຍໄປເບິ່ງນຳເພິ່ນ
ມັນກໍ່ນ້ອຍອີຫລີ
ລອງປັບຂະຫນາດຕົວອັກສອນເປັນໃຫຍ່ສຸດ view>text size> largest
ແຕ່ກໍ່ຍັງນ້ອຍຢູ່
ເພິ່ນໃຊ້ internet explorer 7 ຫນ້າຈໍ ປັບໃສ່ອັນໃຫຍ່ສຸດ
ເຮົາເອງກໍ່ເຄີຍໄປເປີດເວັບ pnomsin.com ຢູ່ຫລາຍບ່ອນ
ສ່ວນຫລາຍເພິ່ນໃຊ້ internet explorer ແລະ ກໍເຫັນວ່າມັນນ້ອຍອີຫລີ
ຖ້າໃຊ້ opera ຫລື fire fox ແມ່ນອ່ານໄດ້ງ່າຍ ຕົວຫນັງສືບໍ່ນ້ອຍ ແລະ ບໍ່ໃຫຍ່
ຫລັງຈາກທີ່ໄດ້ເອົາບັນຫານີ້ ໂພສລົງໃນເວບບອດ
ທ່ານ au8ust ກໍ່ໄດ້ຂຽນຄຳແນະນຳໃຫ້
ໃຫ້ເປີດໄຟລ໌ http://www.pnomsin.com/wp-content/themes/silver-light-01/style.css ຂຶ້ນມາດ້ວຍໂປຣແກຣມ Text Editor ທີ່ບໍ່ແມ່ນ Notepad ເຊັ່ນ Notepad++ ຫຼື Edit Plus ຫຼື Dreamweaver ແລ້ວຊອກຫາ
Code:
body{font-family:Verdana, Arial, Helvetica, sans-serif;font-size:12px;color:#666;margin:0;padding:0;}
ຈາກນັ້ນປ່ຽນເປັນ
Code:
body {
font-family:Verdana, Arial, Helvetica, sans-serif, DokChampa, Saysettha OT, Phetsarath OT;
font-size:normal 85%/normal;
color:#666;
margin:0;
padding:0;
}
ລອງເບິ່ງເດີ້
ໄດ້ລອງ ເບິ່ງຕາມເພິ່ນແລ້ວ ແຕ່ໂຕຫນັງສືມັນໃຫຍ່ໂພດ ເລີຍປັບຂະຫນາດເປັນ 14 px
ກໍ່ເຫັນວ່າ ໄດ້ແລ້ວ. ງາມກວ່ານີ້ເພິ່ນຍັງເອົາ ຫຸຫຸ
Alexa traffic rankings ຂອງ pnomsin.com ເຄີຍຢູ່ທີ່ ອັນດັບ 1.6 ລ້ານ ຢູ່ໆ ກໍ່ກັບມາລະດັບ 3ແສນກວ່າ ຄືເກົ່າ.
ລອງຫາສາເຫດເບິ່ງ ເພາະວ່າ ໄລຍະຫລັງໆ ມີເວັບທີ່ມີ traffic ສູງລິ້ງມາຫາ pnomsin.com ບໍ່ວ່າຈະເປັນ punlao.com, samakomlao, …
ແຕ່ຫລັງຈາກທີ່ໄປກວດສອບທີ່ alexa.com ພົບວ່າ ມັນໄດ້ມີວິທີ ຄິດໄລ່ແບບໃຫມ່
The Alexa Ranking system has been changed
The New Alexa Rankings
We’ve been working hard behind the scenes for several months and are excited to announce that our new Alexa Rankings system is available.

ມື້ນີໄດ້ອ່ານບົດຄວາມໃນ Au8ust.org ທີ່ເພິ່ນເວົ້າເຖິງເວັບ Pnomsin.com
Hidden spam links in blog posts
ອ່ານແລ້ວກໍ່ງົງ, ເຮົາຄືຜູ້ແພ່ເຊື້ອ
ເປີດອ່ານກໍ່ບໍ່ເຫັນມີຫຍັງ ປົກກະຕິທຸກຢ່າງ
ແຕ່ໃນ source code ເຕັມໄປດ້ວຍ links
ມັນໄປປະກົດ ຢູ່ google reader ເຕັມອະຍະ
ກໍ່ເຂົ້າໄປໃນ code ລຶບອອກ
ແຕ່ຈະແນ່ໃຈໄດ້ແນວໃດວ່າມັນຈະມາອີກບໍ່
ທ່ານ au8ust ໃຫ້ຄວາມເຫັນວ່າ ຄວນອັບເດດຊອບແວ
ຫລືວ່າ ເປັນຍ້ອນມັນມາລົງທະບຽນ ແລ້ວເຂົ້າມາແກ້ໄຂໂຄດຂອງເຮົາ
ຈະລອງກວດລາຍຊື່ພວກມາລົງທະບຽນນຳ
ແລະມັນຈະໄປ ໂພສໃສ່ບົດຄວາມໃດ
ເພາະມັນບໍ່ສະແດງອາການໃຫ້ເວັບມາສເຕີເຫັນ
ແຕ່ໄປອອກນຳຜູ້ອ່ານ

ບໍ່ເຂົ້າໃຈປານໃດ, ປົກກະຕິ google ປັບ pagerank ທຸກ 3 ເດືອນ, ຫາກໍ່ປັບໄປ ຫວ່າງທ້າຍເດືອນ 1.
ເຫັນທ່ານ au8ust ອອກອາການຫງຸດຫງິດ ເພາະ Pr ເວັບເພິ່ນ ຫລົ່ນກັນເປັນຂະບວນ ກໍ່ເລີຍສົນໃຈ. ປົກກະຕິ ຖ້າໃຊ້ firefox ແລ້ວຕິດຕັ້ງ plugin ເຂົ້າໄປ ກໍ່ສາມາດ ເຫັນ Pr ຂອງເວັບເຫລົ່ານັ້ນໄດ້ໂດຍບໍ່ຕ້ອງ ໃຊ້ເຄື່ອງມືກວດ. ຖ້າ ໃຊ້ internet explorer ກໍ່ສາມາດ ດາວໂຫລດ google toolbar ມາຕິດຕັ້ງ ໂດຍຕິດຕັ້ງ Pagerank tool ເຂົ້າໄປນຳ ກໍ່ສາມາດເຫັນຄ່າ pr ຂອງຫນ້າເວັບທີ່ເຮົາເປີດຄືກັນ
ກໍ່ຮູ້ສຶກແປກໆຄືກັນ ວ່າຄ່າ pr ເວັບເຮົາ ມັນບໍ່ຄືເກົ່າ ກໍ່ຕ້ອງກວດສອບກັນລະນໍ ເວັບເຮົາກໍ່ຄົງຫລົ່ນຢ່າງເປັນຂະບວນຄືກັນ
ຜົນການກວດສອບ ກໍ່ເຮັດໃຫ້ອ່ອນກຳລັງໃຈ pnomsin.com ຕົກອັນດັບ ໂອ່ຍນໍ ແບບນີ້ບໍ່ມີແຮງເຮັດຕໍ່ແລ້ວ
ແຕ່ມີອັນລົງ ກໍມີອັນຂຶ້ນ ມີອັນຢູ່ເກົ່າ ຕາມທີ່ເຫັນໃນຮູບ