PR updated. My sites got 3.
Monday, May 5th, 2008
ຫວ່າງທ້າຍເດືອນ 4 ທີ່ຜ່ານມາ Google ຍັກໃຫຍ່ໃນວົງການ Search engine ໄດ້ທຳການປັບຄ່າ PR ໃຫ້ກັບເວັບໄຊຕ່າງໆ. ໃນການປັບຄັ້ງນີ້ ເວັບໃນເຄືອຂອງພະນົມສິນ ໄດ້ຫມາກ 3 ໄປຫລາຍເວັບ. ໄດ້ແກ່:
1 . www.pnomsin.com
2. pnomsin.hollosite.com
3. pnomsin.wordpress.com
4. pnomsin.blogspot.com
ສ່ວນທີ່ຍັງ ຮັກສາ ຕຳແຫນ່ງຫມາກ2 ແມ່ນ ເວັບບອດ, laobeginner, laotraveller ..
ອີກຂ່າວຫນຶ່ງກ່ຽວກັບ pnomsin.hollosite.com ທີ່ໄດ້ຫມາກ 3 ມາຫມາດໆ ກໍ່ຕ້ອງຫມົດອາຍຸລົງ ໃນວັນທີ 2 ເດືອນ 5 ທີ່ຜ່ານມາ.
ຂ້າພະເຈົ້າລືມເລື້ອງນີ້ໄປ ເລີຍບໍ່ໄດ້ກະກຽມຫຍັງ ຜົນກໍ່ຄື ເປີດເວັບອອກມາມັນກໍ່ມີຂໍ້ຄວາມ ດັ່ງນີ້:
Your website has been suspended!
The web hosting account that hosts this website [...]
”ປະສົບການຂອງຂ້ອຍ”ເວັບນີ້ PR ຂຶ້ນຈາກ0ແລ້ວ
Tuesday, March 11th, 2008
ບໍ່ເຂົ້າໃຈປານໃດ, ປົກກະຕິ google ປັບ pagerank ທຸກ 3 ເດືອນ, ຫາກໍ່ປັບໄປ ຫວ່າງທ້າຍເດືອນ 1.
ເຫັນທ່ານ au8ust ອອກອາການຫງຸດຫງິດ ເພາະ Pr ເວັບເພິ່ນ ຫລົ່ນກັນເປັນຂະບວນ ກໍ່ເລີຍສົນໃຈ. ປົກກະຕິ ຖ້າໃຊ້ firefox ແລ້ວຕິດຕັ້ງ plugin ເຂົ້າໄປ ກໍ່ສາມາດ ເຫັນ Pr ຂອງເວັບເຫລົ່ານັ້ນໄດ້ໂດຍບໍ່ຕ້ອງ ໃຊ້ເຄື່ອງມືກວດ. ຖ້າ ໃຊ້ internet explorer ກໍ່ສາມາດ ດາວໂຫລດ google toolbar ມາຕິດຕັ້ງ ໂດຍຕິດຕັ້ງ Pagerank tool ເຂົ້າໄປນຳ ກໍ່ສາມາດເຫັນຄ່າ pr ຂອງຫນ້າເວັບທີ່ເຮົາເປີດຄືກັນ
ກໍ່ຮູ້ສຶກແປກໆຄືກັນ ວ່າຄ່າ pr ເວັບເຮົາ ມັນບໍ່ຄືເກົ່າ ກໍ່ຕ້ອງກວດສອບກັນລະນໍ ເວັບເຮົາກໍ່ຄົງຫລົ່ນຢ່າງເປັນຂະບວນຄືກັນ
ຜົນການກວດສອບ ກໍ່ເຮັດໃຫ້ອ່ອນກຳລັງໃຈ pnomsin.com ຕົກອັນດັບ ໂອ່ຍນໍ [...]
ແມ່ນຫຍັງພາໃຫ້ PR ຂຶ້ນຫລືລົງ
Saturday, January 26th, 2008
ທ່ານ Au8ust ເຄີຍບອກວ່າໄວ້ວ່າ
ຖ້າຕ້ອງການອັນດັບດີໆ ຈາກ Alexa ຕ້ອງມີ traficແປວ່າ ມີຄົນເຂົາເວັບມື້ລະຫລາຍຄົນ
ຖ້າຕ້ອງການອັນດັບດີໆ ຈາກ Google pagerank ຕ້ອງມີ pagerank ແປວ່າ ມີຊື່ເວັບໄຊເຮົາ ຕາມເວັບຕ່າງໆ ຫລາຍໆເວັບ
ສຳລັບຂ້ອຍແລ້ວ ໃຫ້ຄວາມສຳຄັນກັບ pagerank ຫລາຍກວ່າ alexa
ຖ້າເວັບເຮົາມີ PR ດີ search engine ກໍ່ຈະພາຄົນມາຫາເວັບເຮົາ ຫລາຍຂຶ້ນ
ທີ່ເຫັນຂີດກ້ອງສີແດງ ແມ່ນ search engine ແລະ google ຫາຄົນມາເຂົ້າເວັບເຮົາຫລາຍກວ່າຫມູ່ ຮອງລົງມາ ແມ່ນ yahoo ແລະ MSN
ນອກຈາກ serach engine ແລ້ວ ບັນດາລາຍຊື່ເວັບ ທີ່ເຫັນໃນຮູບ ແມ່ນລ້ວນແຕ່ມີຊື່ເວັບເຮົາຢູ່ໃນນັ້ນ ແລະ ຍິ່ງມີຈຳນວນເວັບຫລາຍ ກໍ່ຍິ່ງມີ back link ຫລາຍ
ຫລັງຈາກທີ່ google pagerank ໄດ້ອັບເດດໃນເດືອນນີ້ ເວັບໄຊຂອງຂ້ອຍຫລາຍອັນ [...]
Google pagerank updated
Thursday, January 24th, 2008
ປົກກະຕິ ຂ້ອຍຈະຕິດ ຕົວບອກ PR ໄວ້ໃນເວັບບາງເວັບທີ່ຕ້ອງການຕິດຕາມ ບາງຄັ້ງກໍ່ເອົາອອກ ເພາະມັນບໍ່ໄດ້ມີຫຍັງຫນ້າອວດອ້າງ (PR ຕ່ຳໄປ ບໍ່ຢາກໂຊ)
ອີກເຫດຜົນຫນຶ່ງ ທີ່ບໍ່ເອົາໄປຕິດໄວ້ໃນເວັບ ກໍ່ຍ້ອນວ່າ ເຮົາສາມາດ ເບິ່ງຈາກ browser ໄດ້ເລີຍ, ໂດຍສະເພາະ browser ທີ່ມີ ການຕິດຕັ້ງ google toolbar, ເຮົາເປີດເວັບໃດ ກໍ່ເຫັນ PR ຂອງເວັບນັ້ນທັນທີ ຖືວ່າເຊັກໄປໃນຕົວ
ຖ້າເວັບເຮົາໂຕໃດ PR ສູງແດ່ ຈຶ່ງເອົາຄ່າ PR ມາແປະໃສ່ຫນ້າເວັບ, ເພື່ອອວດ ອິອິ
ມື້ນີ້ ເຫັນວ່າມີອັນແປກ PR ຂອງ pnomsin.hollosite.com = 2/10 ອ້າວ, ຜິດປົກກະຕິລະເດນິ, ປົກກະຕິມັນ ຕ້ອງ =3. ທຸກ 3 ເດືອນ ຈະມີການ ປັບຄ່າ PR ແລະ ກຳນົດການປັບຄັ້ງໃຫມ່ [...]
ເວັບນີ້ຢຶດ keyword ພາສາລາວໄວ້ຫມົດແລ້ວຫວາ
Friday, December 7th, 2007
ຫລັງຈາກທີ່ Google ປັບຄ່າ PR ເທື່ອກ່ອນ. ເວັບ pnomsin.com ກໍ່ເພີ້ມຄ່າ PR ເປັນ 3.
ຈາກເຫດການນັ້ນ ເມື່ອທ່ານ search ຄຳວ່າ”ໄຟຟ້າ” ປະກົດວ່າເວັບທຳອິດ ກາຍເປັນເວັບ pnomsin.com (ສະເພາະມື້ນັ້ນ)
ລອງລົງມາແມ່ນເວັບຂອງ ມຊ ຄະນະວິສະວະກຳໄຟຟ້າ www.nuol.edu.la/temp5.jsp?id=1427&lc=la ເຊິ່ງເຄີຍເປັນທີ່ຫນຶ່ງມາຕະຫລອດ
ດຽວນີ້ ເວລາ search ພາສາລາວ ມັກຈະໄປເຈິກັບເວັບ ສະຖານີວິທະຍຸສາກົນແຫ່ງປະເທດຈີນ http://laos.cri.cn/
ປານກັບວ່າ ເວັບນີ້ ໄດ້ຢຶດ keyword ພາສາລາວໄວ້ຫມົດແລ້ວ
ເມື່ອມັນໂຊຂຶ້ນແຖວທີ່ຫນຶ່ງ ມັນກໍ່ຕ້ອງມີ PR ສູງແນ່ໆ. ລອງກວດເບິ່ງ
www.rfa.org ແລະ www.nuol.edu.la = 6
http://laos.cri.cn/ =5
ພວກນີ້ ມັນສູງໆທັງນັ້ນ ແລ້ວ ເວລາເຊິສຫາຄຳວ່າໄຟຟ້າ ມັນເອົາ pnomsin.com ຂຶ້ນແຖວຫນຶ່ງໄດ້ແນວໃດ
ແຕ່ມື້ນີ້ ມັນຕ່າງແລ້ວ PR=3 ຢ່າງເຮົາ ມັນຢູ່ແຖວທີ່ 4 ຕາມທີ່ມັນຄວນຈະເປັນ