ຕອນທີ່ໃຊ້ງານ technorati ໃຫມ່ໆ ມັນມີ fuction ຊື່ວ່າ watch list ເຊິ່ງເຮັດຫນ້າທີ່ອັບເດດຂໍ້ມູນຈາກບລັອກຕ່າງ ທີ່ໃຊ້ keyword ທີ່ເຮົາບັນທຶກໄວ້ໃນ watch list. ຫມາຍຄວາມວ່າ ຖ້າໃຜຂຽນຄຳທີ່ເຮົາເຝົ້າຕິດຕາມຢູ່ ມັນຈະເອົາມາໄວ້ໃນ watch list ຂອງເຮົາ
keyword ທີ່ຂ້ອຍຕິດຕາມວ່າໃຜຂຽນເຖິງແດ່ ມີຄື : ລາວ ແລະ ໄຟຟ້າ ໃນພາສາຕ່າງໆ ໃນນັ້ນມີພາສາລັດເຊຍນຳ
ປາກົດວ່າ ຄຳວ່າລາວ ທີ່ຄົນລັດເຊຍຂຽນເຖິງ ສ່ວນຫລາຍໃຊ້ ບລັອກທີ່ມາຈາກເວັບ livejournal.com
ກໍ່ເລີຍໄປສະຫມັກ ເພື່ອທີ່ຈະສາມາດ comment blog ພວກນັ້ນໄດ້
ສະຫມັກແລ້ວກໍ່ລືມ ໄປກວດເບິ່ງ ເຫັນສະຫມັກແຕ່ວັນທີ Feb. 21st, 2007 ປີຫນຶ່ງແລ້ວ
ແຕ່ເມື່ອເຮົາມີ account ແລ້ວ ມັນອັບເດດລະບົບ ຫລື ມີແນວໃຫມ່ໆ ມັນກໍ່ສົ່ງເມລມາຫາ
ກໍ່ເລີຍ ຂຽນບລັອກນຳເຂົາເສຍເລີຍ, ແລ້ວກໍ່ໄປສະດຸດກັບຄຳວ່າ Twitter
ຄຳນີ້ເຄີຍເຫັນ ຫນ້າຈະເຄີຍເຫັນຈາກ mybloglog
ໄປຫາຄວາມຫມາຍມັນຈາກ wikipedia ເລີຍພໍເຂົ້າໃຈ
ຄິດວ່າໃນ hi5 ແລະ punlao ກໍ່ມີ
