ປະສົບການຂອງຂ້ອຍ
	<language>en</language>
joomla 1.5.8 ພາສາລາວ ອອກມາແລ້ວ
ທີມງານຈູມລາ ລາວລາວ ໄດ້ລີລີດໄຟລືພາສາສຳຫຼັບໃຊ້ງານເທິງຈຸມລາວ 1.5.8 ແລ້ວໃນເພັກເກັດຂອງໄຟລພາສາ
ໄດ້ຖຶກແບ່ງອອກເປັນ 2 ຮູບແບບດັ່ງນີ້ 
1. lo-LA_Joomla_1.5.8_admin.zip ເປັນໄຟລພາສາ ທີ່ໃຊ້ສຳຫຼັບນຳໄປສະແດງການໃຊ້ງານສະ
ເພາະດ້ານຜູ້ເບິ່ງແຍ່າງລະບົບເທົ່ານັ້ນ
2. lo-LA_Joomla_1.5.8_site_admin.zip ເປັນໄຟລພາສາທີ່ໃຊ້ສະແດງພາສາລາວ ທັ້ງໃນດ້ານຜູ້
ເບິ່ງແຍ່ງແລະ ດ້ານຫນ້າເວັບ ໂດຍດ້ານຫນ້າເວັບຈະສະແດງ ວັນ ເດືອນ ປີແບບປົກກະຕິ
ທີ່ມາ: http://www.joomlalaolao.com/ </description>
ຫາເງິນອອນລາຍ ຄົນລາວມີຜູ້ໄດ້ເງິນແລ້ວ
		<description>ໃນທີ່ສຸດ ກໍ່ເລົ່າມາຮອດຕອນສຳຄັນ ຫລັງຈາກອາລຳພະບົດມາດົນ.
ການຫາເງິນອອນລາຍ ໄດ້ເງິນແທ້ບໍ່ ຫລື ເປັນການຫລອກລວງ? ອັນນີ້ມັນກໍ່ຂຶ້ນກັບ ວ່າທ່ານຫາເງິນກັບໃຜ ກັບເວັບໃດ. ຂ້າພະເຈົ້າ ໄດ້ຮັບການຢືນຢັນແລ້ວວ່າ Google.com ເປັນບໍລິສັດຫລືເວັບໄຊ ທີ່ມີຊື່ສຽງ ມັນບໍ່ຫລອກເຮົາດອກ (ແຕ່ມີບາງຄົນຫລອກມັນ ແຕ່ໄປບໍ່ລອດດອກ ຢ່າສ່ຽງ)
Google.com ໃຫ້ບໍລິການແກ່ຜູ້ຕ້ອງການຫາເງິນ ດ້ວຍຫລາຍຮູບການ ເຊັ່ນ: 
Google adsense ໃຫ້ທ່ານເອົາໂຄສະນາມາໃສ່ຫນ້າເວັບທ່ານ ພາຍໃຕ້ຊື່ Ads by Google ເມື່ອຜູ້ອ່ານມາເຫັນໂຄສະນາທີ່ຫນ້າສົນໃຈ ສາມາດ click ເພຶ່ອເຂົ້າໄປອ່ານ. ເຈົ້າຂອງເວັບໄຊ ໄດ້ເງິນ ຕາມຈຳນວນຄັ້ງທີ່ມີຄົນ click, ເພິ່ນເອີນລະບົບນີ້ວ່າ pay per click - PPC. ບາງຄົນກໍ່ຫລອກ Google ດ້ວຍການ click ດ້ວຍຕົວເອງ ຫລື ອາໄສຫມູ່ click ...</description>
ທຸລະກິດເຄືອຂ່າຍແມ່ນຫຍັງ
		<description>ທຸລະກິດເຄືອຂ່າຍແມ່ນຫຍັງ
•	ແມ່ນມີຄົນບາງຈຳພວກມາບອກວ່າເຮົາຈະຮັ່ງໂດຍການຊື້ສິນຄ້າເຂົາ ແລ້ວຊວນຫມູ່ມາເປັນພວກໃຫ້ໄດ້ຫລາຍໆ. 
•	ເຂົາໃຊ້ລະບົບ upline and downline ພວກມາກ່ອນໄດ້ຢູ່ອັນດັບສູງ ພວກມານຳຫລັງໄດ້ອັນດັບປາຍແຖວ, ພວກປາຍແຖວຫາເງິນໄດ້ຕ້ອງປັນເງິນໃຫ້ພວກຢູ່ສູງ
ທຸລະກິດເຄືອຂ່າຍຂາຍຫຍັງແດ່
•	ພວກຜະລິດຕະພັນເສີມຄວາມງາມ, ອາຫານເສີມ, ຢາບຳລຸງ...ແຕ່ລະຢ່າງເຂົາໂຄສະນາສັບພະຄຸນ ວ່າດີເລີດ
ເຂົາເອົາເງິນໃສ່ມາຈ່າຍໃຫ້ກັນ ຈົນຮັ່ງ
•	ສິນຄ້າທົ່ວໄປຈະຕ້ອງ ເສຍຄ່າຂົນສົ່ງ ເສຍຄ່າໂຄສະນາ ຄ່າພະນັກງານ...ຄ່າໃຊ້ຈ່າຍພວກນີ້ ກວມອັດຕາ 40 ຫາ 60% ຂອງລາຄາສິນຄ້າ. 
•	ສິນຄ້າຂອງທຸລະກິດເຄືອຂ່າຍ ບໍ່ມີວາງຂາຍຕາມຮ້ານຄ້າທົ່ວໄປ ດັ່ງນັ້ນເຈົ້າຂອງສິນຄ້າ ຈະບໍ່ໄດ້ຈ່າຍໃຫ້ພໍ່ຄ້າຄົນກາງ (ຈາກຜູ້ຜະລິດ ສົ່ງຫາຜູ້ບໍລິໂພກ ໂດຍກົງ)
•	ສິນຄ້າຂອງທຸລະກິດເຄືອຂ່າຍ ບໍ່ມີການໂຄສະນາທາງສື່ຕ່າງໆ ຈຶ່ງສາມາດຕັດລາຍຈ່າຍສ່ວນນີ້ອອກໄປ
•	ເຂົາເອົາສ່ວນທີ່ບໍ່ໄດ້ຈ່າຍນີ້ລະ ມາຈ່າຍໃຫ້ສະມາຊິກໃນເຄືອຂ່າຍ ໂດຍທີ່ເຈົ້າຂອງບໍລິສັດ ໄດ້ຫລາຍກວ່າ
ທຸລະກິດເຄືອຂ່າຍເຮັດໃຫ້ຮັ່ງແທ້ຫລືວ່າຫລອກລວງ
•	ໄດ້ເງິນແທ້, ມີຫລາຍບໍລິສັດໃນລາວ ສ່ວນຫລາຍບໍ່ມີຂາດທຶນ, ຂາຍບໍ່ໄດ້ ກໍ່ບໍ່ຂາຍ ຫາຄົນເຂົ້າມາສະຫມັກ ຜູ້ທີ່ສະຫມັກ ກໍ່ຫາສະມາຊິກໃຫມ່ ຕໍ່ກັນໄປເລື້ອຍໆ, ເຖິງຫາຜູ້ເຂົ້າແກ້ງບໍ່ໄດ້ ຢ່າງນ້ອຍສິນຄ້າທີ່ຊື້ມາກໍ່ເກັບໄວ້ໃຊ້ເອງໄດ້ ຫລື ຂາຍເລອອກໄດ້.
•	ການເບີກເຂົາຈະເບີກໃຫ້ ຕາມຍອດຂາຍ ແລະ ຕາມຫົວຄົນທີ່ມາສະຫມັກຕໍ່ແຖວ ອາດຈະເບີກເປັນເດືອນ ຫລື ...</description>
ເປັນຫຍັງຈຶ່ງຢາກມີເວັບເປັນຂອງຕົວເອງ
		<description>ເມື່ອກ່ອນ ກໍ່ບໍ່ຮູ້ດອກວ່າຢາກມີເວັບຫລືບໍ່ 
ເລື້ອງມັນເກີດຂຶ້ນປະມານປີ 2005, ຕອນນັ້ນ ຂ້າພະເຈົ້າພ້ອມກັບຫົວຫນ້າ ມັກໄດ້ເດີນທາງຮວ່ມກັນ. ພວກເຮົາໄປຮອດບ່ອນໃດ ກໍ່ແນະນຳໃຫ້ຄົນບ່ອນນັ້ນ ໃຊ້ຄອມພິວເຕີໃຫ້ກຸ້ມຄ່າ ແລະ ຮຽນໃຊ້ອິນເຕີເນັດ ສ່ວນຫລາຍແມ່ນບັນດາຫົວຫນ້າ. ຂ້າພະເຈົ້າ ເຮັດຫນ້າທີ່ເປັນຜູ້ຊ່ວຍເພິ່ນ ຊ່ວຍຕິດຕັ້ງ ພາສາໄທ ເພື່ອໃຊ້ກັບ dictionary, ຊ່ວຍຕິດຕັ້ງ dictionary, ຊ່ວຍຕິດຕັ້ງ ພາສາລາວ ສຳລັບອິນເຕີເນັດ, ຕິດຕັ້ງ messenger, google earth, nokia PC suite...
ການຕິດຕັ້ງໂປແກມ ການດາວໂຫລດ ພາໃຫ້ເຂົ້າເວັບຕ່າງໆ ຕະຫລອດ 
ເລີຍມີໄອເດຍ ຢາກເກັບລິ້ງທີ່ໃຊ້ເລື້ອຍເຫລົ່ານັ້ນ ໄວ້ໃນ ຫນ້າເວັບດຽວ ເວັບຂອງເຮົາເອງ
ເວລາໄປທາງໃດ ກໍ່ສາມາດຊ່ວຍຄົນໃຊ້ຄອມ ໃຊ້ເນັດໄດ້
ກໍ່ເລີຍຢາກເຮັດເວັບຂຶ້ນມາ ແລະ ມັນກໍ່ເກີດເປັນຈິງຂຶ້ນມາໄດ້ ຍ້ອນການຊ່ວຍເຫລືອຂອງ os555
ເຮັດມາຫລາຍເວັບສົມຄວນ ເພາະວ່າໃຊ້ free host ຂອງໄທ ມັນຫລົ້ມເລື້ອຍໆ
ຫລົ້ມແລ້ວກໍ່ປ່ຽນ ...</description>
ປະສົບການຫາເງິນທາງອິນເຕີເນັດ ແບບສະຫມັກເປັນຕ່ອງໂສ້
		<description>ດົນແລ້ວ ບໍ່ໄດ້ມາເລົ່າປະສົບການສູ່ກັນອ່ານ, ມື້ນີ້ຍາດເວລາ ເຂົ້າມາອ່ານບລັອກຂອງເພື່ອນໆ ໃນລາວບລັອກເກີ ເລີຍຖືໂອກາດ ມາອັບເດດ.
ຈາກປະສົບການກັບການສະຫມັກສະມາຊິກ Cashfiesta ເຊິ່ງມັນຈະໃຫ້ເຮົາ ບັງຄັບໂຕກາຕຸນໃຫ້ຍ່າງບໍ່ເຊົາ ຖ້າມັນນັ່ງກໍ່ໄປແຍ່ກົ້ນມັນ, ໃນລະຫວ່າງທີ່ມັນຍ່າງ ກໍ່ຈະມີເວັບໂຄສະນາແບບຕ່າງໆ ໃຫ້ເຮົາໄດ້ສົນໃຈ ໄປຄລິກ ໄປສະຫມັກ
ການຫາເງິນສະໄຫມນັ້ນ ແມ່ນການສະຫມັກຈາກຜູ້ຫນຶ່ງ ແລ້ວໃຫ້ຜູ້ອື່ນ ມາສະຫມັກຕໍ່ຈາກເຮົາ ແລ້ວເຮົາກໍ່ໄດ້ຄະແນນ ສະຫມັກຕໍ່ກັນປານຕ່ອງໂສ້ ແບບວ່າ ມີພີ່ປ້ານ້າອາຈັກຄົນ ແມ່ນຂົນກັນມາສະຫມັກໃຫ້ຫມົດ ພໍສິໄດ້ຄະແນນ. ມັນມີລະບົບ upline / downline ຄືກັນກັບຂາຍຢາຫມໍເສັງ 
ເພິ່ນເອີ້ນລະບົບນີ້ວ່າ affiliate marketing 
ຂ້າພະເຈົ້າ ກໍ່ຍັງມີຄຳຖາມຄືກັນກັບຄົນອື່ນໆ ກໍ່ຄືມັນໄດ້ເງິນແທ້ບໍ ຂ້າພະເຈົ້າເຊົາໄປກ່ອນທີ່ຈະຮູ້ຄຳຕອບ </description>
ເວັບໂຄງການບໍ່ແກ້ວ ຖືກ hacked 2
		<description>ຫລັງຈາກຖືກແຮັກໄປແລ້້ວ ກໍ່ບໍ່ທັນມີເວລາໄປປັບປຸງຫຍັງເທື່ອ ປ່ອຍໄວ້ຊື່ໆ. 
ບາດກັບໄປອີກ ພັດເຫັນແນວໃຫມ່ອີກ, ເທື່ອນີ້ ມັນຖິ້ມອີເມລ ໄວ້ພ້ອມ ແຕ່ບໍ່ຮູ້ວ່າແມ່ນຄົນດຽວກັນຫລືບໍ່
ຫລາຍຄົນວ່າ ເປັນນຳເຮົາໃຊ້ ່Joomla version ເກົ່າທີ່ມີຊ່ອງວ່າງໃຫ້ເຂົາໂຈມຕີ 
ທາງ laoopensource ກໍ່ອອກມາເຕືອນແລ້ວ ວ່າ  ພົບBUG ໃນ Joomla 1.5.x ໃຜທີ່ໃຊ້ Joomla update 1.5.6 ດ່ວນ 
ເວັບໂຄງການບໍ່ແກ້ວ ຖືກ hack
		<description>ຂ້າພະເຈົ້າເຄີຍໄປເຮັດໂຄງການຫນຶ່ງ ໃຫ້ກັບໄຟຟ້າລາວບໍ່ແກ້ວ ໃນປີ 2005 ມັນເປັນໂຄງການທີ່ບໍ່ທັນເຄີຍມີມາກ່ອນຢູ່ຟຟລ ຫລັງຈາກຂ້າພະເຈົ້າ ກັບມາແຕ່ບໍ່ແກ້ວ ເລີຍສ້າງເວັບໄຊໃຫ້ໂຄງການນີ້.
ກໍ່ບໍ່ມີຫຍັງຫລາຍດອກ ພຽງແຕ່ສ້າງຈາກບົດລາຍງານ ທີ່ຂ້າພະເຈົ້າຂຽນສົ່ງໃຫ້ຫົວຫນ້າສາຂາ, ທຳການໂອນໄປ microsoft publisher ແລ້ວ save as webpage. ແລ້ວ ກໍ່ upload ໄປໄວ້ທີ່ http://www.edl.gov.la ເວັບຂອງໄຟຟ້າລາວໃນເມື່ອກ່ອນ ແລະ ເມື່ອເຊີບເວີມັນຕາຍ ທຸກຢ່າງໃນຫັ້ນກໍ່ຖືກລຶບ ກໍ່ເລີຍຍ້າຍໄປໄວ້ທີ່ http://pnomsin.ifastnet.com
ໄລຍະຫລັງ ໄດ້ປ່ຽນໄປໃຊ້ joomla ກຳລັງຄ່ອຍດັດຄ່ອຍແກ້ ແບບເດືອນຫນຶ່ງ ເຂົ້າເທື່ອຫນຶ່ງ ປະມານນີ້ລະ
ແລ້ວກໍ່ເຈິ ກັບຂໍ້ຄວາມ YOUR SITE HAS BEEN HACKED BY E FROM INDONESIA
ເວັບຕາຍໆ ແບບນີ້ ມັນກາຍັງຢາກແຮັກ </description>
ມັນບຸກມາຖະຫລົ່ມ laobeginner
		<description>ມື້ນີ້ ໄດ້ກວດອີເມລ ພົບວ່າ ມີມາກວ່າ 40 ສະບັບ, ບໍ່ເຄີຍໄດ້ຫລາຍປານນີ້ຈັກເທື່ອ ໃນມື້ດຽວ
ຫລັງຈາກກວດເບິ່ງແລ້ວ ແມ່ນມາຈາກ comment ໃນເວັບ laobeginner ທັງຫມົດ 
ເນື້ອໃນ ການ comment ແມ່ນແບບດຽວກັນຫມົດ ບາງບົດຄວາມ ກໍ່ມີຫລາຍກວ່າ 1 ຄຳເຫັນ
ເລີຍຕ້ອງ ນຳໄປລຶບ ແຕ່ກໍ່ລຶບບໍ່ໄຫວ ດອກ ມັນມາຫລາຍໂພດ
ພາບຈາກ laoupload ທີ່ເວັບມາສເຕີຫລົງໄປລຶບຖານຂໍ້ມູນແລ້ວ ກະລຸນາສະຫມັກໃຫມ່ເດີ້ 
ຊ່ວຍໂລກ ເທົ່າທີ່ເຮັດໄດ້
		<description>ມື້ນີ້ມາແປກແດ່ຈັກຫນ່ອຍ. ສັງເກດບໍ່ວ່າ ຫນ້າເວັບປ່ຽນຈາກສີຂາວ ເປັນສີດຳ. 
ເພິ່ນວ່າ ຖ້າເວັບມາສເຕີທຸກຄົນ ສ້າງເວັບເປັນສີດຳ ຈະເຮັດໃຫ້ ຈໍ monitor ໃຊ້ພະລັງງານໄຟຟ້າຫນ້ອຍລົງກວ່າເກົ່າ.
Google ເອງ ກໍ່ເຄີຍປ່ຽນສີ ໃນວັນທີ່ຫລາຍປະເທດນັດກັນມອດໄຟ, ກາຍເປັນ Google in black
ຢູ່ທີ່ບ້ານ ຍັງໃຊ້ monitor ແບບຈໍສວດ ເຊິ່ງກິນໄຟຫລາຍ ກວ່າຈໍພຽງ. ແຕ່ຈະເຮັດແນວໃດ ໃນເມື່ອງົບທີ່ຈະປ່ຽນເປັນຈໍ LCD ຍັງບໍ່ພໍ. ຫນ້າຈະມີການ ເອົາເຄື່ອງໄຟກິນຫລາຍ ໄປແລກກັບເຄື່ອງໃຊ້ປະຢັດພະລັງງານເນາະ ຄົງຊ່ວຍຊາດໄປໄດ້ຫລາຍ 
ແຕ່ແນວໃດກໍ່ຕາມ ຖ້າທຸກຄົນ ຕັ້ງ screen saver ໃຫ້ຫນ້າຈໍມອດໄປເອງ ເມື່ອບໍ່ໃຊ້ວຽກ ກໍ່ຈະປະຢັດໄປໄດ້ອີກທາງຫນຶ່ງ
ການປະຢັດໄຟຟ້າ ກໍ່ເປັນຊ່ວຍໂລກ ດ້ານບັນຫາໂລກຮ້ອນ ແລະ ກໍ່ເປັນການຊ່ວຍປະເທດເຮົາ ໃຫ້ສາມາດໃຊ້ພະລັງງານໄຟຟ້າ ໄດ້ຢ່າງມີປະສິດທິຜົນ
ຖ້າພວກເຮົາ ຟຸມເຟືອຍ ພະລັງງານໄຟຟ້າ ເພິ່ນຕ້ອງສ້າງເຂື່ອນເພີ້ມໄປເລື້ອຍໆ ເພື່ອໃຫ້ພໍກັບຄວາມຕ້ອງການ
ແຕ່ຖ້າພວກເຮົາໃຊ້ໄຟຟ້າຢ່າງປະຢັດ ພະລັງງານ ...</description>
pnomsin.com upgraded to wordpress 2.6
		<description>Wordpess 2.6 ໄດ້ຖືກຕິດຕັ້ງໃຫ້ກັບເວັບໄຊ pnomsin.com ແທນທີ່ software ເກົ່າທີ່ໃຊ້ wordpress 2.3 ເມື່ອກີ້ນີ້ເອງ ຫລັງຈາກອັບໂຫລດ ເກືອບ2ຊົ່ວໂມງ.
ເປັນຫຍັງຈຶ່ງຕ້ອງຕິດຕັ້ງອັນໃຫມ່ ກໍ່ຄົງເປັນເພາະວ່າມັນມີ ມາໃຫມ່ ແຕ່ທີ່ຈິງອັນເກົ່າກໍ່ຍັງໃຊ້ດີ ບໍ່ມີບັນຫາຫຍັງ. ເຫດຜົນທີ່ແທ້ຈິງ ແມ່ນອັນອື່ນ. 
ເນື່ອງຈາກ pnomsin.com ມີອາຍຸຄົບ 1ປີ ໄປແລ້ວ ຢ່າງງຽບໆ ເຈົ້າຂອງເວັບຢາກປ່ຽນແປງບາງຢ່າງ ໂດຍສະເພາະຫນ້າຕາເວັບໄຊ. ຈຶ່ງໄດ້ມີການລອງ theme ແບບຕ່າງໆ ໂດຍສະເພາະ ແມ່ນ search ເອົາ free wordpress 2.5 theme 
ຈາກການລອງໄປເທື່ອລະ theme ກໍ່ເຫັນວ່າມີບັນຫາ ແລະ ກໍ່ສັງເກດວ່າ ຍັງໃຊ້ wordpress 2.3 ຢູ່ ແລ້ວມັນຈະໄປເຂົ້າກັນກັບ wordpress 2.5 theme ...</description>